ສິນຄ້າ ຂຶ້ນຣາຄາ ພາຍຫລັງ ນໍ້າຖ້ວມ
ປະຊາຊົນລາວ ໃນແຂວງສະຫວັນນະເຂດ ເຫັນວ່າ ມີການກັກຕູນ ເຂົ້າ ແລະ ສິນຄ້າ ເຮັດໃຫ້ ຣາຄາແພງ ຂຶ້ນຕື່ມ 10 ກວ່າເປີເຊັນ.
-
ມະນີຈັນ ຣາຍງານ
2008-08-21 -
-
-
ເຫດໄພນໍ້າຖ້ວມ ໃນເຂດແຂວງ ສະຫວັນນະເຂດ ເລີ່ມບົກລົງແລ້ວ ແລະ ກໍມີບາງບ່ອນ ຕາມແຄມຂອງ ທີ່ຍັງຖ້ວມຢູ່ແດ່. ໄຮ່ນາ ກໍເສັຽຫາຍ ຣາຄາ ສິນຄ້າ-ອາຫານ ການກິນ ກໍແພງຂຶ້ນ ໂດຍສະເພາະ ເຂົ້າສານ -ຕາມຄໍາເວົ້າ ຂອງຊາວ ແຂວງສະຫວັນນະເຂດ ທ່ານນຶ່ງ. ທ່ານ ກ່າວວ່າ:
“ເຂົ້າຢ່າງນີ້ ກໍແພງເກີນ ແຕ່ສ່ວນຫລາຍ ແຂວງສະຫວັນນະເຂດ ກໍຫລາຍ ເຂົ້າຢູ່ນີ້ ແຕ່ຍາມນີ້ ກໍຍາກເດ້ ຄັນມັນ ກັກຕູນໄວ້.”
ແລະວ່າ ນໍ້າຖ້ວມ ແຂວງສະຫວັນນະເຂດ ໂດຍສະເພາະ ບໍຣິເວນແຄມຂອງ ສົ່ງຜົນ ໃຫ້ປະຊາຊົນ ເດືອດຮ້ອນ ແຕ່ຕອນນີ້ ທົ່ວໄປແລ້ວ ນໍ້າກໍລົດລົງ ສູ່ສະພາບ ປົກກະຕິ ແດ່ແລ້ວ. ສ່ວນສິນຄ້າ ອຸປະໂພກບໍຣິໂພກ ກໍເຂົ້າມາ ລໍາບາກ ເຮັດໃຫ້ ຣາຄາແພງຂຶ້ນ ຣະຫວ່າງ 10 ຫາ 20 ເປີເຊັນ. ນອກຈາກນັ້ນ ເຂົ້າໃນນາ ກໍຖືກນໍ້າຖ້ວມ-ເສັຽຫາຍຫລາຍ ຂະນະທີ່ ທາງຮ້ານຄ້າ ກໍມີການກັກຕູນ ເຮັດໃຫ້ມີເຂົ້າສານ ວາງຂາຍໜ້ອຍລົງ ແຕ່ກໍ ບໍ່ເຖິງກັບຂາດຕະລາດ.
“ອາຫານ ການກິນ ກໍແພງໜ່ອຍນຶ່ງ ປະມານ 10-20% ສ່ວນຫລາຍ ກໍເຄື່ອງອາຫານ ການກິນ ເຄື່ອງອຸປະໂພກເປັນພວກຊິ້ນ.”
ເຂດທີ່ ນໍ້າຍັງຖ້ວມຢູ່ ຄືເຂດບ້ານຫ້ອມ ຊຶ່ງເປັນເຂດ ທີ່ຕໍ່າ ນໍ້າໄຫລເຂົ້າ ໄຮ່ນາຕາກ້າໝົດ. ທາງພາກຣັດ ກໍໄດ້ລົງໄປເບິ່ງ ແລະ ໃຫ້ການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນແລ້ວ.
ຂ່າວຈາກທ້ອງຖິ່ນ ຣາຍງານຕື່ມວ່າ ໃນສັປດານີ້ ອາດຈະມີ ພະຍຸລູກນຶ່ງ ພັດຜ່ານເຂົ້າມາ ໃນລາວ ແຕ່ກໍບໍ່ມີ ການຄາດຄະເນ ຢ່າງຄັກແນ່ ເຖິງຜົນກະທົບ ທີ່ລາວ ອາດຈະໄດ້ຮັບ. ແຕ່ເຖິງແນວໃດ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ ກໍຍັງສັງເກດການ-ເກັບຕົວຢ່າງ ການວັດແທກນໍ້າອອກ ຕລອດ 24 ຊົ່ວໂມງ ໂດຍສະເພາະ ໃນເຂດແຂວງຈໍາປາສັກ.