ໄຂ້ຫວັດໝູ ຣະບາດ

ສປປລາວ ຢູ່ຣະຫວ່າງ ການຫາຣື ເອົາມາຕການ ປ້ອງກັນການ ປະກົດຕົວ ຂອງເຊື້ອພະຍາດ ໄຂ້ຫວັດໝູ ເຂັ້ມງວດຂຶ້ນ

ຢູ່ປະເທດລາວ ຍັງບໍ່ທັນພົບ ແລະກໍບໍ່ ເຄີບພົບ ເຊື້ອພະຍາດ ໄຂ້ຫວັດໝູ ແຜ່ຣະບາດ ມາກ່ອນ ເລີຍເທົ່າຮອດ ປັຈຸບັນນີ້. ແຕ່ເຖິງແນວໃດ ກໍມີການ ປະຊຸມກັນ ຣະຫວ່າງ ເຈົ້າໜ້າທີ່ ກ່ຽວຂ້ອງຂອງ ລາວຮ່ວມກັບ ນັກຊ່ຽວຊານ ຕ່າງປະເທດ ເປັນຕົ້ນ ອົງການ ອະນາໄມໂລກ ປະຈໍານະຄອນ ຫລວງວຽງຈັນ ເພື່ອເອົາມາຕການ ເຂັ້ມງວດຂຶ້ນ. ຕາມຄໍາເວົ້າ ຂອງທ່ານໝໍ ແພງຕາ ນັກວິຊາການ ກະຊວງ ສາທາຣະນະສຸກ ຂອງລາວ …

ແຕ່ວ່າໃນເມື່ອ ມັນເກິດຂຶ້ນ ຢູ່ປະເທດອຶ່ນ ຂອງໂລກ ຄືຈັ່ງຊັ້ນ ພວກເຮົາກໍ ຕ້ອງໄດ້ເພິ່ມ ຄວາມເຂັ້ມງວດ ທາງດ້ານເຝົ້າ ຣະວັງ ຢ່າງໄກ້ຊິດ ຕາມຣະບົບ ທີ່ພວກເຮົາມີ ພວກເຮົາຜ່ານມາ ກໍມີຣະບົບ ເຝົ້າຣະວັງ ແຕ່ສູນກາງ ຮອດຮາກຖານ.

ແລະວ່າເວລາ ນີ້ພວກທ່ານ ຈະແຈ້ງກ່ຽວກັບ ຂໍ້ມູນຂ່າວສານ ໃຫ້ພະນັກງານ ເຝົ້າຣະວັງ ເພິ່ມຂຶ້ນຕື່ມ ເລື່ອງພະຍາດ ໄຂ້ຫວັດໝູ ຊຶ່ງທີ່ຜ່ານມາ ເຄີຍເຝົ້າຣະວັງ ຣາຍງານເປັນ ຣາຍອາທິດນັ້ນ ຕ້ອງເຮັດເປັນ ຣາຍວັນ ພ້ອມດຽວກັນ ກໍຈະມີ ການແນະນໍາ ໄປເຖິງ ພະນັກງານ ຣະບາດວິທຍາ ໂດຍໃຫ້ຮູ້ເຖິງ ເສັ້ນທາງການ ຕິດຕໍ່ຂອງ ໄຂ້ຫວັດໝູ. ຫລັງຈາກນັ້ນ ກໍຈະໄດ້ ເວົ້າກັນເຖິງ ມາຕການ ການປ້ອງກັນ. ທ່ານ ກ່າວຕໍ່ໄປວ່າ  …

ຕ້ອງໄດ້ເຝົ້າ ຣະວັງຄົນ ຕິດເຊື້ອພະຍາດ ນີ້ແຕ່ຫົວທີ ນັ້ນແມ່ນອັນທີ 1.  2. ມາກໍເລື່ອງ ການປ້ອງກັນຕົວ ຂອງພະນັກງານ ຊຶ່ງຄືກັນກັບ ການປ້ອງກັນ ພະຍາດສັດປີກ. ການໄອ ການຈາມ ກໍຕ້ອງປິດປາກ ປິດດັງ ລະກະບໍ່ ຢູ່ໄກ້ກັບ ຄົນທີ່ວ່າ ເປັນພະຍາດໄຂ້ ຫວັດ ເພາະວ່າເຮົາ ບໍ່ຮູ້ວ່າ ໄຂ້ຫວັດແມ່ນ ເຊື້ອຫຍັງ ເພາະວ່າມີ ຫລາຍເຊື້ອທີ່ ວ່າເຮັດໃຫ້ ເປັນໄຂ້ຫວັດ ໄກກໍຕາມ ຂໍ້ມູນມາ ກໍເກືອບຮອດ 2 ແມັດພຸ້ນລະ ໄກຈາກຜູ້ທີ່ ວ່າສົງໃສ ຫລືມີອາການ ໄຂ້ຫວັດ. ນັ້ນກໍຄື ຄໍາແນະນໍາ ໃຫ້ປະຊາຊົນ ທົ່ວໄປ ປະຕິບັດ ດ້ວຍເຊັ່ນກັນ. ນອກຈາກນັ້ນ ກໍແມ່ນເລື່ອງ ລ້າງມືໃສ່ ສະບູ ຊຶ່ງກໍຖື ເປັນກິຈວັດ ປະຈໍາວັນ ຢູ່ແລ້ວ. ສໍາລັບແພດ-ໝໍ ນັ້ນແມ່ນຕ້ອງ ໄດ້ໃສ່ mask ປິດປາກ ປິດດັງ ໃສ່ຖົງມື. ເວລາໄອ ຈາມ ກໍໃຫ້ປິດປາກ ປິດດັງ. ນີ້ຄືຄໍາ ແນະນໍາໃນ ເບື້ອງຕົ້ນ.

ສໍາລັບການ ບໍຣິໂພກ ໝູນັ້ນ ທ່ານ ໝໍ ແພງຕາ ບອກວ່າແມ່ນ ບໍ່ມີການຫ້າມ ແຕ່ສໍາຄັນຕ້ອງ ໃຫ້ເປັນອາຫານ ທີ່ປຸງແຕ່ງ ສຸກດີ ຄືກັນກັບ ທີ່ໄດ້ແນະນໍາ ເລື່ອງບໍຣິໂພກ ສັດປີກ ທີ່ຜ່ານມານັ້ນ. ແລະສໍາຄັນ ອີກແນວນຶ່ງນັ້ນ ກໍຄື ການຕິດຕາມ ສຸຂພາບ ຂອງຕົນ ເອງ. ຖ້າມີອາການ ໄຂ້ຫວັດ ຄວນໄປຫາໝໍ ເພື່ອໝໍຈະ ໄດ້ກວດແລະ ເກັບຕົວຢ່າງ ໄປກວດໃນ ຫ້ອງວິເຄາະ ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org