ພົບ ຂອງໂບຮານ ກ່ວາ 500 ຊນິດ ຢູ່ ນະຄອນຫລວງ ວຽງຈັນ

ຣັຖບານລາວ ປະກາດ ອະນຸລັກ ຄຸ້ມ ດົງປ່າລານ ໃຫ້ເປັນ ບ້ານເກົ່າແກ່ ໃນ ນະຄອນຫລວງວຽງຈັນ ແລ້ວ.

ນັກວັຖຸໂບຣານລາວ ຣະບຸວ່າ ອອ້ມແອ້ມ ນະຄອນຫລວງ ວຽງຈັນ ໄດ້ພົບເຫັນ ພື້ນທີ່ ວັຖຸໂບຮານ ອັນເກົ່າແກ່ ປະມານ ກວ່າ 500 ຊນິດ ທີ່ ຈະອະນຸລັກໄວ້ ໃຫ້ ເປັນ ເຂດມໍຣະດົກ ໂລກ ໃນ ອານາຄົດ. ທ່ານ ວ່າ ໜ່ວຍງານ ຈາກຫອ້ງການ ວັຖຸໂບຮານ ໄດ້ຄົ້ນພົບ ວັຖຸໂບຣານ ອັນເກົ່າແກ່ ທີ່ຖືກຝັງໄວ້ ຕາມເຂດ ຕ່າງໆ ຂອງ ນະຄອນຫລວງ ວຽງັຈນ ເປັນຈຳນວນ ຫລວງຫລາຍ. ຊຶ່ງ ທາງການ ອະນຸລັກ ສິ່ງເກົ່າແກ່ ກໍ່ຕົກລົງ ກັນວ່າ ຈະອະນຸລັກໄວ້ ໃຫ້ເປັນ ຂອງເກົ່າແກ່ ຫລື ເປັນ ເມືອງເກົ່າແກ່ ຂອງລາວ ທີ່ມີ ວັທະທັມ ຍາວນານ ມາແຕ່ ດືກດຳບັນ, ດັ່ງ ອາຈານ ວຽງແກ້ວ ສຸກສວັດດີ, ຮອງ ອະທິບໍດີ ກົມ ວັຖຸໂບຣານລາວ ທີ່ນະຄອນຫລວງ ວຽງຈັນ ໄດ້ ອະທິບາຍ ກ່ຽວກັບເຣື້ອງນີ້ ວ່າ:

”ແນວຄິດເຮົາ ກໍ່ໄດ້ ຕັ້ງຄວາມຄິດ ໄວ້ວ່າ ຢາກ ຈະສງວນ ພື້ນທີ່ ໃຈເມືອງ ທີ່ເປັນພື້ນທີ່ ພຣະຣາຊວົງເກົ່າ ເປັນເຂດ ເດີນທ່ອງທ່ຽວ ເປັນເຂດ ມໍຣະດົກ ແຕ່ວ່າ ມັນອາດຈະເປັນ ໂຄງການ ໃນອານາຄົດ”

ທ່ານ ກ່າວ ເພີ່ມອີກວ່າ, ໂບຣານວັຖຸ ທີ່ຄົ້ນພົບ ນັ້ນ ແມ່ນໃນຊ່ວງ ປີ 1540 ທີ່ມີ ອາຍຸ ກວ່າ 400 ປີ ຫລື ຫລາຍກວ່ານັ້ນ. ໃນ ບໍຣີເວນ ພຣະຣາຊວັງ ເກົ່າ ຂອງ ເຈົ້າຄອງ ກຳແພງ ນະຄອນ ວຽງຈັນ ແລະ ກໍມີ ການຄົ້ນພົບ ເສົາຫລັກເມືອງ 9 ຈຸດ ຂອງ ພຣະຣາຊວັງ ເກົ່າ ແລະ ຫີນສີລາເລີກ ປະເພດ ຕ່າງໆ, ສ່ວນໃຫຍ່ ກ່ຽວກັບ ໂຫຣະສາດ ດວງດາວ ທີ່ມີ ການເຊື່ອກັນ ໃນສມັຍນັ້ນ.  ນອກຈາກນັ້ນ, ໃນການປັບປຸງ ຖນົນ ສາມແສນໄທ ແລະ ເສຖາທິຣາຊ, ເຈົ້າໜ້າທີ່ ກໍ່ສ້າງ ກໍ່ໄດ້ພົບ ວັຖຸໂບຣານ ທີ່ ຝັງຢູ່ພື້ນດິນ ຕາມເຂດ ຕ່າງໆ ນຳອີກ. ທ່ານກ່າວ ເພີ່ມອີກ ວ່າ:

”ທີ່ສຳຄັນ ທີ່ພວກເຮົາ ຕ້ອງເອົາ ໃຈໃສ່ ຫລາຍກວ່າໝູ່ ຍ້ອນວ່າ ຈຸດນີ ເປັນຈຸດໃຈກາງ ຂອງ ນະຄອນຫລວງ ວຽງຈັນ ມາຫລາຍ ສັຕວັດແລ້ວ ຊື່ງພວກເຮົາ ພົບໂຄງສ້າງ ຢູ້ພື້ນດີນ.”

ເຖີງຢ່າງໃດກໍ່ຕາມ, ຫລາຍພາກສ່ວນ ກໍ່ບອກວ່າ ໃນປັດຈຸບັນ ທີ່ ນະຄອນຫລວງ ວຽງຈັນ ຍັງມີ ພື້ນທີ່ ຫລາຍແຫ່ງຢູ່ ທີ່ຍັງ ບໍ່ທັນ ຄົ້ນຄົ້ວ ແລະ ກໍ່ຍັງມີ ວັຖຸໂບຮານ ອັນເກົ່ແກ່ ຂອງລາວ ຖືກຝັງ ຢູ່ໃຕ້ດິນ ຢ່າງມະຫາສານ, ເພາະ ວຽງຈັນ ເປັນເມືອງເກົ່າແກ່ ສມັຍ 4 ຫາ 5 ສັຕະວັດ ກ່ອນ. ທາງການລາວ ຂາດງົປະມານ ແລະ ຂາດ ບຸຄຣາກອນ ທີ່ຈະມາ ຂຸດຄົ້ນ ແລະ ອະນຸລັກ, ຊຶ່ງໃນອາທີດ ນີ້, ຣັຖບານລາວກໍ່ປະກາດ ອະນຸລັກ ຄຸ້ມ ດົງປ່າລານ ໃຫ້ເປັນ ບ້ານເກົ່າແກ່ ໃນ ນະຄອນຫລວງວຽງຈັນ ແລ້ວ.
EKW: ໂບຮານະກັມ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org