ຜູ້ຕິດ ຢາເສພຕິດ ມີເພີ້ມ ສູນບຳບັດ ແຂວງ ສວັນນະເຂດ ຕ້ອງການພນັກງານ

ສູນບຳບັດ ຜູ້ຕິດ ຢາເສພຕິດ ທີ່ແຂວງ ສວັນນະເຂດ ຂາດພນັກງານ ທີ່ມີຄວາມຮູ້ ທີ່ຈະມາ ເຮັດວຽກໃນສູນ.

ເຈົ້າຫນ້າທີ່ ກ່ຽວຂ້ອງ ຈາກສູນບຳບັດ ເປີດເຜີຍວ່າ, ປັດຈຸບັນ ຫມໍແລະນາງ ພຍາບານ ໃນສູນບຳບັດ ມີຈຳນວນ ຈຳກັດ ເຮັດໃຫ້ ພນັກງານນື່ງຄົນ ດູແລຄົນປ່ວຍ ຫລາຍກວ່າ ຄວາມສາມາດ ທີ່ຕົນ ຈະເບີ່ງແຍງໄດ້ ເປັນພາລະຫນັກ ແລະ ກໍ່ເປັນອຸປສັກ ໃນວຽກງານ ການບຳບັດຄົນປ່ວຍ ໃຫ້ໄດ້ຜົລ. ໃນຂນະນີ້ ກໍມີຜູ້ປ່ວຍ ເພີ້ມຂື້ນ ໃນແຕ່ລະວັນ, ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ບັນຫາຂອງມັນນີ້ ນັກວິຊາການ ທີ່ຊຳນານງານ ເຮົາຍັງຂາດຢູ່ ອີງໃສ່ກຳລັງ ເຮົາມັນຫນ້ອຍ ກໍ່ຖືວ່າຄົນນື່ງ ກໍ່ໄດ້ຮັບ ຫນ້າທີ່ຫລາຍ ພາລະຫລາຍ ມັນກໍ່ຕ້ອງແມ່ນ ເຈົ້າຫນ້າທີ່ ຄົນນື່ງກໍ່ຕໍ່ຄົນ ປ່ວຍປະມານ 10 ຄົນພູ້ນໃດ໋."

ທ່ານກ່າວຕໍ່ໄປວ່າ ຈຳນວນ ຂອງຜູ້ປ່ວຍ ໃນປັດຈຸບັນ ກໍ່ເພີ້ມຂື້ນໄປ ເລື້ອຍໆ ທີ່ແຂວງ ສວັນນະເຂດ ເຫັນໄດ້ຈາກ ໃນແຕ່ລະເດືອນ ຈະມີຜູ້ປ່ວຍ ຕິດຢາເສພຕິດ ເຂົ້າມາຂໍຮັບ ການປີ່ນປົວ ໃນສູນບຳບັດ ເດືອນລະຫລາຍສີບຄົນ ຊື່ງການປີ່ນປົວ ຂອງແຕ່ລະຄົນ ຕ້ອງໃຊ້ເວລາ ຢ່າງນອ້ຍປະມານ 3-6 ເດືອນ.

ປັດຈຸບັນ ທີ່ສູນປີ່ນປົວ ດັ່ງກ່າວມີຄົນປວ່ຍ ທີ່ມາປີ່ນປົວ ເປັນປະຈຳແລ້ວ ປະມານ40ຄົນ ແລະ ກໍ່ຍັງມີອີກ ຈຳນວນນື່ງທີ່ຂໍ ເຂົ້າມາປີ່ນປົວ ໃນແຕ່ລະເດືອນ,        ຈື່ງເຮັດໃຫ້ ຈຳນວນຄົນປ່ວຍ ເພີ້ມຂື້ນເລື້ອຍໆ, ແຕ່ຈຳນວນ ພນັກງານຫມໍ ແລະ ນາງພຍາບານ ຍັງຢູ່ຄືເກົ່າ ຈື່ງເຮັດໃຫ້ການ ເບິ່ງແຍງ ບົວຣະບັດ ຄົນປ່ວຍ ບໍ່ໄດ້ທົ່ວເຖີງກັນ. ເຖີງແມ່ນວ່າ ຣັຖບານ ຈະພຍາຍາມ ຝືກອົບຮົມໃຫ້ ມີຄວາມຊຳນານ ແຕ່ສ່ວນໃຫຍ່ກໍ ແມ່ນເຈົ້າຫນ້າທີ່ ຜູ້ເກົ່າທີ່ເຂົ້າ  ຝືກອົບຮົມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org