ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ

ໃນປັຈຈຸບັນ ທາງກາຣແຂວງຫົວພັນ ກຳລັງປະສົບກັບບັນຫາ ກາຣແພ່ຂຍາຍຂອງ ຢາເສພຕິດ ໂດຽສະເພາະຢາບ້າ ແລະເຮໂຣອິນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງຄະນະກັມ ມະກາຣ ຄວບຄຸມຢາເສພຕິດ ພາຍໃນແຂວງຜູ້ໜື່ງໄດ້ກ່າວວ່າ:

(ສຽງ) “ກ່ຽວກັບບັນຫາ ຢາເສພຕິດ ຢູ່ແຂວງຫົວພັນ ປັຈຈຸບັນ ມັນກຳລັງມີກາຣແພ່ຂຍາຍ ກ່ຽວກັບເຣື່ອງບັນຫາ ຢາບ້າ ແລະກໍມີບັນຫາເຣື່ອງເຮໂຣ ອິນ ມີປະຊາຊົນ ຈຳນວນໜື່ງ ທີ່ເຂົາເຈົ້າ ເຣີ່ມຕິດຢາເຮໂຣອິນ”

ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ຢາເຮໂຣອິນ ແລະຢາບ້າດັ່ງກ່າວ ມີແຫລ່ງທີ່ມາຈາກ ທາງພາຄເໜືອ ຂອງຊາຍແດນລາວ ໃນເຂຕແຂວງບໍ່ແກ້ວ ຊື່ງມີຊາຍແດນ ຕິດກັບ ພະມ້າ ໂດຽມີກາຣເຣີ່ມຈາກ ເຂຕຊາຍແດນພະມ້າ ເຂົ້າເຖີງແຂວງອຸດົມໄຊ ແລ້ວຕໍ່ລົງມາ ຍັງແຂວງຫົວພັນ.

ບັນຫາດັ່ງກ່າວ ກໍເຮັດໃຫ້ປະຊາຊົນລາວ ຈຳນວນໜື່ງໃກ້ເຂຕຊາຍ ແດນວຽດນາມ ກາຍເປັນຄົນຕິດຢາ ເສພຕິດ ໄປຕາມໆກັນ ຍ້ອນມີກາຣລັກລອບສົ່ງຢາ ບ້າຈາກແຂວງຫົວພັນ ເຂົ້າໄປຍັງວຽດນາມຕລອດມາ ດັ່ງເຈົ້າໜ້າທີ່ຄົນດັ່ງກ່າວ ໄດ້ໃຫ້ ກາຣຊີ້ແຈງອີກວ່າ:

(ສຽງ) “ພວກປະຊາຊົນ ຢູ່ຕິດຊາຍແດນຫັ້ນ ແຕ່ກ່ອນນັ້ນເຂົາເຈົ້າ ຕິດຝິ່ນເນາະ ດຽວນີ້ນີ໊ ເຂົາເຈົ້າ ບໍ່ໄດ້ປູກຝິ່ນ ແລ້ວເຂົາເຈົ້າ ບໍ່ມີຝິ່ນເສພແລ້ວ ເຂົາເຈົ້າກັບມາຊື້ເຮໂຣອິນ ນີ້ມາເສພ.”

ເຈົ້າໜ້າທີ່ລາວ ໄດ້ກ່າວເນັ້ນຕື່ມວ່າ: ໃນຣະຍະຜ່ານມາ ກໍມີກາຣປາບປາມ ແລະທາງ ເຈົ້າໜ້າທີ່ ກໍສາມາດຈັບກຸມ ຕົວຜູ້ຕ້ອງຫາລັກລອບ ຄ້າຢາເສພຕິດ ໄດ້ເຖີງຂັ້ນປັບໃໝ ຕັດສິນລົງໂທດ ຕາມມາຕກາຣເຊັ່ນ: ຖ້າພົບເຫັນ ມີຢາເຮໂຣອິນ ໃນຄອບຄອງແຕ່ 1-100 ກຣາມໃຫ້ຈຳຄຸກ 15 ປີ, ແຕ່ 101-300 ກຣາມໃຫ້ຈຳຄຸກ 20 ປີ, ແຕ່ 301 – 500 ກຣາມໃຫ້ຈຳຄຸກຕລອດຊີວີຕ ແລະຫລາຍກວ່າ 500 ກຣາມຂື້ນໄປ ກໍວ່າໃຫ້ ມີກາຣລົງໂທດ ປະຫານຊີວີຕ ແລະມີກາຣຕັດສິນລົງໂທດ ໄປແລ້ວບໍ່ຕໍ່າກວ່າ 2 ຄົນ. ສະເພາະຜູ້ເສພຢາເຮໂຣອິນ ນັ້ນທາງເຈົ້າໜ້າທີ່ກໍຈະຈັດສົ່ງ ໄປຍັງສູນບຳບັຕຈົນກວ່າ ຈະມີກາຣເລີກຢາ ກັບຄືນເປັນຄົນດີແລ້ວ ກໍສົ່ງກັບຄືນບ້ານເດີມ.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org