ການພັທນາຢູ່ລາວ ຊ່ວຍຣັຖບານ ແຕ່ປະຊາຊົນຍັງທຸກຍາກ
ການສ້າງສາພັທນາຢູ່ ສປປລາວ ເປັນການພັທນາ ແບບອາໃສແຕ່ ຊັພຍາກອນທັມມະຊາດ ແລະການສ້າງເຂື່ອນໄຟຟ້າ ທີ່ອາຈເຮັດໃຫ້ ຣັຖບານຮັ່ງມີຂື້ນ ແຕ່ປະຊາຊົນ ຊ້ຳພັດຍັງທຸກຍາກຢູ່ຄືເກົ່າ.
-
ອາວະຣີ
2009-11-17 -
-
-
Your browser doesn’t support HTML5 audio
ນັກຊ່ຽວຊານຄິດວ່າ ການພັທນາແບບນີ້ ອາດຈະຊ່ວຍເຮັດໃຫ້ ຣັຖບານຮັ່ງມີເປັນດີຂື້ນ ແຕ່ປະຊາຊົນ ຍັງຈະທຸກຍາກ ຂາດເຂີນຢູ່ຄືເກົ່າ. ການພັທນາແບບອາໃສ ຊັພຍາກອນທັມມະຊາດ ແລະ ການສ້າງເຂື່ອນໄຟຟ້ານີ້ ອາດເຮັດໃຫ້ຜົນຜລິດ ລວມພາຍໃນປະເທດ ຫລື GDP ສູງຂື້ນ, ຣັຖບານ ອາດມີຣາຍໄດ້ ຣາຍຮັບສູງຂື້ນ. ເຈົ້າໜ້າທີ່ ແລະ ນັກທຸຣະກິຈອາຈຮັ່ງມີ ເປັນດີຂື້ນ ແຕ່ປະຊາຊົນລາວ ສ່ວນຫລາຍອາດຈະບໍ່ໄດ້ ຮົບຜົນປະໂຫຍດ ຫລາຍເທົ່າທີ່ຄວນ.
ທ່ານ ສີສຸວັນ ຄວນຂະຈອນ ຜູ້ອຳນວຍການໂຄງການຟື້ນຟູຊີວິດ ແລະ ທັມມະຊາດ ຫລື TERRA ໃຫ້ຄຳຄິດເຫັນ ກ່ຽວກັບແຜນພັທນາ ແບບນີ້ວ່າ:
"ທ່ານເວົ້າວ່າ “ມັນມີຄວາມເປັນໄປໄດ້ສູງ ທີ່ປະເທດລາວ ຈະຊ້ຳຮອຍປະສົພການ ດຽວກັນກັບຈີນ ຄືສິ່ງທີ່ກຳລັງ ເກີດຂື້ນຢູ່ໃນລາວ ເຊັ່ນອຸດສາຫະກັມ ສມັຍໃໝ່ ກຳລັງເຕີບໂຕໄວ ແຕ່ການຄ້າ ແລະ ການບໍຣິການ ດັ້ງເດີມພັດພັງທະລາຍ.”
ທ່ານ ສີສຸວັນ ອະທິບາຍຕື່ມວ່າ ຖ້າລາວຈະພັທນາ ໂດຍອາໃສຊັພຍາກອນ ທັມມະຊາດ ແລະ ການສ້າງເຂື່ອນໄຟຟ້າ ຫລາຍເກີນໄປ ປະເທດລາວ ຈະກາຍເປັນຈີນ ທີ່ຈະເຣີນແຕ່ບາງເຂດ ເຊັ່ນເຂດໃນເມືອງ ສ່ວນເຂດຊົນນະບົດ ຍັງທຸກຍາກຂາດເຂີນ.