ເດັກ ຂາດສານອາຫານ ຍ້ອນກິນ ນົມຝຸ່ນ ຜິດປະເພດ

ເຄື່ອງໝາຍ ຍີ່ຫໍ້ ສິນຄ້າ ນົມຝຸ່ນ ໃສ່ກາເຟ ຫລື ເປັນພາສາ ອັງກິດ ວ່າ coffe creamer ທີ່ຂາຍກັນ ຢູ່ໃນລາວ ໄດ້ເຮັດໃຫ້ ມີຄວາມເຂົ້າໃຈຜິດ ວ່າ ເປັນນົມສໍາລັບ ທາຣົກ, ອີງຕາມ ລາຍງານການສໍາຣວດ ຂອງຜູ້ບໍຣິໂພກ ແລະ ກຸມມານແພດ ທີ່ເຜີຽແຜ່ໃນ ແວບຊາຍ bmj online first ໃນວັນທີ 10 ກັນຍານີ້.

ລາຍງານວ່າເຄື່ອງໝາຍ ຍີ່ຫໍ້ ສິນຄ້າ ນົມຝຸ່ນ ກາໝີ ທີ່ມີຮູບກາຕູນ ທາຣົກໝີຢູ່ໃນອ້ອແຂນ ​​ແລະ ຢູ່ໃນທ່າກິນນົມແມ່​ ​ເປັນເຄື່ອງໝາຍອັນດຽວກັນກັບເຄື່ອງໝາຍ ຍີ່ຫໍ້ສິນຄ້າ ທີ່​ໃຊ້ ຕິດໃສ່ນົມຝຸ່ນ ສໍາລັບ ປົນໃສ່ ກາເຟ ຊື່ງບໍ່ເໝາະສົມ ສໍາລັບ ບໍາຣຸງ ສຸຂະພາບ ຂອງເດັກນ້ອຍທົ່ວໄປ ແລະ ທາຣົກ ທີ່ໃຫ່ຽກ່ວາ 6 ​ເດືອນ ຂື້ນໄປ.

ໃນເຄື່ອງໝາຍ ດັ່ງກ່າວ ມີຂໍ້ຄວາມຕັກເຕືອນ ຢ່າງຄັກແນ່ ວ່າ ນົມຝຸ່ນ ກາ​​ເຟ ຄຣີມເມີ້ ນີ້ບໍ່ແມ່ນຜລິຕພັນ ​​​ໃຊ້ທົດແທນ ນົມແມ່. ​ຂໍ້ຄວາມຕັກເຕືອນນີ້ ເປັນພາສາອັງກິດ ພາສາໄທແລະ ພາສາລາວ, ​ແຕ່ວ່າອັຕຣາຄົນກືກໜັງສື ໃນລາວໂດຍສະເພາະ ໃນເຂດຊົນະບົດ ຍັງສູງຢູ່ ຈື່ງບໍ່ສາມາດເຂົ້າໃນໄດ້ໝົດ.

ທ່ານ Hubert Barennes ​ແລະ ເພື່ອຮ່ວມງານ ຈາກສະຖາບັນ ການແພດ ປະເທດຮ້ອນ Francophonie ຢູ່ ສປປ ລາວ ໄດ້ທໍາການສໍາຣວດ ​​​ເຣື້ອງນີ້ ເພາະວ່າ ເດັກນ້ອຍໃນລາວ ທີ່ເຂົ້າໂຣງພະຍາບານ ຍ້ອນເປັນໂຣກ ຂາດອາຫານແມ່ນເນື່ອງມາຈາກ ລ້ຽງລູກດ້ວຍ ນົມຝຸ່ນ ກາໝີ ສໍາລັບປົນໃສ່ກາເຟ ໂດຍສະເພາະ.

ຈາກການສໍາພາດແພດທາຣົກ​ 26 ຄົນທີ່ເຮັດວຽກ ຢູ່ໃນ 8 ​ແຂວງ ຂອງລາວ ເມື່ອປີ 2006 ​ແລະການເກັບກໍາ ຂໍ້ມູນຂອງແພດ ທີ່ສອບຖາມ ຊາວບ້ານ ພົບວ່າ ນົມຝຸ່ນ ຍີ່ຫໍ້ ກາໝີ ສໍາລັບ ປົນ​​ໃສ່ ກາເຟເປັນທີ່ ຮູ້ຈັກກັນ ຢ່າງກ້ວາງຂວາງ, ທຸກຄົນ ກໍເຊື່ອວ່າ ​​ແມ່ນອັນດຽວກັນ ກັບນົມຝຸ່ນ ຍີ່ຫໍ້ ກາໝີສໍາລັບ​​ ໃຫ້ທາຣົກ ກິນ ກໍເລີຽເອົານົມນີ້ ໃຫ້ລູກກິນ.

ຄົນສ່ວນຫລາຍແລ້ວ​ ​ແທນທີ່ ຈະອ່ານຄໍາແນະນໍາ ທີ່ຂຽນລົງ ໃນຄື່ອງໝາຍ ຍີ່ຫໍ້ການຄ້າພັດ​​ຖືເອົາຕາມຮູບ ກາໝີ ກໍເລີຽ ພາກັນ​​ເອົານົມຝຸ່ນ ກາໝີ ສໍາລັບປົນໃສ່ ກາເຟໃຫ້ລູກກິນ, ​ອັນນີ້ແພດວ່າ ມັນແມ່ນຕົ້ນເຫດນື່ງ ທີ່ພາໃຫ້ເດັກນ້ອຍໃນລາວ ຈໍານວນຫລວງຫລາຍເປັນໂຣກ ຂາດອາຫານ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org