ອຸບັດຕິເຫດ ຖນົນໝາຍເລກ 13

ເກີດອຸບັດຕິເຫດ ຣົດໂດຍສານ ສາຍຊຽງຂວາງ-ວຽງຈັນ ຂ້ວາມ ເທີງຖນົນຫລວງ ໝາຍເລກ 13 ເໜືອ ເຂດແຂວງວຽງຈັນ.

ເກີດອຸບັຕິເຫດ ຣົດໂດຍສານ ສາຍຊຽງຂວາງ-ວຽງຈັນ ຂ້ວາມຢູ່ເທິງ ຖນົນຫລວງ ໝາຍເລກ13 ​ເຂດພື້ນທີ່ຕອນເໜືອ ເມືອງໂພນໂຮງ ແຂວງວຽງຈັນ ໃນຕອນເຊົ້າມືດ ຂອງວັນອັງຄານ ທີ14ຕຸລານີ້  ເມື່ອ​​ເວລາ ປະມານ 2 ​ໂມງ ເຮັດໃຫ້ຜູ້ໂດຍສານ​ ​​ເສັຽຊີວິດໄປ 4 ຄົນ ຈາກທັງໝົດ 40 ກວ່າຄົນ ທີ່ຢູ່ໃນ ຣົດ ແລະ ບາດເຈັບອີກ ສິບກວ່າຄົນ. ​ໃນນັ້ນ ມີບາງຄົນ ຢູ່ໃນສະພາບສາຫັດ ​​ໂດຍທັງໝົດ ​​ຖືກນໍາສົ່ງໂຮງໝໍແຂວງວຽງຈັນ ທີ່ຕັ້ງຢູ່ ບໍ່ຫ່າງໄກ ກັບບ່ອນເກີດເຫດ, ຕາມຄໍາເວົ້າຂອງ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ.

ຣົດໂດຍສານຄັນດັ່ງກ່າວ ແລ່ນອອກຈາກ ຊຽງຂວາງ ເວລາ 8 ​ໂມງແລງ ​​ເພື່ອທີ່ ຈະມາເຖິງນະຄອນຫລວງ ວຽງຈັນ ປະມານ 4​ ໂມງເຊົ້າ ຊຶ່ງຈະ​ໃຊ້ ເວລາແລ່ນ ປະມານ 8 ຊົ່ວໂມງ.  ​ ​ເສັ້ນທາງ ໝາຍເລກ 13 ຊ່ວງເໜືອ ຂອງເມືອງໂພນໂຮງ​ ​ເປັນເສັ້ນທາງ ລຽບພໍສົມຄວນ; ຣົດບໍ່ນ່າ ເກີດອຸບັຕິເຫດເລີຍ ແລະ ຄິດວ່າ ຄົງເກີດຈາກ ການຫລັບໃນ ຂອງຜູ້ຂັບ ຈຶ່ງເຮັດໃຫ້ຣົດ ເສັຽຫລັກ ​​ແລ່ນເຈີດອອກນອກເສັ້ນທາງ ແລ້ວພິກຂ້ວາ.

ໃນເດືອນດຽວກັນນີ້ ໄດ້ເກີດອຸບັຕິເຫດ ຣົດໂດຍສານ ສາຍທາງໄກ ຂ້ວາ 2​ ເທື່ອແລ້ວ ເທິງ ເສັ້ນທາງ ໝາຍເລກທີ 13 ​ເທື່ອນີ້ ເປັນເທື່ອ ທີ 2. ເທື່ອທີ 1 ນັ້ນ ເກີດເມື່ອວັນທີ 6 ຕຸລາ ຢູ່​​ເຂດເມືອງ ທ່າພະບາດ ແຂວງບໍຣິຄໍາໄຊ, ມີຜູ້ໄດ້ຮັບ ບາດເຈັບສາຫັດ 4 ຄົນແຕ່​​ໂຊກດີ-ບໍ່ມີຜູ້ ເສັຽຊີວິດ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org