ຄ່າ ຍົກຣະດັບ ສນາມບິນຫລວງພຣະບາງ ເພີ້ມຂຶ້ນ

ໂຄງການ ປັບປຸງ ສນາມບິນ ຫລວງພຣະບາງ ປະເຊີນກັບ ຄ່າໃຊ້ຈ່າຍ ທີ່ສູງຂຶ້ນ ເນື່ອງຈາກ ສະພາບ ເສຖກິດ ປັ່ນປ່ວນ, ແຕ່ກໍຈໍາເປັນ ຕ້ອງລົງທຶນ ກໍ່ສ້າງຕໍ່ໄປ ຕາມແຜນການ.

ທ່າມກາງ ວິ​ກິ​ຈການ ​ເສ​ຖກິດ ທີ່​​ເຮັດ​ໃຫ້​ ສິນຄ້າ​ຕ່າງໆ​ ​ແພງ​ຂຶ້ນ ​ໃນລະຍະ​ ຜ່ານ​ມາ ຖືວ່າ ​ສົ່ງ​ຜົນ​ສະທ້ອນ ຕໍ່​ໂຄ​ງການ​ຕ່າງໆ ​ໃນ​ລາວ ຫລາຍ​ສົມຄວນ, ​ເປັນ​ຕົ້ນ ​ແມ່ນ ​ໂຄງການ​ປັບປຸງ ສນາມ​ບິນ ​ແຂວງ ​ຫລວງ​ພຣະບາງ, ຊຶ່ງ​ອາດຕ້ອງ ມີ​ການ​ປັບຣາຄາ ​ຄ່າ​ໃຊ້​ຈ່າຍ ສູງ​ຂຶ້ນ​ກ່ວາ​ເດີມ, ຕາມ​ສະພາບ​ການ ​ໂຕ​ຈິງ ​ໃຫ້​ແກ່​ເອກ​ຊົນ ຜູ້​ຮັບ​ເໝົາ ຖ້າ​ຫາກ​ວ່າ ຕ້ອງການ​ສືບ​ຕໍ່​ໂຄງການ​ດັ່ງ​ກ່າວ ຕໍ່​ໄປ ຕາມ​​ແຜນການ. ທ່ານ ຍາ​ກົວ ລໍ​ປາງ​ກາວ, ​ຫົວ​ໜ້າ ​ກົມ​ການບິນ ພົລ​ເຮືອນ ຂອງ​ລາວ ຊີ້​ແຈງ ວ່າ:


“ງົປມານ ຕ້ອງ​ໄດ້​ແກ້​ໄຂ ​ເພາະວ່າ ຕອນ​ນີ້ ​ເງິນ ດອນ​ລາ​ ສະຫະຣັດ ກໍ​ຕົກຣາຄາ​ ຄ່າ​ນໍ້າມັນ​ ກໍ​ຂຶ້ນ, ວັສດຸ​ ການ​ກໍ່ສ້າງ ກໍ​ເພີ້​ມຂຶ້ນ ມັນ​ກໍມີ ​ຜົນ​ກະທົບ ກັບ​ຜູ້​ຮັບ​ເໝົາຢູ່, ຜູ້​ຮັບ​ເໝົາ ຂະ​ເຈົ້າ ​ເຮັດ​ບໍ່​ໄດ້​ແທ້ໆ, ​ເຮົາ ຈະ​ບັງ​ຄັບ ຂະ​ເຈົ້າ ​ໄດ້​ແນວ​ໃດ. ສໍາຄັນ ບ່ອນ​ວ່າ ​ໂຄງການ​ໂຕ​ນີ້ ​ເປັນ​ໂຄງການ ທີ່​ຈະ​ຕ້ອງ ​ໄດ້​ຂຍາຍ​ ສນາມ​ບິນ ອອກ​ໄປ ​ແລະ ປັບປຸງ ສນາມ​ບິນ.”

ເມື່ອ​ທ້າຍ ​ປີ​ກາຍ​ນີ້, ທາງ​ການ​ລາວ ​​ໄດ້​ກູ້​ຢືມ ​ເງິນ​ດອກ​ເບັ້ຍ​ຕໍ່າ 30 ປີ ຈາກ​ທະນາຄານ ​ສົ່ງ​ເສີມ ການ​ສົ່ງ​ອອກ ຂອງ​ຈີນ ປະມານ 58 ລ້ານ​ດອນລາ​ ສະຫະຣັດ, ​ເພື່ອ​ນໍາ​​ໄປ​ ຈ້າງ ​ເອກ​ຊົນ​ຈີນ ສຶກສາ ​ອອກ​ແບບ ​ແລະ ປັບປຸງ​ ສນາມ​ບິນ ຫລວງ​ພຣະບາງ ຄືນ​ໃໝ່ ພາຍ​ໃນ ປີ 2012.

​ພາຍຫລັງ ທີ່​ເອກ​ຊົນ​ ດໍາ​ເນີນ​ງານ​ມາ ລະຍະ​ນຶ່ງ ​ແລະ ​ໄດ້​ພົບ​ ອຸປສັກ ​ໃນ​ເຣື້ອງ ຄ່າ​ໃຊ້​ຈ່າຍ​ຕ່າງໆ ທີ່​ສູງ​ຂຶ້ນ​ນັ້ນ, ​ເອກ​ຊົນ ດັ່ງກ່າວ ຈຶ່ງ​ຫາລື ກັບ​ທາງ​ການ​ລາວ ​ເພື່ອ​ຢາກ​ປັບຣາຄາ ຄ່າ​ໃຊ້​ຈ່າຍ ​ໃນ​ໂຄງການ​ນີ້ ​ໃຫ້​ສົມ​ກັບ ສະພາບ​ການ ​ໂຕ​ຈິງ ຄື ຈາກ​ເດີມ 58 ລ້ານ​ດອນ​ລາ ​ສະຫະຣັດ ​ເພີ້​ມຂຶ້ນ​ເປັນ​ 70 ລ້ານ​ດອນ​ລາ, ຊຶ່ງ​ທ່ານ ຢາ​ກົວ ​ເວົ້າ​ວ່າ ທາງ​ການ​ລາວ ກໍ​ເຫັນ​ດີ​ ກັບ​ເຫດຜົນ, ​ແລະ ອາດສ​ເນີ ກູ້​ຢືມ​ເງິນ ສ່ວນ​ທີ່​ເພີ້​ມຂຶ້ນນີ້ ຈາກ​ທະນາຄານ ສົ່ງ​ເສີມ ການ​ສົ່ງ​ອອກ ຂອງ​ຈີນ ​ໃນ​ອີກ​ບໍ່​ດົນ​, ​ເພື່ອ​ຊ່ອຍ ​ໃຫ້​ໂຄງການ​ນີ້ ​ເດີນ​ໜ້າ​​ໄປ ຕາມ​​ແຜນການ​, ​ເພາະ ຈະ​ໃຫ້​ຜົນ​ປ​ໂຍດ ​ໃນ​ລະຍະ​ຍາວ ​ໂດຍ​ສະ​ເພາະ ​ເຣື້ອງການທ່ອງທ່ຽວ ຢ່າງ​ຫລວງຫລາຍ ​ໃນ​ອະນາຄົດ.

ຢ່າງ​ໃດ ກໍ​ດີ, ຕາມ​ໂຄງການ ​ປັບປຸງ​ສນາມ​ບິນ ​ແຂວງ ​ຫລວງ​ພຣະບາງ ນີ້, ຖື​ວ່າ ຈະ​ມີ​ການ​ຂຍາຍ​ ອາຄານ​ ສະຖານ​ທີ່, ທາງ​ແລ່ນ, ທາງ​ເຂົ້າ​ຈອດ ​ແລະ ລານ​ຈອດ ຂອງ​ເຮືອບິນ ​ໃຫ້​ກວ້າງຂວາງ, ສະ​ດວກ ​ສະບາຍ​ຂຶ້ນ ຕໍ່ການ​ຮອງ​ຮັບ ​ເຮືອບິນ​ ຂນາດ​ໃຫຍ່ກ່ວາ ​ທີ່​ເຄີຍ​ຮອງ​ຮັບ​ມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org