ຣະເບີດ ຄ້າງສົງຄາມ ຍັງສົ່ງຜົນອັນຕຣາຍ

ແຕ່ຕົ້ນປີນີ້ ເຖິງປະຈຸບັນ ມີຜູ້ເສັຍຊີວິດ 3 ຄົນ ແລະ ຮັບບາດເຈັບ 6 ຄົນ. ແຕ່ປີ 1996 ເປັນຕົ້ນມາ, ແຂວງຊຽງຂວາງ ມີຜູ້ເຄາະຮ້າຍ ເສັຍຊີວິດ ປະມານ 50 ຄົນ ແລະ ໄດ້ຮັບ ບາດເຈັບ 685 ຄົນ.

ຊາວ​ລາວ ​ໄດ້​ຮັບ​ເຄາະ​ຮ້າຍ ​ຈາກຣະ​ເບີດ​ຕົກ​ຄ້າງ​ ​ສມັຍ​ສົງຄາມ​ຢູ່​ເລື້​ອຍໆ; ຕົວຢ່າງ ຢູ່ແຂວງ​ຊຽງ​ຂວາງ ມີ​ຄົນ​ເສັຍ​ຊີວິດ 3 ​ຄົນ ​ແລະ​ ໄດ້​ຮັບບາດ​ເຈັບ   6 ​ຄົນ ນັບ​ແຕ່​ຕົ້ນປີ​ນີ້ ​ເປັນຕົ້ນມາ, ດັ່ງ ທ່ານ ຄຳ ທະ​ວົງ, ຫົວໜ້າ​ ເກັບ​ກູ້   ຣະ​ເບີດ ​ທີ່​ຍັງ​ບໍ່​ແຕກ ​ປະຈຳ​ແຂວງຊຽງ​ຂວາງ ​ໄດ້​ກ່າວວ່າ:

“​ແຕ່​ເດືອນ​ນຶ່ງ​ມາ​ຮອດ​ເດືອນ​ນີ້ ​ເພິ້ມຂື້ນ 8-9 ຄົນ​ນີ້​​ແຫລະ ຖື​ວ່າ​ຈຳນວນ​ຜູ້​ຕາຍ​ສາມ​ຄົນ ​ແລະ​ນອກ​ນັ້ນກໍ​ເຈັບ ​ເຂົາ​ເຈົ້າກໍ​ໄປ​ແບບ​ທຳ​ມາ​ຫາກິນ​ແລະ​ກໍ​ສິຕາມ​ເຄີຍ ບາງ​ເທື່ອ​ກໍ​ດັງ​ໄຟ ບາງ​ເທື່ອ​ກໍ​ລັກ​ເອົາ.”

ທ່ານ ຄຳ ກ່າວ​ອີກ​ວ່າ ​ໃນ​ຈຳນວນ​ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ 9 ຄົນ​ ນັ້ນ, ສ່ວນ​ຫລາຍ ​ເປັນ​ຊາວບ້ານ​ຢູ່​ເມືອງ​ແປກ​, ​ເມືອງ​ຜາ​ໄຊ ​ແລະ ​ເມືອງ​ຄູນ. ສາ​ເຫດ​ໃຫຍ່ ​ກໍ​ແມ່ນ ພວກ​ເຂົາ​ເຈົ້າ ​ໄປຊອກ​ຫາ​ຂຸດ​ຄົ້ນ​ ເອົາ​ເສ​ດ​ເຫລັກ ​ໄປ​ຂາຍ ​ແລະ ​ໄປ​ຊອກ​ຫາ​ຢູ່​ຫາ​ກິນ.

ນັບ​ແຕ່​ປີ 1996 ​ເປັນ​ຕົ້ນມາ ​ແຂວງ​ຊຽງ​ຂວາງ ມີ​ຄົນ​ເສັຍ​ຊີວິດ ​ປະມານ 40-50 ຄົນ ​ແລະ ​ໄດ້ຮັບ​ບາດ​ເຈັບ 685 ຄົນ ຍ້ອນຣະ​ເບີດ ​ທີ່​ຍັງ​ບໍ່​ແຕກ. ​ໃນຣະຍະ​ເວລາ​ດຽວ​ກັນນັ້ນ, ​ເຈົ້າໜ້າ​ທີ່​ລາວ ​ໄດ້​ເກັບ​ກູ້ຣະ​ເບີດ​ ທີ່​ຍັງ​ບໍ່​ແຕກ​ ອອກ​ຈາກ​ພື້ນ​ທີ່​ໄດ້​ເຖິງ 2,500 ​ເຮັກຕາຣ໌; ​ໃນ​ສະ​ເພາະ ​ປີ 2008 ນີ້ ຈະ​ເກັບ​ກູ້​​ໃຫ້​ໄດ້​ 526 ​ເຮັກຕາຣ໌.

ແຂວງ​ຊຽງ​ຂວາງ ​ເປັນ​​ແຂວງ​ນຶ່ງ ​ໃນ​ລາວ ທີ່​ຖືກ​ຖິ້ມຣະ​ເບີດ​ໃສ່ ​ຫລາຍ​ທີ່​ສຸດ ​ໃນ​ສມັຍ​ສົງຄາມ​ເມື່ອ​ປະມານ​ 40 ປີ​ກ່ອນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org