ກາຣຂຸດແຣ່ທາຕໃນລາວ
ມີຫລາຍບໍຣິສັດຕ່າງຊາດ ສົນໃຈ ເຂົ້າມາ ຂໍສຳຣວດແລະ ຂຸດຄົ້ນແຮ່ທາດໃນລາວ ແຕ່ທາງການລາວ ວາງມາຕການຢ່າງ ເຂັ້ມງວດໃນການໃຫ້ ສັມປະທານຫລາຍກວ່າເກົ່າ.
-
ສິດນີ
2009-03-20 -
-
-
Your browser doesn’t support HTML5 audio
ໃນຊ່ວງເດືອນ ຕຸລາ ປີ 2008 ຫາເດືອນ ມີນາ ປີນີ້ ຣັຖບານລາວ ໄດ້ອະນຸຍາດ ພຽງແຕ່ 16 ບໍຣິສັດ ຍັງອີກ 60 ບໍຣິສັດ ກຳລັງຢື່ນ ເອກສານ ເພື່ອການຄົ້ນຄົ້ວ ຢູ່ ໃນເວລານີ້. ທ່ານ ທອງພັດ ອີນທະວົງ ຫົວຫນ້າກົມ ບໍ່ແຮ່ ກະຊວງຟລັງງານ ເປີດເຜີຍວ່າ ເບີ່ງຕາມສພາບ ຄວາມເປັນຈີງຂອງ ກຸ່ມນັກລົງທືນ ທີ່ຖືກໃຫ້ ສັມປະທານ ໃນຣະຍະທີ່ ຜ່ານມາ ທາງການລາວຕ້ອງ ໄດ້ພິຈາຣະນາ ຢ່າງທີ່ຖ້ວນ ກ່ອນຈະໃຫ້ ສັມປະທານ ກຸ່ມໃຫມ່ ເພາະ ກຸ່ມທີ່ໄດ້ ສັມປະທານ ໃນຣະຍະທີ່ ຜ່ານມາຫລາຍ ບໍຣິສັດ ຂາດຄວາມສາມາດ ທາງດ້ານເຕັກນີກ ແລະວີຊາການ ຂາດທືນຮອນ ມີປະສົປການ ບໍ່ພຽງພໍ ສົ່ງຜົລໃຫ້ການ ປະຕິບັດ ກິຈການ ບໍ່ໄດ້ ຕາມສັນຍາ ເກີດກໍຣະ ນີ ຂັດແຍ່ງຣະຫວ່າງ ນັກລົງທືນ ດ້ວຍກັນ ຍີ່ງໄປກວ່ານັ້ນ ບາງບໍຣິສັດ ກໍ່ເປັນພຽງແຕ່ ຜູ້ຈັບຈ່ອງ ໂຄງການໃວ້ລ້າໆ ເພື່ອຫວັງ ຜລົກຳໃຣໃນ ການຂາຍໃຫ້ ນັກລົງທືນ ກຸ່ມອື່ນ ເປັນການຊັກຊ້າ ໃນການພັທນາ ເສຖກິດຂອງລາວ. ດ້ວຍເຫດຜົລ ດັ່ງກ່າວ ຣັຖບານ ຈື່ງມີການ ເຂັ້ມງວດຫລາຍ ກວ່າເກົ່າໃນການ ໃຫ້ສັມປະທານ ແກ່ນັກລົງ ທືນ ໃນອານາຄົດ.