ໄຂ້ເລືອດອອກ ຣະບາດ ທີ່ແຂວງອັຕປື
ໂຣຄໄຂ້ເລືອດອອກ ໄດ້ເກີດຂື້ນ ຫລາຍຄັ້ງຫລາຍຫົນ ທີ່ແຂວງອັຕປື ໃນປີນີ້ ເປັນຍ້ອນວ່າ ທາງການແຂວງ ລະເຫລີງ ໃນແຜນການ ປາບປາມແຫລ່ງໄຂ່ ຂອງຍຸງລາຍ.
-
ຊິດນີ ຣາຍງານ
2008-09-09 -
-
-
ແຂວງອັຕປື ເປັນແຂວງ ທີ່ທຸກຍາກ ແລະ ສອກຫລີກ ແຂວງນື່ງ ໃນລາວ ຊື່ງປະຊາຊົນ ກໍ່ປະເຊີນກັບບັນຫາ ຫລາຍປະການ. ນື່ງໃນນັ້ນ ກໍ່ແມ່ນບັນຫາ ໂຣຄຕິດຕໍ່ ແລະ ໂຣຄຊໍາເຮື້ອ ປະເພດໂຣຄໄຂ້ເລືອກອອກ.
ໃນປີນີ້ ການຣະບາດ ຂອງໂຣຄດັ່ງກ່າວ ກໍ່ມີຫລາຍສົມຄວນ ເພາະທາງການແຂວງ ຂາດຄວາມເອົາໃຈໃສ່ ໃນການປາບປາມ ຍຸງລາຍ ດັ່ງ ດຣ. ບຸນເຕັນ ສັງສົມສັກ ຫົວຫນ້າ ສາທາຣະນະສຸກ ປະຈຳແຂວງ ໄດ້ຊີ້ແຈງ ໃນຕອນນື່ງວ່າ:
“ຕົວເລກ ມັນສູງ ປີກາຍ ເຮົາມີແຕ່ 4 ກໍຣະນີ ປີນີ້ ເຮົາມີ 73 ກໍຣະນີ ເມືອງເທສບານ ແຂວງກັບເມືອງໃກ້ໆນີ້ ມັນເກີດ.”
ທ່ານວ່າ ຍ້ອນການປະລະ ແຫລ່ງໄຂ່ ຂອງຍຸງລາຍ ຕາມເຂດຕ່າງໆ ພາຍໃນແຂວງ ຈື່ງມີການຣະບາດຂອງໂຣຄໄຂ້ເລືອດອອກ ບາງຄັ້ງບາງຄາວ ໃນປີນີ້ ຫລາຍກວ່າ ສອງສາມປີ ທີ່ຜ່ານມາ. ກຸ່ມທີ່ຕິດເຊື້ອ ສ່ວນໃຫຍ່ ຈະເປັນເດັກນ້ອຍ ຫລື ຜູ້ຄົນທີ່ນອນ ບໍ່ກາງມຸ້ງ ແລະ ຂາດສຸຂອານາມັຍ, ດີແຕ່ວ່າ ບໍ່ມີໃຜເສັຽຊີວີດຍ້ອນ.
ໂຣຄໄຂ້ເລືອດອອກ ເກີດຈາກຍຸງລາຍ ກັດ ເພາະແຫລ່ງເພາະໄຂ່ ຂອງຍຸງລາຍ ບໍ່ມີການສະສາງ ຫລືທຳຄວາມສະອາດ ໂດຍສະເພາະ ໃນຍາມຣະດູຝົນ ນ້ຳຝົນ ຈະຕົກຄ້າງ ຕາມສະຖານທີ່ ຕ່າງໆ, ສີ່ງໂສໂຄກ ຈາກນ້ຳຂັງ ຈະພາໃຫ້ຍຸງ ມາໄຂ່ໃສ່ ແລ້ວຍູງເຫລົ່ານັ້ນ ກໍ່ຈະມາ ກັດຄົນ ແລະ ສັດ ເຮັດໃຫ້ເກີດ ໂຣຄໄຂ້ເລືອດອອກໄດ້.