ບໍຣິສັດເງີນທືນສາກົນ ແລະການພັທນາໃນລາວ
ບໍຣິສັດ ເງີນທືນສາກົນ ຂອງທະນາຄານ ໂລກ ສົ່ງເສີມ ທຸຣະກິດ ເອກກະຊົນ ເພື່ອສນັບສນູນ ການພັທນາ ໃນລາວ.
-
ສິດນີ
2010-08-23 -
-
-
Your browser doesn’t support HTML5 audio
ໃນການສົ່ງເສີມ ການພັທນາ ການເຕີບໂຕ ທາງດ້ານເສຖກິດ ໃນລາວ ກອງບໍຣິສັດ ເງິນທືນສາກົນ ຂອງທະນາຄານ ໂລກ ຫລື IFC ມີແຜນການ ສົ່ງເສີມເພີ້ມ ການ ພັທນາ ໃນໂຄງຮ່າງ ພື້ນຖານ ປະເພດຕ່າງໆ ໃນລາວ ເຊັ່ນ: ດ້ານພລັງງານ ແລະການເງີນ ຮ່ວມດ້ວຍການ ຍົກຣະດັບ ທຸຣະກິດ ພາກເອກກະຊົນ ໃນການແກ້ໄຂ ບັນຫາຄວາມ ທຸກຍາກໃນລາວ ອີງຕາມ ຄຳຖແລງ ຂອງທ່ານ ຣາຊາດ ກາດານີ ຮອງປະທານ ເຂດເອເຊັຽ ຢູໂຣບ ຕາເວັນອອກ ຕາເວັນອອກກາງ ແລະ ອາຟຣີກາ ເຫນືອ ຂອງບໍຣິສັດ ເງີນທືນສາກົນ ເຄືອຂ່າຍຂອງ ທະນາຄານໂລກ ທີ່ມີສູນກາງ ຢູ່ກຸງວໍຊີງຕັນ ສະຫະຣັຖ ອະເມຣີກາ.
ທ່ານ ກາດານີ ຜູ້ທີ່ໄປ ຢ້ຽມຢາມ ວຽດນາມ ແລະ ສປປລາວ ໃນອາທີດນີ້ ໄດ້ປືກສາ ຫາລືກັບ ພາກທຸຣະກິກ ເອກກະຊົນ ແລະເຈົ້າຫນ້າທີ່ ຣະດັບສຸງ ຂອງລາວ ໃນມື້ວັນ ອັງຄານ ເພື່ອຍົກຣະດັບ ທຸຣະກິດ ພາກເອກກະຊົນ ໃນລາວ ໃນການພັທນາ ເສຖກິດຂອງຊາດ ຄູ່ກັບ IFC ໃນອານາຄົດ.
ໃນການ ໂອ້ລົມກັນ ອົງການ IFC ແນະນຳໃຫ້ ໂຄງການພັທນາ ຂອງຣັຖບານລາວ ຊັກຊວນ ການລົງທືນ ຈາກພາກ ເອກກະຊົນລາວ ເຂົ້າຮ່ວມໃນ ໂຄງການຕ່າງໆ ເຊັ່ນ ການສ້າງເຂື່ອນ ໄຟຟ້າ ແລະການຂຸດ ແຮ່ທາດໃນລາວ. ທ່ານວ່າ ສປປລາວ ເປັນປະເທດທີ່ ເຕັມໄປດ້ວຍ ຊັພກອນທັມມະຊາດ ແລະສະຖານທີ່ ຕັ້ງກໍ່ຢູ່ໃນເຂດ ທີ່ມີເສຖກິດ ກ້າວຫນ້າຢ່າງ ວ່ອງໄວ ໃນໂລກ ໂຄງການສ້າງເຂື່ອນ ແລະການຂຸດຄົ້ນ ແຮ່ທາດໃນລາວ ເປັນໂຄງການ ທີ່ຈະຊ່ອຍ ຍົກຣະດັບ ການເຕີບໂຕ ທາງດ້ານ ເສຖກິດຂອງລາວ ໄດ້ ໃນອະນາຄົດ.