ຢາບ້າ ແຜ່ລະບາດ ໃນແຂວງຫົວພັນ

ຢາບ້າ ແຜ່ລະບາດ ຫລາຍກ່ວາ ຢາເຮໂຣອິນ ໃນແຂວງຫົວພັນ ເນື່ອງຈາກວ່າ ເຈົ້າໜ້າທີ່ ຂາດເຂີນ ພາຫະນະ ໃນການປາບປາມ.

ເຈົ້າໜ້າທີ່ ຄະນະກັມການຄວບຄຸມຢາເສບຕິດ ແຂວງຫົວພັນ​ ​ເປີດເຜີຽວ່າ ການແຜ່ລະບາດ ຂອງຢາບ້າ ໃນແຂວງຫົວພັນ ມີຢູ່ ຢ່າງກ້ວາງຂວາງ, ​ແລະມີຫລາຍກ່ວາ ຢາເຮໂຣອີນ, ແລະ ວ່າ ຍັງຂາດເຂີນ ພາຫານະ ຫລາຍຢ່າງທີ່ຈໍາກັດ ຄວາມສາມາດ ຂອງເຈົ້າໜ້າທີ່, ​ແຕ່ກໍໄດ້ ພະຍາຍາມ ປາບປາມ ສຸດ ຂີດ.

ບັນຫາທີ່ວ່າ ຢູ່ແຂວງຫົວພັນຍັງຕ້ອງເອົາໃຈໃສ່ ແມ່ນບັນຫາ ຢາບ້າ. ບັນຫາ ຢາບ້າ ຈະມີ ການແຜ່ຂະຫຍາຍ ຫລາຍກ່ວາ​. ຢາເຮໂຣອີນ ມັນກໍຍັງມີຢູ່ ໃນຂອບເຂດຈໍາກັດ ຢາບ້າມີການແຜ່ກ້ວາງ ຫລາຍກ່ວາ

ທ່ານວ່າ ການປາບປາມ ຢາເຮໂຣອີນ ສະດວກກ່ວາ ປາບປາມຢາບ້າ ເພາະວ່າ ຢາເຮໂຣອີນ ມັນມີຢູ່ໃນຂອບເຂດ ຈໍາກັດ, ສ່ວນຢາບ້ານັ້ນ ມັນແຜ່ລາມໄປໝົດທຸກເຂດໝູ່ບ້ານ. ທ່ານວ່າ ການນໍາເອົາ ຢາບ້າເຂົ້າມາ ໃນແຂວງຫົວພັນນີ້ ໂດຍມາກແມ່ນ ເອົາມາ ທາງຣົຖ, ຣົຖໂດຍສານ ແລະ ຣົຖສ່ວນຕົວ ໂດຍແມ່ນບຸກຄົນໃນແຂວງນີ້ຈໍານວນນື່ງ ສົມທົບກັບ ພວກຄ້າຢາບ້າ ມາແຕ່ແຫ່ງອື່ນ.

ພໍ່ຄ້າໃຫ່ຽ ທີ່ເປັນຄົນຕ່າງຊາດ ຖືວ່າ ຢູ່ທາງແຂວງຫົວພັນ ບໍ່ທັນມີ. ຕົວແທນ ເຂົ້າໄປ ແຕ່ວ່າ ສ່ວນ ຫລາຍ ເປັນຄົນທ້ອງຖິ່ນ ແລະ ກໍຄົນຕ່າງແຂວງ. ບາງເທື່ອ ກໍຄົນໝູ່ບ້ານໄປຮັບມາ ແລ້ວກໍຂາຍ ແຍກກັນ.”

ເຈົ້າໜ້າທີ່ປາບປາມ ຢາເສບຕິດລາວ ວ່າ ການປາບປາມ ຢາເສບຕິດ ໃນແຂວງຫົວພັນ ນີ້ ກໍມີຄວາມຍຸ່ງຍາກ ສົມຄວນ ຍ້ອນວ່າ ຍັງຂາດເຂີນ ພາຫານະຫລາຍຢ່າງ​ ​​ເຊັ່ນວ່າ ຣົຖ ເຄື່ອງມື ຕິດຕໍ່-ສື່ສານ ພະນັກງານ​​ ໃຫ້ຂ່າວ ເປັນຕົ້ນ. ການປາບປາມ ຢາເສບຕິດ ໃນບາງປະເທດນັ້ນ ອາໃສ ເຄື່ອຄ່າຍ ຂອງການຈັດຕັ້ງມວນຊົນ ໃນແຕ່ລະທ້ອງຖິ່ນ ເປັນຫລັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org