ຣັດຖະບານລາວ ຮຽກຮ້ອງ ໃຫ້ທຸກໆແຂວງ ຂອງລາວ ສະກັດກັ້ນ ການຣະບາດ ຂອງໂຣກຖອກທ້ອງ cholera
-
2008-01-25 -
-
-
ການຣະບາດ ຂອງໂຣກຖອກທ້ອງ cholera ໃນ ແຂວງເຊກອງ ເມື່ອເດືອນ ທີ່ຜ່ານມາ ໄດ້ເຮັດໃຫ້ ມີ ຜູ້ເສັຽຊີວິດ ຍ້ອນແລ້ວ 3 ຄົນ ແລະ ມີຜູ້ຕິດ ເຊື້ອໂຣກ ນັ້ນອີກ 364 ຄົນ.
ຣັດຖະບານລາວ ຮຽກຮ້ອງໃຫ້ທຸກໆແຂວງຂອງລາວ ສະກັດກັ້ນ ການຣະບາດ ຂອງໂຣກຖອກທ້ອງ cholera ທີ່ໄດ້ປະກົດຕົວຂຶ້ນ ໃນແຂວງເຊກອງ ພາກໄຕ້ຂອງລາວ ເມື່ອເດືອນທີ່ຜ່ານມາ ຊຶ່ງມີຜູ້ເສັຽຊີວິດຍ້ອນແລ້ວ 3 ຄົນ ແລະມີຜູ້ຕິດເຊື້ອໂຣກນັ້ນ ອີກ 364 ຄົນ.
ຂ່າວຈາກກຸງຮ່າໂນ່ຍ ຣາຍງານ ໂດຍອ້າງອີງໃສ່ໜັງສືພີມ Vientiane Times ໃນວັນພະຫັດນີ້ວ່າ ຣັດຖະບານລາວ ໄດ້ຮຽກຮ້ອງ ໃຫ້ທາງການທ້ອງຖີ່ນ ທັງຂັ້ນແຂວງ ຂັ້ນເມືອງ ແລະຂັ້ນບ້ານ ສືບຕໍ່ໂຄສະນາ ຂົນຂວາຍ ໃຫ້ປະຊາຊົນ ມີຄວາມຣະມັດຣະວັງ ເລື່ອງການປ້ອງກັນ ແລະປີ່ນປົວໂຣກຖອກທ້ອງ CHOLERA ໂດຍຮັບປະກັນ ຄວາມສະອາດ ໃນເຂດຊຸມຊົນຕ່າງໆ ແລະທັງແນະນໍາ ໃຫ້ປະຊາຊົນບໍຣິໂພກ ອາຫານທີ່ແຕ່ງສຸກດີ, ດື່ມນໍ້າທີ່ຕົ້ມ ແລະລ້າງມື ທຸກໆຄັ້ງກ່ອນກີນ.
ພ້ອມກັນນັ້ນ ຣັດຖະບານ ຍັງຂໍໃຫ້ທາງກະຊວງ ສາທາຣະນະສຸກ ອອກຄໍາເຕືອນ ທາງການທ້ອງຖີ່ນ ເປັນປົກກະຕ ິເພື່ອມີຄວາມພ້ອມ ຮັບມື ຫາກມີການຣະບາດນັ້ນ. ສ່ວນສື່ມ່ວນຊົນ ທາງການກໍຂໍໃຫ້ເລີ່ມໂຄສະນາ ໃຫ້ຂໍ້ມູນຂ່າວສານ ຢ່າງເປັນຂະບວນ ເພື່ອຮັບປະກັນວ່າ ປະຊາຊົນໄດ້ຮັບຮູ້ຂໍ້ມູນ ທີ່ຈະແຈ້ງ ກ່ຽວກັບເຫດການ ທີ່ເກີດຂຶ້ນຕ່າງໆ.
ທ່ານ ເພັດສະໃໝ ເທບວົງສາ ຈາກຜແນກ ສາທາຣະນສຸກ ແຂວງເຊກອງເວົ້າວ່າ ປະຊາຊົນທັງ 364 ຄົນ ທີ່ຕິດເຊື້ອ ໂຣກຖອກທ້ອງ CHOLERA ນັ້ນ ໄດ້ກັບມາຢູ່ບ້ານຕົນເອງແລ້ວ.
ຂ່າວຣາຍງານຕື່ມວ່າ ໃນຂະນະທີ່ສາມາດຄວບຄຸມ ການຣະບາດ ຂອງໂຣກຖອກທ້ອງ CHOLERA ູູຢູ່ແຂວງເຊກອງນັ້ນ ສອງແຂວງທາງພາກໄຕ້ເຊັ່ນກັນ ຄືແຂວງຈໍາປາສັກ ກໍໄດ້ຣາຍງານ ຜູ້ຕິດເຊື້ອ 9 ກໍຣະນີ ແລະ ແຂວງສາຣະວັນ 30 ກໍຣະນີ ເມື່ອມໍ່ໆມານີ້.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສໍານັກງານຂົນສົ່ງທາງນໍ້າ ແລະ ພານິດນາວີ ແຂວງຊຽງຮາຍ ຂອງໄທ ຕຽມຮັບມື ກັບສະພາບຣະດູແລ້ງ ທີ່ອາດສົ່ງຜົນກະທົບ ຕໍ່ການຂົນສົ່ງ ທາງເຮືອ ຕາມລຳນ້ຳຂອງ
- ຍັງມີ ຊາກກະດູກ ໂຕ ໄດນາຊໍຣ ທີ່ຖືກປ່ອຍຖິ້ມຮ້າງ ຢູ່ຕາມທັມມະຊາດ ເປັນຈໍານວນຫລວງຫລາຍ ໃນພື້ນທີ່ ແຂວງສວັນນະເຂດ
- ການໄຟຟ້າ ແຂວງຫລວງພຣະບາງ ຂາດທຶນ ມາໂດຍຕລອດ ເນື່ອງຈາກວ່າ ຊື້ໄຟຟ້າ ໃນຣາຄາແພງ ແລະ ຂາຍ ໃນຣາຄາຖືກ
- ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່
- ແຂວງອັຕປື ຕ້ອງການໃຫ້ມີນັກທຸຣະກິດ ເຂົ້າໄປລົງທຶນພັທນາ ຫລັງຈາກ ເປີດດ່ານສາກົນ ຣະຫວ່າງ ລາວ-ວຽດນາມ ຢ່າງເປັນທາງການ ເມື່ອມໍ່ໆມານີ້
- ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009
- ເຈົ້າຂອງຜູ້ລົງທຶນ ສ້າງເຂື່ອນໄຟຟ້ານ້ຳເຊືອງ ສນັບສນູນ ດ້ານງົບປະມານ ເພື່ອກາຣພັທນາເມືອງປາກເຊືອງ ແຂວງຫລວງພຣະບາງ
- ນັກທ່ອງທ່ຽວ ຈາກວຽດນາມ ບໍ່ນິຍົມໃຊ້ເສັ້ນທາງ ຜ່ານສວັນນະເຂຕ ໄປຍັງມຸກດາຫາຣ ເພາະວ່າໄກລ ແລະຍຸ້ງຍາກ
- ຜູ້ຕາງໜ້າຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ຮ່ວມປະຊຸມ ເພື່ອຄວບຄຸມ ໂຣຄປາກເປື່ອຽລົງເລັບ
- ຊາວເຜົ່າມົ້ງ ທີ່ຍັງຕໍ່ຕ້ານຣັຖບານລາວ ຢາກຍອມຈຳນົນ ແຕ່ບໍ່ກ້າ ເພາະຢ້ານຖືກຂ້າ ແລະທໍຣະມານ