ຊາວໜຸ່ມໄວລຸ້ນ ຢູ່ລາວຕິດຢາບ້າ ກວ່າ 3 ໝື່ນຄົນ

ປັດຈຸບັນ ມີຜູ້ຕິດຢາບ້າ ຢູ່ລາວກວ່າ 3 ໝື່ນຄົນ ສ່ວນຫລາຍເປັນ ຊາວໜຸ່ມໄວລຸ້ນ.

ທ່ານ ເລັກ ບຸນວັດ ຜູ້ຕາງໜ້າ ຫ້ອງການ ອາຊຍາກັມ ແລະຢາເສບຕິດ ສະຫະປະຊາຊາດ ປະຈຳລາວ ເວົ້າວ່າ ຈຳນວນຜູ້ຕິດ ຢາເສບຕິດ ຢູ່ລາວເພິ້ມ ຂື້ນເລື້ອຍໆ ເວົ້າສະເພາະ ຜູ້ຕິດຢາບ້າ ຫລື Amphetamine ໄດ້ເພິ້ມຂື້ນເປັນ 3 ໝື່ນຄົນ ດັ່ງ ທ່ານ ເລັກ ໄດ້ຊີ້ແຈງຕອນ ນຶ່ງວ່າ:

ຜູ້ທີ່ຕິດຢາ ແອມເຟຕຕາມິ່ນ ບໍ່ແມ່ນຜູ້ທີ່ ເຄຍຕິດຝິ່ນ ສ່ວນຫລາຍເປັນ ຜູ້ຊາວໜຸ່ມ ແລະມີປະມານ 30 ກວ່າພັນຄົນ ທີ່ຕິດຢາບ້າ ກໍເປັນບັນຫາ ໃຫຍ່ຢູ່ ເຂົ້າມາຈາກ ປະເທດ ໃກ້ຄຽງ.

ທ່ານ ເລັກ ບຸນວັດ ກ່າວອີກວ່າ ແຕ່ກ່ອນ ຊາວໜຸ່ມ ໄວລຸ້ນລາວ ມັກເສບຢາມ້າ ເມື່ອເສບ ແລ້ວ ຜູ້ເສບ ຈະມີພະລັງ ແລະບໍ່ເຫງົານອນ ແຕ່ຕໍ່ມາ ພັດນິຍົມ ເສບຕິດ ຢາ ບ້າ ເພາະຣາຄາ ຖືກກວ່າ. ສ່ວນຢາເສບຕິດ ປະເພດອື່ນໆ ກໍເລິ້ມ ມີຫລາຍ ຂື້ນຢູ່ລາວ ເຊັ່ນ ເຮໂຣອິນ ດັ່ງ ທ່ານ ເລັກ ໄດ້ເວົ້າ ອີກວ່າ:

ກໍມີຢູ່ ກໍເລິ້ມມີ ຢາເສບຕິດ ອື່ນໆ ຄື ເຮໂຣອິນ ມາຈາກ ປະເທດໃກ້ຄຽງ ແຕ່ສ່ວນຫລາຍ ຜ່ານປະເທດລາວ ໄປຫາ ປະເທດທີ່ສາມ. ເຈົ້າໜ້າທີ່ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຣາຍງານ ເມື່ອປີກາຍ ວ່າ ລາວເປັນ ປະເທດທາງ ຜ່ານຢາບ້າ ພວກຄ້າຢາ ເສບຕິດມັກ ລັກລອບ ຢາບ້າ ເຂົ້າລາວ ແລ້ວຂົນ ສົ່ງເລາະລົງ ໄປຕາມ ແມ່ນ້ຳຂອງ ເພື່ອນຳໄປ ຈຳນ່າຍ ຢູ່ໄທ ກຳພູຊາ ແລະ ປະເທດ ອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org