ແມ່ຍິງລາວ ໄປຝຶກອົບຮົບ ການປຸງແຕ່ງອາຫານເສີມ ໃນໄທ

ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປລາວ ສົ່ງແມ່ຍິງລາວ ໄປສັມມະນາ ແລະ ຝຶກອົບຮົມ ດ້ານການປຸງແຕ່ງສະໝຸນໄພ ແລະ ອາຫານເສີມ ທີ່ແຂວງຊຽງຮາຍ ປະເທດໄທ.

ເມື່ອເວລາ ປະມານ 8 ​ໂມງເຊົ້າ ຂອງວັນທີ່ 23 ​ເດືອນສິງຫານີ້ ອຳນາດການປົກຄອງ ແຂວງບໍ່ແກ້ວໄດ້ອະນຸຍາດ ແລະ ຈັດສົ່ງ ແມ່ຍິງລາວ ບັນດາຊົນເຜົ່າ ຈຳນວນ 60 ຄົນໄປເມືອງຊຽງຂອງແຂວງຊຽງຮາເພື່ອເຂົ້າຮ່ວມການຝຶກອົບຣົມ ວິທີປຸງແຕ່ງ ອາຫານເສີມແລະ ການປຸງແຕ່ງ ສະໝຸໄພ ທີ່ໂຮງແຮມ ຣິມກົກ ຣີຊອດ.

ການສັມມະນາ ແລະ ການຝຶກອົບຮົມ ດັ່ງກ່າວໄດ້ດຳເນີນໄປ ເປັນເວລາສອງມື້ ຄືໃນວັນເສົາ ແລະ ວັນອາທິດ ທີ່ຜ່ານມາຊຶ່ງກົງກັບ ວັນທີ່ 23 ​ແລະ 24 ສິງຫານີ້. ສຳຣັບຄ່າ​​ໃຊ້ຈ່າຍ ​​ເຊັ່ນ ຄ່າຣົດ ຄ່າເຮືອ ຄ່າໂຮງແຮມ ຕລອເຖິງ ຄ່າອາຫານ ການກິນ ຝ່າຍ​​ໄທ ເຈົ້າພາບເປັນຜູ້ຮັບຜິດຊອບ ທັງໝົດເລີຍ.

ແຂວງບໍ່ແກ້ວ ແລະ ​​ແຂວງຊຽງຮາຍ ຂອງໄທ ມີຄວາມສຳພັນ ແລະ ການຮ່ວມມືກັນ ດີຕລອດມາ; ປັດຈຸບັນ ຖນົນໝາຍເລກທີ່ R3A ກໍສ້າງສຳເຣັດແລ້ວ ຊຶ່ງເປັນຖນົນຫລວງ ເຊື່ອມຕໍ່ ຣະຫວ່າງສອງແຂວງ ແລະ ເນັ່ງຂື້ນໄປຫາພາກໃຕ້ຂອງຈີນ; ອີກປະມານສອງສາມປີ ກໍຈະມີຂົວມິດຕະພາບ ລາວ-​ໄທ ແຫ່ງທີ່ສີ່ ຊຶ່ງຈະເປັນຂົວຂ້າມແມ່ນ້ຳຂອງຣ ະຫວ່າງເມືອງຫ້ວຍຊາຍແຂວງບໍ່ແກ້ວ ແລະເມືອງຊຽງຂອງແຂວງຊຽງຮາຍ ຂອງໄທ.

ຫລັງຈາກສ້າງຂົວ ສຳເຮັດແລ້ວ ຄວາມສຳພັນ ການຮ່ວມມື ການໄປມາຫາສູ່ແລະ ການຄ້າ ຣະຫວ່າງ ແຂວງບໍ່ແກ້ວແລະ ແຂວງຊຽງຮາຍ ຂອງໄທ ຍິ່ງຈະຂຍາຍຕົວອອກ. ຊາວໄທ ກໍຈະໄປຫລິ້ນໄປທ່ຽວຝັ່ງລາວ ຫລາຍຂື້ນ; ປັດຈຸບັນ ລາວ ກຳລັງ ສ້າງໂຮງແຮມແລະ ກາຊີໂນ ຢູ່ເມືອງຫ້ວຍຊາຍເພື່ອຮອຮັບ ນັກທ່ອງທ່ຽວໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org