ພໍ່ຄ້າ ສວຍໂອກາດ ຂຶ້ນຣາຄາ ຊີເມັນ
ໂຮງງານ ປູນຊີເມັນ ທັງ 6 ແຫ່ງ ໃນ ສປປລາວ ຍັງບໍ່ສາມາດ ຜລິດ ປູນຊີເມນ ພຽງພໍ ກັບ ຄວາມຕ້ອງການ ໃນ ລະຍະ ການສ້າງ ຫລາຍໆ ໂຄງການ ໃຫຍ່ໆ.
-
ມະນີຈັນ ຣາຍງານ
2008-05-12 -
-
-
Your browser doesn’t support HTML5 audio
ສະພາບ ການຂາດແຄນ ປູນຊີເມັນ ໃນລາວ ເຮັດໃຫ້ ບັນດາ ພໍ່ຄ້າ ສວຍໂອກາດ ຂຶ້ນຣາຄາ ຈໍານ່າຍ ໂດຍທີ່ ທາງການ ບໍ່ສາມາດ ເອົາຜິດ ນໍາໄດ້.
ເຈົ້າໜ້າທີ່ ກະຊວງ ອຸດສະຫະກໍາ ແລະ ການຄ້າ ຂອງລາວ ເຜີຍວ່າ ການທີ່ ໃນ ປະເທດລາວ ມີການ ກໍ່ສ້າງ ໂຄງການ ຂະໜາດໃຫຍ່ ຫລາຍໂຄງການ ໃນເວລານີ້ ເຊັ່ນ ໂຄງການ ກໍ່ສ້າງ ສນາມກິລາ ແຫ່ງໃໝ່ ໃນເຂດ ນະຄອນຫລວງ ວຽງຈັນ ເພື່ອຮອງຮັບ ການແຂ່ງຂັນກິລາ SEA Games ຄັ້ງທີ 25 ໃນທ້າຍປີ 2009, ໂຄງການ ຂຸດຄົ້ນ ແຮ່ທາດ ທີ່ພູເບັ້ຽ, ໂຄງການ ກໍ່ສ້າງ ເຂື່ອນນໍ້າເທີນ 2 ແລະ ໂຄງການກໍ່ສ້າງ ເຂື່ອນນໍ້າລີກ ເປັນຕົ້ນ ນັ້ນ ເຮັດໃຫ້ ຜົນຜລິດ ປູນຊີເມັນ ມີ ບໍ່ພຽງພໍ ກັບ ຄວາມຕ້ອງການ ຢູ່ພາຍໃນ ປະເທດ ຫລາຍຂຶ້ນ ເລື້ອຍໆ.
ຍິ່ງໄປກ່ວານັ້ນ, ພໍ່ຄ້າ ຄົນກາງ ຍັງພາກັນ ກັກຕຸນ ປູນຊີເມັນ ເພື່ອທີ່ຈະສວຍໂອກາດ ປັບຣາຄາ ຈໍາໜ່າຍ ໃຫ້ສູງຂຶ້ນ ອີກດ້ວຍ. ເຖີງແມ່ນວ່າ ທາງກະຊວງ ອຸດສະຫະກໍາ ແລະ ການຄ້າ ຈະໄດ້ມີ ຄໍາສັ່ງ ໃຫ້ໂຮງງານ ປູນຊີເມັນ ທັງ 6 ແຫ່ງ ໃນລາວ ຕ້ອງນໍາ ປູນຊີເມັນ ທີ່ຜລິດໄດ້ ທັງໝົດ ອອກມາ ຈໍາໜ່າຍ ຕາມຣາຄາ ທີ່ທາງການ ກໍານົດ ໃຫ້ນັ້ນ ກໍຕາມ, ແຕ່ ໃນພາກປະຕິບັດ ຕົວຈີງ ກໍຍັງ ບໍ່ສາມາດ ຄວບຄຸມ ຣາຄານັ້ນໄດ້.
ເຈົ້າໜ້າທີ່ ຄະນະບໍຣິຫານ ໂຮງງານ ປູນຊີເມັນ ແຫ່ງທີ 2 ເມືອງວັງວຽງ ແຂວງວຽງຈັນ ກ່າວເຖິງ ສະພາບ ທີ່ເກີດຂຶ້ນ ນັ້ນ ວ່າ:
“ມີຫາງ ສຽງວ່າ ການທໍາງານນີ້ ສວຍໂອກາດ ກັກຕຸນ ຊີມັງ ເພື່ອຂາຍເກັງກໍາໄຣ ອີ່ຫັຍງ ຕ່າງໆ ເພາະຊີມັງ ຫລັງ 2 ພວກເຮົານີ້ ຖືວ່າ ບໍ່ມີປາກົດການ ແບບນີ້ ພວກເຮົາ ຂາຍອອກ ແຕ່ລະມື້ ຖືວ່າ ຂາຍອອກ ສູ່ສັງຄົມ ສູ່ແຕ່ລະໂຄງການ ເກືອບໝົດເລີຍ ຂາຍຕາມຣາຄາ ທີ່ທາງກະຊວງ ການຄ້າ ອະນຸມັດ ຖ້າວ່າ ຢູ່ຕະລາດ ປາກົດວ່າ ມີຣາຄາ ຊີມັງ ເພີ່ມຂຶ້ນ ຢ່າງຫລວງຫລາຍ ຜິດປົກກະຕິ ໝາຍວ່າ ເອກກະຊົນ ຜູ້ໃດ ຜູ້ນຶ່ງ ສວຍໂອກາດ ຂຶ້ນຣາຄາ.”
ໂຮງງານ ປູນຊີເມັນ ທັງ 6 ແຫ່ງໃນລາວ ສາມາດ ຜລິດ ປູນຊີເມນ ໄດ້ຮວມກັນ ບໍ່ເກີນ 1 ລ້ານ 2 ແສນ ຕັນ ຕໍ່ປີ; ແຕ່ ຄວາມຕ້ອງການ ປູນຊີເມັນ ໃນລາວ ມີຫລາຍ ກວ່າ1 ລ້ານ 5 ແສນຕັນ ແລະ ນັ້ນກໍຄື ສາເຫດ ເຮັດໃຫ້ ບັນດາ ພໍ່ຄ້າ ຄົນກາງ ສວຍໂອກາດ ປັບຂຶ້ນຣາຄາ ຈໍາໜ່າຍ ຈາກຕັນລະ 692 ພັນກີບ ເປັນ 956 ພັນກີບແລ້ວ ໃນເວລານີ້.