ບຸນທາດຫລວງ ເລິ້ມຂື້ນ ວັນທີ 7 ພຶສຈິກາ
ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ພ້ອມທັງ ເປັນຜູ້ປະຈຳການ ຄະນະ ຣັຖບານ ສປປ ລາວ ໄດ້ກ່າວ ເປີດງານບຸນ ປະຈຳປີ ດັ່ງກ່າວ ຢ່າງເປັນທາງການ ຕໍ່ໜ້າທີ່ຜູ້ມີກຽດ ທັງພາຍໃນ ແລະຕ່າງປະເທດ.
-
ອາວະຣີ ຣາຍງານ
2008-11-10 -
-
-
ເຈົ້າໜ້າທີ່ ຈັດງານ ໄດ້ກ່າວ ໃນພິທີເປີດ ໃນຕອນນຶ່ງວ່າ:
“ພະນະທ່ານ ສົມສະວາດ ເລັ່ງສວັດ ກັມມະການ ກົມການເມືອງ ສູນກາງພັກ ຮອງ ນາຍົກຣັຖມົນຕຣີ ປະຈຳຣັຖບານ ຂໍເຊີນບັນດາ ທ່ານຣັຖມົນຕຣີ ແລະ ຜູ້ນຳການທູດ ເປັນກຽດ ຕັດຜ້າເປີດງານ ພຣະທາດຫລວງ ຢ່າງເປັນທາງການ ໃນປີ 2008 ຂໍຮຽນເຊີນ.”
ບຸນນະມັສການ ພຣະທາດຫລວງ ຈະເລິ້ມແຕ່ ວັນທີ່ 7 ຈົນເຖິງ ວັນທີ່ 12 ເດືອນພຶສຈິການີ້. ໃນພິທີທາງດ້ານສາສນາ ໃນວັນທີ່ 12 ຕອນເຊົ້າ ຈະມີພິທີຕັກບາດ, ຕອນຄ່ຳ ຈະການວຽນທຽນ ອ້ອມພຣະທາດຫລວງ ແລະ ໃນມື້ຕໍ່ມາ ຈະມີການແຫ່ພະສາດເຜິ້ງ ແລະ ການແຂ່ງຂັນຕີຄີ.
ນອກຈາກ ພິທີທາງດ້ານສາສນາ ຄະນະກັມມະການ ຈັດງານ ຍັງໄດ້ຈັດໃຫ້ມີ ການບັນເທີງ ເຊັ່ນ ການສະແດງ ດົນຕຣີ ຮ້ອງເພັງ ແລະ ຈັດໃຫ້ມີການເປີດ ຂາຍສິນຄ້າ ເກືອບທຸກຊນິດ ຊຶ່ງສ່ວນຫລາຍ ຈະມີການສະແດງ ສິນຄ້າ ຢູ່ເດີນພຣະທາດຫລວງເອງ ແລະ ໃນບໍຣິເວນ ສູນສະແດງສິນຄ້າ ນານາງຊາດ ຫລືໄອແທກ.
ໃນບຸນທາດຫລວງ ບາງປີ ທີ່ຜ່ານມາ ໄດ້ມີເຫດການ ຣະເບີດແຕກຂື້ນ ເລັກນ້ອຍ ໄດ້ພາໃຫ້ມີການແຕກຕື່ນຫລາຍສົມຄວນ; ສະນັ້ນ ໃນປີນີ້ ທາງຄະນະ ກັມມະການ ຈັດງານ ຈຶ່ງຈະເອົາໃຈໃສ່ ຮັກສາຄວາມສງົບ ຢ່າງຈິງຈັງ ດັ່ງ ເຈົ້າໜ້າທີ່ ຈັດງານ ໄດ້ປະກາດ ຕອນນຶ່ງວ່າ:
“ບັນດາ ທ່ານຜູ້ມີກຽດ ງານບຸນນະມັສການ ພຣະທາດຫລວງ ແລະ ງານຕລາດນັດ ສາກົນ ປະຈຳປີ 2008 ໄດ້ສຸມໃສ່ ປະຕິບັດ ຕ້ອງຮັບປະກັນ ໃຫ້ບຸນນະມັສການ ພຣະທາດຫລວງ ມີຄວາມສງົບ ມີສະເຖັຽຣະພາບ ທາງດ້ານການເມືອງ ເປັນຣະບຽບຮຽບຮ້ອຍ ບໍ່ໃຫ້ມີເຫດການ ເກີດຂື້ນ.”
ຕາມປະເພນີ ວັທນະທັມ ຂອງລາວແລ້ວ ຫລັງຈາກ ບຸນທາດຫລວງ ຊາວລາວ ກໍຈະເຮັດບຸນ ຕໍ່ທີ່ ວັດອົງຕື້ ໃນວັນທີ່ 14 ແລະ ວັດສີເມືອງ ໃນວັນ 15 ເດືອນນີ້ ເຊັ່ນກັນ.