ຊາວລາວ 27% ຍັງຢູ່ໃນຣະດັບ ຕໍ່າກ່ວາ ຄວາມທຸກຍາກ

ປະຊາຊົນລາວ 27 ກ່ວາສ່ວນຮ້ອຍ ຫລື 1.5 ຄົນ ຍັງມີຊີວິດ ການເປັນຢູ່ ທີ່ທຸກຍາກລໍາບາກຢູ່, ຊຶ່ງຕໍ່າກ່ວາ ຣະດັບຂີດໝາຍ ຂອງຄວາມທຸກຍາກ.

ຄະນະກຳມະການເພື່ອການພັດທະນາ ຊົນນະບົດແລະຫລຸດຜ່ອນ ຄວາມທຸກຍາກແຫ່ງຊາດ ຂອງລາວ ໄດ້ສຳຫລວດເຫັນວ່າ ປະຊາຊົລາວ ຫລາຍກວ່າ 1 ລ້ານ 5 ​ແສນຄົນເທົ່າກັບ ຈຳນວນປະຊາຊົນລາວໃນທົ່ວປະເທດ 27.1 ສ່ວນຮ້ອຍ ມີຊີວິດການປັນຢູ່ ຕ່ຳກວ່າຂີດໝາຍ ຂອງຄວາມທຸກຍາກ, ຕາມາຍງານ ຂອງອົງການຂ່າວ ຊິນຫົວ ຂອງທາງການຈີນໃນວັນທີ 30 ມິຖຸນາ 2009 ນີ້.

ການສຳຫລວດ ທີ່ວ່ານັ້ນ ແມ່ນໄດ້ປະຕິບັດໃນລະຫວ່າງ ປີ 2007 ​ແລະ 2008. ການສຳຫລວດ ແບບນີ້ແມ່ນມີການດຳເນີນໄປໃນແຕ່ລະ 5 ປີ. ທ່ານ ສີວິໄຊ ໄຊຊະນະວົງເພັດ, ຜູ້ອຳນຍການຝ່າຍບໍລິຫານ ຂອງກອງທຶນ ຫລຸຜ່ອນຄວາມທຸກຍາກ ຂອງລາວ ກາວວ່າ ຄວາມທຸກຍາກ ຂອງປະເທດຊາດ ມີສາເຫດມາຈາກຫລາຍປັດໃຈ ຮວມທັງ ມາຖານ ການສຶກສາຕ່ຳ, ຄວາມຫຍູ້ງຍາກ ທາງດ້ານພູມີປະເທດ, ຂາດໂຄງສ້າງພື້ນຖານແລະ ບໍ່ມີໂອກາດ ເຂົ້າເຖິງການພັດທະນາ.

ຢູ່​ ​ເຂດພາກເໜືອ ຂອງ ...ລາວ ປະຊາຊົນ 51 ສ່ວນຮ້ອຍ ມີຊີວິດການເປັນຢູ່ໃນສະພາບ ທີ່ທຸກຍາກ.

ຢູ່ເຂດພາກກາງ ມີ​ 32 ສ່ວນຮ້ອຍແລະໃນເຂດພາກ​ໃຕ້ ມີ 17 ສ່ວນຮ້ອຍ ຂອງຈຳນວນ ປະຊາຊົນທັງໝົດ, ຕາມຄຳເວົ້າຂອງ ທ່ານ ອ່ອນເນື້ອ ພົມມະຈັນ ຣັດຖະມົນຕຣີ ປະຈຳສຳນັກນາຍົກຣັດຖະມົນຕຣີ ...ລາວ.

ຢູ່ປະເທດລາວ ມີປະຊາຊົນ ປະມານ 80 ສ່ວນຮ້ອຍເປັນຊາວກະສິກອນ. ຜົນລະປູກ ໄດ້ຮັບຜົນກະທົບ ຢ່າງເປັນປະຈຳ ຈາກຝົນຕົກ ທີ່ບໍ່ເປັນປົກກະຕິແລະ ຈາກສັດຕູພືດ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org