ພາກຕາເວນອອກຊ່ຽງເໜືອ ຫລືພາກອິສານຂອງໄທ ກາຍເປັນເສັ້ນທາງທີ່ມີການຂົນສົ່ງ ຢາເສບຕິດເພີ່ມຂຶ້ນ ເຖິງຮ້ອຍລະ 30 ທຽບຈາກເດີມທີ່ມີພຽງ 100ລະ8.

ສໍານັກງານປ້ອງກັນ ແລະປາບປາມຢາເສບຕິດຫລື ປປສ ພາກຕາເວນອອກຊ່ຽງເໜືອຂອງໄທ ເຜີຍວ່າ ໃນຊ່ວງ2-3ປີທີ່ຜ່ານມາ ເສັ້ນທາງການລັກລອບ ນໍາເຂົ້າຢາເສບຕິດ ທີ່ວ່າຢູ່ໃນພື້ນທີ່ທາງພາກເໜືອ ຂອງປະເທດໄທ ໄດ້ປ່ຽນມາເປັນເສັ້ນທາງພາກຕາເວນອອກຊ່ຽງເໜືອຫລື ພາກອິສານຫລາຍຂຶ້ນ ເຖີງຮ້ອຍລະ8ຈາກເດີມ ດັ່ງທ່ານ ໄມຕຣີ ວິຣິຍະ ຜູ້ອໍານວຍການ ສໍານັກງານປປສ ພາກຕາເວນອອກ ສຽງເໜືອໄດ້ກ່າວວ່າ:

(ສຽງ) "ໂດຍຕົວເລກຊີ້ບອກວ່າ ໄດ້ເພີ່ມຂຶ້ນເປັນຮ້ອຍລະ 30ຈາກເດີມຮ້ອຍ ລະ8 ແລະສ່ວນໃຫຍ່ທີ່ຖືກຈັບກຸມໄດ້ ຈະເປັນນັກຄ້າທີ່ມາຈາກນອກພື້ນທີ່."

ຈາກສະຖິຕິຂອງທາງການ ຣະບຸວ່າຣະຫວ່າງເດືອນຕຸລາປີ 2007ຫາເດືອນກຸມພາ 2008ນີ້ ມີການຈັບກຸມກັນຊາໄດ້ເຖີງ 3940ກິໂລແລະຢາບ້າກວ່າ 2ແສນເມັດ ຊຶ່ງທາງສໍານັກງານປປສ ກ່າວວ່າ ເປັນຕົວເລກການຈັບກຸມທີ່ສູງ ຊຶ່ງສະທ້ອນໃຫ້ເຫັນເຖີງ ການ ເຮັດວຽກຮ່ວມກັນເປັນຢ່າງດີ ຂອງເຈົ້າໜ້າທີ່ທຸກຝ່າຍທີ່ກ່ຽວຂ້ອງ . ທ່ານ ໄມຕຣີ ກ່າວຕໍ່ໄປອີກຕອນນຶ່ງວ່າ

(ສຽງ) "ເຖີງແມ່ນວ່າຢາບ້າແລະກັນຊາ ຈະຍັງເປັນຢາເສບຕິດ ທີ່ໄດ້ຮັບຄວາມນິຍົມຢ່າງສູງ ຈາກຜູ້ເສບ ແຕ່ສານລະເຫີຍເຊັ່ນ ກາວ ນໍ້າມັນໄຟແຊກຫລືນໍ້າມັນເບັນຊິນ ກໍກໍາລັງກາຍເປັນແນວໂນ້ມໃໝ່ໆ ຂອງສານເສບຕິດທີ່ກໍາລັງເພີ່ມຫລາຍຂຶ້ນ ໃນກຸ່ມເຍົາວະຊົນ ທີ່ມີອາຍຸຣະຫວ່າງ 15ຫາ19ປີແລະບໍ່ມີງານທໍາ ຫລືບໍ່ໄດ້ໄປໂຮງຮຽນ."

ໃນຂະນະນີ້ ເຈົ້າໜ້າທີ່ໄດ້ຈັບຕາເບີ່ງເປັນພິເສດ ໄດ້ແກ່ແຂວງໜອງຄາຍ ນະຄອນພະນົມແລະມຸກດາຫານ ເປັນຫລັກ. ແຕ່ຢ່າງໃດກໍຕາມ ທ່ານໄມຕຣີ ກ່າວຍໍ້າວ່າ ຢາເສບຕິດນັ້ນ ສາມາດທີ່ຈະຣະບາດ ໄປໄດ້ທຸກໆສະຖານທີ່ ທີ່ມີຄວາມຈະເຣີນເພາະເມືອງທີ່ມີຄວາມຈະເຣີນ ມັກຈະເກີດແຫລ່ງເຊື່ອມໂຊມ, ພື້ນທີ່ຊ່ຽງແລະສະຖານບັນເທີງຕ່າງໆ ຕາມມາ ເຮັດໃຫ້ກາຍເປັນແຫລ່ງມົ້ວສຸມໄດ້ -ທ່ານກ່າວໃນທີ່ສຸດ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org