ພົບ ບັນຫາ ສາຣວດ ສາຍເຫດ ຜູ້ເປັນເຍື່ອ ການຄ້າ ມະນຸດ

ອົງການ ຮ່ວມມື ວ່າດ້ວຍ ການຕໍ່ຕ້ານ ການຄ້າມະນຸດ ປະສົບ ບັນຫາ ໃນ ການສໍາຣວດ ການຄ້າມະນຸດ

ອົງການ ຮ່ວມມື ເພື່ອ ຕ້ານ ການຄ້າ ມະນຸດ ປະສົບ ບັນຫາ ການຄ້າ ມະນຸດ ໃນ ຄາບ ນັກສຶກສາ ແລະ ຄວາມ ຍາກລໍາບາກ ໃນ ການສໍາຣວດ ແລະ ຮີບໂຮມ ຂໍ້ມູນ ເພື່ອ ສຶກສາ ແລະ ແກ້ໄຂ ບັນຫາ, ອີງຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ອົງການ ດັ່ງກ່າວ.

“ສໍາຣັບ ນັກສຶກສາ ຢູ່ ບ້ານ ລາວ ມີ ກຸ່ມ ຄ້າປະເວນີ ຄັນຊິວ່າ ຊິມີ ກໍ ຈະເປັນ 100%, ບໍ່ມີ ເຮົາ ກໍເວົ້າ ບໍ່ໄດ້ ເພາະວ່າ ເຮົາ ບໍ່ໄດ້ເຮັດ ບໍ່ໄດ້ ຄົ້ນຫາ, ເຮັດ ການສໍາຣວດ ມັນ ກໍ ບໍ່ເປັນເຣື້ອງ ງ່າຍ ເຮົາ ກໍ ຕ້ອງໄດ້ໄປ ຂໍ ກະຊວງ ວັທນະທັມ ບາງເທື່ອ ເພິ່ນ ບໍ່ໃຫ້ເຮັດ ຊໍ້າກັນ ສໍາຣວດ ດ້ານນີ້.”

ທ່ານ ກ່າວ ຕື່ມວ່າ ສໍາລັບ ການຄ້າ ປະເວນີ ໃນ ຄາບ ນັກຮຽນ ນັ້ນ, ທາງ ອົງການ ຍັງ ບໍ່ໄດ້ສໍາຣວດ ເນື່ອງຈາກ ຕິດຂັດ ບັນຫາ ທີ່ ໄດ້ ກ່າວ ໄປແລ້ວ ນັ້ນ, ຈຶ່ງ ເຮັດໃຫ້ ປັດຈຸບັນ ຍັງ ບໍ່ສາມາດ ຊາບ ຂໍ້ມູນ ທີ່ ແທ້ຈິງ ແລະ ຈໍານວນ ທີ່ ແນ່ນອນ ສໍາລັບ ໃນ ເຣື້ອງ ນີ້ໄດ້.

ນອກຈາກ ນັ້ນແລ້ວ, ຍັງມີ ການຄ້າ ປະເວນີ ຈາກ ການຖືກຫລອກ ໃນ ຮູບແບບ ຕ່າງໆ ທີ່ ອົງການໄດ້ໄປ ພົບເຫັນ ແລະ ຊ່ອຍເຫລືອ ໄດ້ ສໍາເຣັດ.

“ກໍຣະນີ ທີ່ວ່າ ຖືກຫລອກ ຈາກ ພາກເໜືອ ຫລອກ ຂ້າມ ໄປ ໄທ ແຕ່ວ່າ ພວກ ທີ່ມາເ ຮັດຮຽກ ຢູ່ ໃນ ໂຕເມືອງ ໃຫຍ່ ກໍມີ ຮຽກນໍາ ແບບ ຮ້ານ ຂາຍເຄື່ອງດື່ມ, ຮ້ານ ຂາຍເບັຍ ທີ່ ຖືກ ຫລອກ ໄປ ໄທ ແລະ ຕໍາຣວດ ຊ່ອຍໄດ້, ມີ ແລະ ຖືກຫລອກ ໄປ ໄທ ແຕ່ ຕໍາຣວດ ຊ່ອຍ ບໍ່ໄດ້ ມັນ ກໍມີຄື ກັນ.”

ນອກຈາກນັ້ນ, ເຈົ້າໜ້າທີ່ ທ່ານ ດຽວ ກັນນີ້ ຍັງ ໄດ້ ສະແດງ ຄວາມຄິດ ສ່ວນໂຕ ໃນ ຕອນທ້າຍ ວ່າ: ການ ແກ້ໄຂ ບັນຫາ ການຄ້າ ປະເວນີ ທີ່ ຈຸດ ມຸ້ງໝາຍ ພຽງ ທາງໃດ ທາງນຶ່ງ ຄົງ ບໍ່ແມ່ນ ແນວທາງ ການ ແກ້ໄຂ ບັນຫາ  ທີ່ ແທ້ຈິງ, ຄວນ ຈະຄິດ ວ່າ ຈະເປັນ ການຂຍາຍ ບັນຫາ ຫລື ບໍ່, ເປັນ ການ ເຮັດໃຫ້ ຜູ້ຍິງ ຖືກ ແບ່ງແຍກ ເປັນ ຊົນຊັ້ນ ນຶ່ງ ທີ່ ຮັບໃຊ້ ທາງ ກາມາຣົມ ຫລື ບໍ່, ຫລື ເປັນ ການກີດກັນ ຜູ້ຍິງ ອອກ ຈາກ ເສຖກິດ ຫລັກ ຫລື ບໍ່?

ສະຖານນະການ ການຄ້າ ປະເວນີ ໃນ ປັດຈຸບັນ ມີ ຄວາມຊັບຊ້ອນ ທັງ ຂະບວນ ການເຂົ້າສູ່ ທຸຣະກິດ ນີ້ ແລະ ຄວາມສໍາພັນ ຣະຫວ່າງ ຄົນ ທີ່ ກ່ຽວຂ້ອງ, ອີກ ທັ້ງ ຍັງ ເກີດຈາກ ແຮງຜັກ ດັນ ທີ່ ເຊື່ອມ ກັບ ບັນຫາ ຄວາມທຸກຈົນ, ການຂາດ ໂອກາດ ດ້ານ ການສຶກສາ, ທາງເລືອກ ໃນ ອາຊີບ ແລະ ການຈໍາຍອມ ຕໍ່ ແຮງດຶງດູດ.

ຄຳສັບ ຊອກຫາຂໍ້ມູນ: ການຄ້າມະນຸດ humantrafficking

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org