ຜູ້ຕ້ອງໂທດຄ້າຢາບ້າ ຂໍຜ່ອນໂທດ
ຍາຕພີ່ນ້ອງ ຂອງນັກໂທດ ຄ້າຢາເສພຕິດ 4 ຄົນ ຍື່ນອຸທອນ ຂໍ່ຜ່ອນໂທດ ຕໍ່ສານຊັ້ນກາງ ຂອງລາວ.
-
ມະນີຈັນ
2010-08-16 -
-
-
Your browser doesn’t support HTML5 audio
ກໍຣະນີ ຄະດີ ຄ້າຢາບ້າ ຊຶ່ງມີຊາວລາວ 4 ຄົນ ຖືກຈັບ ທີ່ເມືອງວັງວຽງ ແຂວງວຽງຈັນ ພ້ອມຂອງກາງ ຢາບ້າ 2 ພັນກິໂລກຣາມ ແລະຖືກຕັດສິນ ລົງໂທດ ປະຫານຊີວິດ ໂດຍສານຊັ້ນຕົ້ນ ເມື່ອວັນທີ 29 ເດືອນ 7 ປີ 2010 ມາຮອດ ປັຈຈຸບັນນີ້ ມີຍາດພີ່ນ້ອງ ຂອງພວກເຂົາ ໄດ້ຍື່ນຂໍອຸທອນ ໂດຍຫວັງໄດ້ ຮັບການ ຜ່ອນໂທດຈາກສານ ຊັ້ນກາງ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ນະຄອນຫລວງ ວຽງຈັນ:
"ຢູ່ຄຸກ ຍື່ນອຸທອນ ພີ່ນ້ອງເຂົາ ຍື່ນອຸທອນ ເຂົາກໍຮູ້ວ່າ ກົດໝາຍ ຍື່ນອຸທອນໄປ ກໍເທົ່າເກົ່າ ລົດບໍ່ໄດ້ ຄັນຂໍ້ມູນ ຫລັກຖານຄົບຖ້ວນ ແບບນີ້ສິລົດ ບໍ່ໄດ້".
ທ່ານວ່າ ການຍື່ນອຸທອນ ຕໍ່ສານຊັ້ນກາງ ເພື່ອຂໍຜ່ອນໂທດ ໃຫ້ນັກໂທດທັງ 4 ຄົນນັ້ນ ຄາດວ່າ ຈະບໍ່ໄດ້ຮັບ ພິຈາຣະນາ ເພາະມີຂອງກາງພ້ອມ ແຕ່ກໍຈະຂຶ້ນ ຢູ່ກັບການ ພິຈາຣະນາ ຂອງສານ ໃນການຕັດສິນ ຄະດີ ໂດຍອີງຕາມ ກົດໝາຍຄວບຄຸມ ຢາເສບຕິດ ມາຕຣາ 34. ບຸກຄົນໃດ ທີ່ມີຢາບ້າ ໃນຄອບຄອງ ຫລາຍກວ່າ 3 ກິໂລກຣາມ ຫລືມີຢາ ເຮໂຣອີນ ເກີນ 500 ກຣາມ ຕ້ອງໂທດ ປະຫານຊີວິດ. ສໍາລັບ ຜູ້ທີ່ມີຢາຝີ່ນ ໃນຄອບຄອງ ເກີນ 5 ກິໂລກຣາມ ຕ້ອງໂທດຈໍາຄຸກ ຕລອດຊີວິດ ແລະຖືກປັບໃໝ ອີກ 200 ລ້ານກີບ.
ນັກໂທດ ຄ້າຢາບ້າທັງ 4 ຄົນນີ້ຄື ທ້າວທອງພັນ ບັນດິດວົງ ທ້າວແສງອຸທິດ ຈັນທະນັນ ທ້າວໂຕບີ້ ແລະ ທ້າວໄຊວິຈິດ ໂດຍຕາມກົດໝາຍ ວ່າດ້ວຍ ຢາເສບຕິດ ໃນລາວ ຈະບໍ່ມີການ ໃຫ້ປະກັນຕົວ ບໍ່ວ່າ ກໍຣະນີໃດໆ. ເມື່ອມີການ ຕັດສິນຈາກ ສານຊັ້ນກາງແລ້ວ ຈະສົ່ງເລື້ອງ ໄປຍັງສານ ຊັ້ນສູງ ໂດຍຄະດີດັ່ງກ່າວ ຈະຢູ່ໃນຄວາມ ຮັບຜິດຊອບ ຂອງສານ ໃນແຕ່ລະ ຂັ້ນຕອນ.