ເສັຍຊີວິດ 2, ໄດ້ຮັບບາດເຈັບ 3 ຈາກ UXO
ໃນເດືອນນີ້ ມີຊາວບ້ານ ທີ່ແຂວງສາຣະວັນ ໄດ້ຮັບ ເຄາະຮ້າຍ ຈາກລູກຣະເບີດ ທີ່ບໍ່ທັນແຕກ ແຕກໃສ່ ອີກ 5 ຄົນ ໃນຈຳນວນ 12 ຄົນ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ໃນປີນີ້ ເພາະ ຄວາມຮູ້ເທົ່າບໍ່ເຖີງການ ຂອງພວກຂະເຈົ້າ.
-
ຊິດນີ ຣາຍງານ
2008-06-10 -
-
-
ໃນແຕ່ລະປີ ປະຊາຊົນ ໃນແຂວງສາຣະວັນ ໄດ້ຮັບເຄາະຮ້າຍ ຈາກລູກຣະເບີດ ທີ່ບໍ່ທັນແຕກ ແຕກໃສ່ ຫລາຍພໍສົມຄວນ ຊື່ງໃນຕົ້ນເດືອນນີ້ ມີແລ້ວ 5 ຄົນ ທີ່ໄດ້ຮັບເຄາະຮ໊າຍ ດັ່ງທ່ານ ລ່ຽມ ມີໄຊ ຫົວຫນ້າອົງການ UXO ປະຈຳແຂວງ ສາຣະວັນ ກ່າວ ກ່ຽວກັບ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ວ່າ:
“ວ່າງວັນທີ 4-5 ເດືອນມີຖຸນາ ກໍມີປະຊາຊົນ ເມືອງເຫລົ່າງາມ ຖືກ bomb ຕາຍ 2 ຄົນ ແລະເຈັບ 3 ຄົນ, ມາຊຸມນຸມກັນ ກີນກາເຟແລ້ວ ມາກະເຍົາ bomb ຖືກເສົາແລ້ວ ມັນແຕກ ເອີ້ນວ່າ ຄວາມຮູ້ເທົ່າ ບໍ່ເຖີງການ”
ທ່ານກ່າວ ເພີ້ມອີກວ່າ ໃນຈຳນວນ ຊາວບ້ານ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ໃນປີນີ້ ທັງຫົມດ 12 ຄົນ ນັ້ນ, 2 ຄົນເສັຍຊີວີດ ທີ່ເມືອງສະມວຍ, 2 ຄົນ ໄດ້ຮັບບາດເຈັບ ທີ່ເມືອງຕະໂອຍ, ທີ່ເມືອງສາຣະວັນ 2 ຄົນ ເສັຽຊີວີດ ແລະ 2 ຄົນ ໄດ້ຮັບບາດເຈັບ, ແລະ ວ່າງລ້າສຸດ ທີ່ເມືອງເຫລົ່າງາມ ເສັຽຊີວີດ 2 ຄົນ ແລະ ບາດເຈັບ 3 ຄົນ ຮ່ວມທັງຫມົດ ມີຜູ້ໄດ້ຮັບ ເຄາະຮ້າຍ ໃນປີນີ້ປະມານ 12 ຄົນ ຖ້າຈະບວກໃສ່ ຈຳນວນ ຕົວເລກ ເລີ້ມຈາກ ປີ 1997 ເປັນຕົ້ນມາ ມີປະຊາຊົນ ຊາວສາຣະວັນ ເສັຽຊີວີດ ຍ້ອນລູກຣະເບີດ ດັ່ງກ່າວ ປະມານ 44 ຄົນ ແລະ ໄດ້ຮັບບາດ ເຈັບປະມານ 77 ຄົນ.
ທ່ານວ່າ ອາດຈະມີການຕາຍ ແລະ ດ້ຮັບບາດເຈັບ ຫລາຍກວ່ານີ້ ເພາະໃນເຂດ ທີ່ສອກຫລີກ ຫ່າງໄກ ປະຊາຊົນ ຈະບໍ່ລາຍງານ ເພາະຢ້ານ ຖືກລົງໂທດ ຈາກທາງການ ທີ່ຝ່າຝືນ ການປະ
ກາດຫ້າມ ໃນການໄປ ຂຸດຄົ້ນ ເອົາລູກຣະເບີດ ທ່ານກ່າວ ກ່ຽວກັບ ຄວາມເຂົ້າໃຈ ຜລີດ ຂອງປະຊາຊົນ ກ່ຽວກັບ ລູກຣະເບີດ ດັ່ງກ່າວວ່າ:
“ການຳໃຊ້ ອາວຸດ ທີ່ຕົກຄ້າງ-ມັນມີ ຫລາຍກໍຣະນີນື່ງ ຂະເຈົ້າ ໄປໃຊ້ ໃນການລ່າເນື້ອ ເປັນລູກຫວ່ານ ຂອງປືນ ແລ້ວໄປຍີງເນື້ອ ອັນທີສອງ ເອົາ tnt ຂອງມັນ ໄປຈູດປ່າ ອັນສາມ ແມ່ນມ້າງເອົາເຫລັກ ແລະ ອັນສີ່ ຍ້ອນຄວາມຮູ້ ເທົ່າບໍ່ເຖີງການ ໄປມ້າງໄປຕີ ມັນ”
ແຂວງສາຣະວັນ ເປັນແຂວງ ອັນດັບ 3 ທີ່ມີ ປະຊາຊົນ ໄດ້ຮັບ ເຄາະຮ້າຍ ຈາກລູກຣະເບີດຊນີດນີ້ ຫລາຍກວ່າຫມູ່ ລອງຈາກ ແຂວງຊຽງຂວາງ ແລະ ແຂວງສວັນນະເຂດ ຊື່ງແຂວງ ດັ່ງກ່າວ ສາມາດ ເກັບກູ້ຣະເບີດໄດ້ ໃນເນື້ອທີ່ ປະມານ 1,400 ເຮັກຕາ ແລະ ກໍ່ເປັນແຂວງທີ່ມີ ການຣົນນະຣົງ ໃນການຕ້ານ ລູກຣະເບີດ ດັ່ງກ່າວ.