UNICEF ຊ່ອຍຊຸກຢູ້ ສື່ສານ ທາງວິທຍຸ
ອົງການ UNICEF ກໍາລັງ ຊ່ອຍ ຝຶກອົບຮົມ ນັກຈັດຣາຍການ ວິທຍຸ ວັຍໜຸ່ມ ໃນລາວ
-
ຈະເຣີນສຸກ ຣາຍງານ
2008-05-20 -
-
-
Your browser doesn’t support HTML5 audio
ອົງການ UNICEF ປະຈໍາລາວ ພວມຕັ້ງກຸ່ມ ນັກຈັດຣາຍການ ວິທຍຸ ວັຍໜຸ່ມ ຕາມແຂວງຕ່າງໆ ຂອງລາວ ເພື່ອໃຫ້ຂະເຈົ້າ ໄປເຮັດໜ້າທີ່ ເຜີຍແຜ່ຂໍ້ມູນ ດ້ານການສຶກສາ ແລະ ສົ່ງເສີມສຸຂພາບ ແກ່ກຸ່ມເຍົາວະຊົນ ໃນລາວ ໃຫ້ຕື່ນຕົວ ແລະ ເຂົ້າໃຈ ໃນວຽກງານ ດັ່ງກ່າວ ດີຂຶ້ນ, ອີງຕາມ ຄໍາເວົ້າ ຂອງ ທ່ານ ຕະບອງເພັດ ພຸດທະວົງ, ຜູ້ຊ່ຽວຊານ ວຽກງານ ໂຄສນາ ແລະ ສື່ສານມ່ວນຊົນ ຂອງອົງການ UNICEF ປະຈໍາລາວ. LSB0520NW3
“ຈະເອົາເດັກ ວັຍໜຸ່ມ ມາຝຶກອົບຮົມ ຈັດຣາຍການ ວິທຍຸ ຂອງວັຍໜຸ່ມເອງ, ມັນຈະເວົ້າເຣື້ອງບັນຫາ ຮັກສາສຸຂພາບແນວໃດ, ຈຸດປະສົງ ຂອງໂຄງການ ແມ່ນເຮົາຢາກໃຫ້ ເດັກສາມາດ ອອກຄວາມຄິດ ຄວາມເຫັນ ແລະ ກໍໃຫ້ຂໍ້ມູນ ປະຊາຊົນ. ອັນນີ້ ເປົ້າໝາຍ ແລະ ກໍຢາກໃຫ້ປະຊາຊົນ ມີພຶຕິກັມ ປ່ຽນແປງ ໄປຕາມ.”
ໂຄງການຜລິດ ນັກຈັດຣາຍການ ວັຍໜຸ່ມດັ່ງກ່າວ ສືບຕໍ່ມາ ນັບແຕ່ປີ 2004, ໂດຍຄັດເລືອກເອົາ ເຍົາວະຊົນ ອາຍຸ ແຕ່ 12 ຫາ 18 ປີ, ທີ່ມີຄວາມສາມາດ ແລະ ກ້າສະແດງອອກ ມາຝຶກອົບຮົມ, ຮຽນຮູ້ ວິທີການນໍາສເນີຂ່າວ ແລະ ຈັດຣາຍການ ວິທຍຸ ດ້ານການສຶກສາ, ສົ່ງເສີມ ຄວາມຮູ້ດ້ານສຸຂພາບ, ໂດຍນໍາສເນີ ຜ່ານທາງວິທຍຸ ກະຈາຍສຽງແຫ່ງຊາດ ໄປຍັງທ້ອງຖິ່ນຕ່າງໆ ເພື່ອໃຫ້ກຸ່ມ ເຍົາວະຊົນ ແລະ ພໍ່ແມ່ ພີ່ນ້ອງ ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈ ດີຍິ່ງຂຶ້ນ.
ຢ່າງໃດກໍດີ ມາຮອດ ປະຈຸບັນນີ້, ໂຄງການດັ່ງກ່າວ ໄດ້ມີການຜັນຂຍາຍ ໃນລາວ ເຖິງ 8 ແຂວງ ແລ້ວ, ຄື ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພຣະບາງ, ໄຊຍະບູຣີ, ບໍຣິຄໍາໄຊ, ສວັນນະເຂດ, ສາລະວັນ ແລະ ແຂວງຈໍາປາສັກ. ສ່ວນ ເນື້ອໃນສໍາຄັນ ໃນການນໍາສເນີ ທີ່ຜ່ານມານັ້ນ ຖືວ່າ ໄດ້ຊ່ອຍຊຸກຍູ້ ໃຫ້ຄອບຄົວ ໃນເຂດຊົນນະບົດ, ຊຸກຍູ້ ໃຫ້ແມ່ຍິງ ຂອງຕົນ ເຂົ້າໄປຮຽນໜັງສື ຕາມໂຮງຮຽນ ຫລາຍຂຶ້ນ. ນອກຈາກນັ້ນ, ຍັງສອນໃຫ້ກຸ່ມວັຍໜຸ່ມ ຮູ້ຈັກການມີເພດສໍາຄັນ ທີ່ຖືກຕ້ອງ ແລະ ປອດພັຍ, ຮວມໄປເຖິງ ການຊຸກຍູ້ ວຽກງານ ສັກຢາ ກັນພະຍາດ ໃຫ້ກຸ່ມເດັກນ້ອຍ ກໍໄດ້ຮັບຜົນດີ ກ່ວາເກົ່າ.
ຄວາມເວົ້າຊອກຫາຂໍ້ມູນ: ຂ່າວສານ