ເສຖກິຈລາວຈະດີຂຶ້ນ

ທາງທະນາຄາຣ ພັທນາເອເຊັຽ ວ່າ ເສຖກິຈ ໃນລາວ ມີແນວໂນ້ມ ທີ່ຈະເພີ່ມທະວີ ຂຶ້ນເຖິງ 7.4% ໃນປີ 2010 ນີ້.

ເຂື່ອນນໍ້າເທີນ 2 ທີ່ນໍາລາຍໄດ້ ເຂົ້າຊ່ວຍເສຖກິດ ຂອງສປປລາວ Tyler/Chapman

ກົດຟັງສຽງ

ສະເພາະດ້ານ ອຸຕສາຫະກັມ ເຊັ່ນ ພະລັງງານໄຟຟ້າ ແລະ ກາຣຂຸດຄົ້ນບໍ່ແຮ່ທາຕ ຕ່າງໆ ກໍຄາດວ່າຈະເພີ່ມຂຶ້ນ ຕລອດຮອດດ້ານ ກາຣສົ່ງສິນຄ້າ ເສື້ອຜ້າແຜ່ນແພ ກໍເພີ່ມຂຶ້ນປະມານ 15% ໃນໄຕຣມາຕ ທີ່ 2 ຂອງປີ 2010 ນີ້ ແລະ ຈຳນວນນັກທ່ອງທ່ຽວ ກໍມີຫລາຍ ເພີ້ມຂຶ້ນເຊັ່ນກັນ.

ທາງເຈົ້າໜ້າທີ່ ຂອງທະນາຄາຣ ດັ່ງກ່າວ ຍັງໄດ້ໃຫ້ທັສນະ ເພີ່ມວ່າ ເຖິງແມ່ນໄດ້ປະສົບ ກັບພັຍແຫ້ງແລ້ງ ໃນປີຜ່ານມາ ທີ່ເຮັດກາຣປູກພືຊ ພັນຕ່າງໆມີກາຣ ຫລ້າຊ້າແດ່ ນັ້ນກໍຕາມ ແຕ່ຄາດວ່າ ມູລຄ່າ ກາຣຜລິຕຮວມພາຍ ໃນປະເທສ ກໍຍັງຢູ່ຣະດັບ ເດີມປະມານ 7.5% ຄື ເກົ່າໃນປີ 2011 ທີ່ຈະມາເຖິງນີ້.

ໃນຂະນະດຽວກັນ ບັນຫາເງິນເຟີ້ນັ້ນ ຖືວ່າຢູ່ໃນຣະດັບ ທີ່ສູງກວ່າກາຣ ຄາດໝາຍເຖິງ 6.8% ໃນເດືອນກໍຣະກະດາ ທີ່ຜ່ານມາ ທີ່ເຮັດໃຫ້ສິນຄ້າຕ່າງໆ ໂດຽສະເພາະ ປະເພທເຂົ້າສາຣ ແລະອາຫາຣ ກາຣກິນ ມີຣາຄາສູງຂຶ້ນ ກວ່າເກົ່າ.

ເຖິງຢ່າງໃດກໍຕາມ ເປັນທີ່ຄາດວ່າ ຣາຍໄດ້ຈາກກາຣຂາຍ ໄຟຟ້າຈາກເຂື່ອນນໍ້າເທີນ 2  ແລະກາຣຂາຍແຮ່ທາຕ ຕ່າງໆ ໂດຽສະເພາະ ທອງແດງແລະຄຳ ຈະເປັນກາຣ ຊ່ວຍເພີ່ມ ຂຍາຍເສຖກິຈ ຂອງລາວ ຂຶ້ນຕື່ມອີກໃນປີນີ້ ຢ່າງແນ່ນອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org