ລາວ ເປັນເສັ້ນທາງ ຂົນສົ່ງ ຢາເສບຕິດ

ອົງກາຣ UNODC ວ່າ ມີກາຣລັກລອບ ຂົນສົ່ງ ຢາເສພຕິດ ຜ່ານລາວ ໄປຍັງ ປະເທດໃກ້ຄຽງ ຫລາຍກວ່າເກົ່າ ໃນຣະຍະ 5 ປີ ຜ່ານມານີ້.

ເຈົ້າໜ້າທີ່ ຫ້ອງການ ຢາເສພຕິດ ແລະອາຊຍາກັມສະຫະປະຊາຊາດ ຫລື UNODC ຣາຍງານ ​​ວ່າ: ການລັກລອບຄ້າຢາ​​ເສບພຕິດ ໂດຍສະເພາະ ຢາບ້າໃນເຂດອ່າແມ່ນ້ຳຂອງໄດ້ຂຍາຍຕົວ ຢ່າງກວ້າງຂວາງ​ ​ໂດຽພວກຄ້າ ຢາເສບພຕິດ​ ​ໄດ້ຂຍາຍ ເສັ້ນທາງ ແລະ ມີເສັ້ນທາງ ລຳລຽງຂົນສົ່ງຢາບ້າຫລາຍເສັ້ນ ເພີ່ມຂື້ນ.

ໃນເມື່ອກ່ອນ ຢາເສບພຕິດ ​​ອອກຈາກ ພະມ້າ ເຂົ້າໄທຽ ລາວ ແລະສປຈີນ, ​ແຕ່ປັດຈຸບັນ ຢາເສພຕິດສ່ວນຫລາຍ ຖືກລັກລອບ ຈາກເຂຕ 3 ​ຫລ່ຽມຄຳ ​​ເຂົ້າ ສປປລາວ ​​ແລ້ວເລາະລົງໄປ ຕາມລຳແມ່ນ້ຳຂອງ ກ່ອນທີ່ສ່ວນໜື່ງ ຈະຖືກສົ່ງ ເຂົ້າປະເທດໄທຽແລະ ອີກສ່ວນໜື່ງລົງໄປຍັງ ກັມພູຊາ ແລະ ວຽດນາມ.

ທ່ານ Jeremy Douglas ຜູ້ບໍຣິຫາຣງານ ໂຄງການ ປະຈຳຫ້ອງການ ຢາເສບພຕິດ ແລະ ອາຊຍາກັມສະຫະປະຊາຊາດ ​​ໄດ້ກ່າວ ກ່ຽວກັບ ເຣື່ອງນີ້ຢູ່ບາງກອກ ​​ໃນມື້ວັນອັງຄານ ທີ່ຜ່ານມາວ່າ:

ໃນເມື່ອກ່ອນ ຢາເສພຕິດ ມາຈາກເຂດສາມຫລ່ຽມຄຳເຂົ້າໄທ; ນັ້ນແມ່ນເສັ້ນທາງລັກລອບຢາເສບພຕິດ ໃນຊຸມທ້າຍປີ 1990 ​ແລະ ຍັງດຳເນີນ ຕໍ່ມາຈົນເຖິງທຸກມື້ນີ້ແລະ ກໍມີການລັກລອບ ​​ຈາກພະມ້າ ເຂົ້າຈີນແລະເຂົ້າລາວ; ​ແຕ່ວ່າ ໃນຣະຍະຫ້າປີ ທີ່ຜ່ານມາໄດ້ມີການລັກລອບຢາເສບພຕິດເຂົ້າລາວຫລາຍຂື້ນແລ້ວຂົນສົ່ງ ລົງໄປຕາມລຳແມ່ນ້ຳຂອງໄປຫາ ກັມພູຊາ ແລະ ວຽດນາມ”.

ສ່ວນທ່ານ ສົ່ງສະທິດ ກິດຕິຄຸນວັດຊະນະ ຜູ້ປະສານງານ ໂຄງການ ກໍວ່າ: ທາງຝ່າຍລາວປາບປາມ ຢາເສພຕິດໄດ້ດີຂື້ນແລະ ມີກາຣປະກາດລົບລ້າງ ການປູກຝິ່ນ​​ ໄດ້ໄວກ່ອນ ​​​ເປົ້າໝາຍ, ​ແຕ່ເຈົ້າໜ້າທີ່ລາວ ມີຄວາມສາມາດ ທີ່ຈຳກັດຫລາຍໆຢ່າງ ໃນການປາບປາມ ຢາ​ເສພຕິດ ດັ່ງກ່າວນີ້ ເຊັ່ນ: ​ຍັງຂາດເຂີນ ກຳລັງຄົນ, ກຳລັງຊັພ, ມີສະພາບ ພູມມີສາຕ ສັບສົນ ແລະ ມີຊາຍແດນ ຕິດກັບປະເທດເພື່ອນບ້ານອັນຍືດຍາວ​.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org