ລາງວັນ ສິລປິນ ນັກຮ້ອງ ປີ 2008
ງານ ໃຫ້ລາງວັນ ສິລປິນ ນັກຮ້ອງ ຄັ້ງທໍາອິດ ໃນວົງການບັນເທີງ ແລະ ເທສການດົນຕຣີ ທີ່ສປປລາວ.
-
ຈະເຣີນສຸກ ຣາຍງານ
2008-07-18 -
-
-
ລາວ ຈະຈັດພິທີ ການໃຫ້ລາງວັນ ສິລປິນບັນເທີງ ປະຈໍາປີ 2008 ຫລື Music Awards ຂຶ້ນ ເປັນຄັ້ງທໍາອິດ ໃນຄໍ່າຄືນ ວັນເສົາ, ທີ 26 ເດືອນກໍຣະກະດານີ້, ທີ່ຫໍວັທນະທັມແຫ່ງຊາຕ, ພາຍໃຕ້ ການເປັນເຈົ້າພາບ ຂອງ ບໍຣິສັດ ແສງດາຣາ.
ທ່ານ ວິລຸນ ແສງດາຣາ, ຜູ້ອໍານວຍການ ບໍຣິສັດ ແສງດາຣາ, ທີ່ຮັບຜິດຊອບ ການຈັດງານ ກ່າວກ່ຽວກັບ ຈຸດປະສົງ ວ່າ:
“ຢາກສເນີ ເພງລາວ ໃຫ້ທົ່ວໂລກນະ, ລະຢາກໃຫ້ ສິລປິນ ທຸກໆທ່ານ ພັທນາ ສີມື ຂອງໂຕເອງ, ບໍ່ວ່າ ຈະເປັນເຣື້ອງແຕ່ງເພງ ຫລື ເຣື້ອງ ວິທີຮ້ອງເພງ, ເຣື້ອງແຕ່ງເນື້ອຫາ ຕ່າງໆ ໃຫ້ຂະເຈົ້າ ສູ້ເພງ ຢູ່ຕ່າງປະເທດໄດ້, ຢາກຍົກຣະດັບ ສິລປິນ ຢູ່ບ້ານເຮົາ.”
ຄຽງຄູ່ ກັບການຈັດງານ ດັ່ງກ່າວ ໃນຕອນບ່າຍ ຈະມີຣາຍການເທສການ ດົນຕຣີ, ເຣີ້ມແຕ່ ເວລາ 12 ໂມງ ຫາ 5 ໂມງແລງ ທີ່ເດີນຈອດຣົດ ຫໍວັທນະທັມແຫ່ງຊາດ, ໃນນັ້ນ ຮວມທັງ ການຫລິ້ນດົນຕຣີ, ຮ້ອງເພງ, ເຕັ້ນລໍາ ແລະ ບັນເທີງຕ່າງໆ. ເວລາ 7 ໂມງແລງ ເຣີ້ມພິທີ ການໃຫ້ລາງວັນ ສິລປິນນັກຮ້ອງ, ພ້ອມທັງ ຈະມີການສະແດງ ແລະ ຮ້ອງເພງ ຂອງສິລປິນ 10 ກ່ວາຄົນ.
“ຫວັງວ່າ, ຫລັງຈາກງານນີ້ ວົງການເພງລາວ ຊິບໍ່ຄືເກົ່າເລີຍ, ຊິກ້າວແບບທີ່ບໍ່ເຄີຍຄິດວ່າ ເພງລາວ ຊິເປັນແບບຊິນາ, ບໍ່ວ່າ ຊິເປັນເພງ ອະເມຣິກາ, ເພງຈີນ, ເພງວຽດນາມ ກະສູ້ໄດ້ເລີຍ.”
ງານ ຄັ້ງນີ້ ຈະມີການມອບ ລາງວັນໃຫ້ແກ່ສິລປິນ ດີເດັ່ນ 14 ຄົນ ທີ່ມີຜົນງານ ເປັນທີ່ນິຍົມ ໃນສປປລາວ. ຫລັງຈາກ ຈັດງານ ດັ່ງກ່າວນີ້ແລ້ວ, ທາງບໍຣິສັດ ແສງດາຣາ ມີໂຄງການ ທີ່ຈະຈັດ ກິຈກັມ ຕ່າງໆຂຶ້ນອີກ ໃນອະນາຄົດ ເພື່ອສົ່ງເສີມ ວົງການບັນເທີງລາວ ໃຫ້ກ້າວໜ້າຂຶ້ນໄປ.