ສະພາທີ່ປຶກສາ ເສຖກິຈ ແລະສັງຄົມແຫ່ງຊາຕ ຂອງໄທຽວ່າຣັຖບາລໄທຽ ຄວນຈະເຈຣະ ຈາກັບທາງຣັຖບາລລາວ ເສັຽກ່ອນກ່ຽວກັບ ໂຄງກາຣທີ່ວ່າ ຈະສູບນ້ຳຂອງ ຂື້ນໄປໃຊ້

ທ່ານວິຣະວັທ ທີຣະປຣະສາທ ປະທານຄະນະວິທຍາສາຕເທຄໂນໂລຈີ ຊັພຍາ ກອນທັມມະຊາຕແລະສີ່ງແວດລ້ອມ ຂອງສະພາທີ່ປຶກສາເສຖກິຈແລະສັງຄົມຂອງ ໄທຽໄດ້ເປີດເຜີຽວ່າ: ກາຣທີ່ຣັຖບາລໄທຽ ມີໂຄງກາຣ ທີ່ຈະສູບນ້ຳຈາກແມ່ນ້ຳຂອງຂື້ນ ໄປໃຊ້ສຳຫລັບກາຣກະສິກັມ ໃນເຂຕພາຄອີສານ ຂອງໄທຽນັ້ນ ກໍຕ້ອງຄວນຄຳນືງເຖີງ ນະໂຍບາຍ ຂອງກາຣໃຊ້ນ້ຳ ຮ່ວມກັບທາງຣັຖບາລ ສປປລາວ ເສັຽກ່ອນດັ່ງທີ່ທ່ານໄດ້ ກ່າວວ່າ:

(ສຽງ) “ຕ້ອງເບີ່ງໄປເຖີງອະນາຄົດດ້ວຍວ່າ ກາຣໃຊ້ນ້ຳໃນແມ່ນ້ຳຂອງ ເພື່ອກາຣກະເສຕ ແລະກາຣໃຊ້ນ້ຳ ເພື່ອປັ່ນກະແສໄຟຟ້າ ນັ້ນແມ່ນໂຕໃດຈະດີກວ່າກັນ ຖ້າວ່ານະໂຍບາຍ ຂອງທາງກາຣລາວທີ່ ຈະເປັນປະເທດ ທີ່ຂາຍໄຟຟ້າ ຈາກພລັງນ້ຳນັ້ນ ຈະຕ້ອງມີກາຣເຈຣະຈາ ກັນວ່າຖ້າໄທຽ ຫາກປ້ານນ້ຳແລ້ວສູບ ເອົານ້ຳຂື້ນມາໃຊ້ນັ້ນ ທາງກາຣລາວຈະເຫັນດີນຳບໍ?”

ເຈົ້າໜ້າທີ່ໄທຽ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ຖ້າໂຄງກາຣດູດ ເອົານ້ຳຂອງ ໄປໃຊ້ຈະ ສ້າງຜົລກະທົບກະເທືອນ ຕໍ່ໂຄງກາຣພັທນາ ເຂື່ອນແມ່ນ້ຳຂອງ ທີ່ທາງກາຣລາວມີເປົ້າ ໝາຍໄວ້ຫລາຍແຫ່ງນັ້ນ ແນ່ນອນທີ່ສຸດ ກໍຕ້ອງມີກາຣພິຈາຣະນາ ຮ່ວມກັນ ດັ່ງທີ່ທ່ານ ວິຣະວັທ ໃຫ້ຄຳເຫັນອີກວ່າ:

(ສຽງ) “ຖ້າວ່າຂໍ້ຕົກລົງຣະຫວ່າງກາຣໃຊ້ນ້ຳ ວ່າປະເທດໃດ ມີ ສິທກວ່ານັ້ນ ກໍບໍ່ຕ້ອງໄປສົນໃຈ ແລະຄິດວ່າ ອາຈຈະມີວິທີກາຣແກ້ໄຂ ບໍ່ວ່າແຕ່ສະເພາະ ພາຍໃນຫລືຣະຫວ່າງ ປະເທດກໍຕາມ ຂໍໃຫ້ຢູ່ໃນຫລັກກາຣ ທີ່ເປັນທັມ ແລະໃຫ້ສາມາດຍືນຍົງຕໍ່ໆໄປ.”

ເຖີງຢ່າງໃດກໍຕາມ ເຈົ້າໜ້າທີ່ໄທຽ ໄດ້ເນັ້ນອີກວ່າ: ກາຣພັທນາຕ່າງໆ ໃນແມ່ນ້ຳ ຂອງ ຕ້ອງໄດ້ໃຊ້ຄວາມ ຣະມັດຣະວັງ ເພາະເປັນແມ່ນນ້ຳນາໆຊາຕ ທີ່ມີຄວາມສຳຄັນໃນ ພູມີພາຄ ແລະກໍບໍ່ຢາກໃຫ ້ເກີດມີບັນຫາດ້ານກາຣຂັດແຍ່ງ ຫລືສ້າງຜົລກະທົບຕໍ່ປະເທດ ໃດໜື່ງເຊັ່ນກັນ.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org