ອົງການທີ່ດິນແຫ່ງຊາດ ຍັງໂຈະ ການໃຫ້ສໍາປະທານທີ່ດິນ

ອົງການທີ່ດິນແຫ່ງຊາດ ຍັງໂຈະ ການໃຫ້ສໍາປະທານທີ່ດິນ ແກ່ໂຄງການຕ່າງປະເທດ ເຖິງວ່າຫລາຍແຂວງ ພ້ອມທີ່ຈະພິດຈາຣະນາ ອະນຸມັດກໍຕາມ

ອົງການທີ່ດິນແຫ່ງຊາດ ຍັງໂຈະການໃຫ້ ສໍາປະທານທີ່ດິນ ແກ່ໂຄງການຕ່າງປະເທດ ເຖິງວ່າຫລາຍແຂວງ ຈະມີຄວາມພ້ອມ ທີ່ຈະພິດຈາຣະນາ ອະນຸມັດກໍຕາມ ເຖິງປັດຈຸບັນນີ້ ການອະນຸຍາດ ໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຕ່າງຊາດ ຍັງຄົງໂຍະຕໍ່ໄປອີກ ຢ່າງບໍ່ມີກໍາໜົດເພາະວ່າ ອົງການທີ່ດິນແຫ່ງຊາດ ຈະຕ້ອງສໍາຣວດ ທີ່ດິນທົ່ວປະເທດ ໃຫ້ສໍາເຣັດເສັຍກ່ອນ ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ນຶ່ງຈາກອົງການ ທີ່ດິນແຫ່ງຊາດເວົ້າວ່າ:ບໍ່ແມ່ນວ່າຈະຣື້ ທັງລະບົບແຕ່ວ່າ ຕ້ອງໄດ້ພະຍາຍາມ ຮັດກຸມເຂົ້າກວ່າເກົ່າ ການສໍາຣວດຈັດສັນທີ່ດິນ ມັນຍັງບໍ່ທັນໄດ້ກໍຖືວ່າ ຍັງບໍ່ທັນພ້ອມ ໄປເທື່ອຍັງໂຈະໄປເລື້ອຍໆ ພ້ອມຍາມໃດກໍ ຈຶ່ງປະກາດອີກ ສ່ວນນັກລົງທຶນທີ່ໄດ້ ຮັບສັມປະທານ ໄປແລ້ວຣັຖບານລາວ ກໍບໍ່ໄດ້ຮ້ອງເອົາຄືນ ແຕ່ນັກລົງທຶນລາຍໃໝ່ ຈະບໍ່ໄດ້ຮັບການອະນຸມັດ ຈົນກວ່າທີ່ທາງການ ຈະປະກາດຍົກເລີກ ການໂຈະຢ່າງເປັນທາງການ. ເຖິງຢ່າງໃດກໍຕາມ ຫລາຍໆແຂວງ ກໍພ້ອມທີ່ຈະ ເປີດຮັບນັກລົງ ທຶນຕ່າງຊາດເຂົ້າມາ ລົງທຶນຢ່າງເຕັມທີ່ ໂດຍບໍ່ໄດ້ມີການ ຄໍານຶງເຖິງ ການປະກາດ ໂຈະຊົ່ວຄາວ ແຕ່ຢ່າງໃດ.ເຫດການນີ້ ຈຶ່ງສ້າງບັນຫາທີ່ ລໍ່ແຫລມ ຕໍ່ການເຮັດຜິດ ໂດຍສະເພາະ ບັນຫາຮັບສີນບົນ ໂດຍການລະເມີດ ຄໍາສັ່ງຂອງ ອົງການທີ່ດິນແຫ່ງຊາດ ໂດຍການອະນຸມັດທີ່ດິນໃຫ້ ນັກລົງທຶນຕ່າງຊາດ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້ເວົ້າກັບ ຜູ້ສື່ຂ່າວກ່ຽວກັບ ຂະບວນການ ຮັບສີນບົນ ເຣື້ອງ ສັມປະທານທີ່ດິນວ່າ:ສ່ວນຫລາຍແມ່ນ ພະນັກງານວິຊາການ ທີ່ໄປເຮັດໂຕຈິງ ກັບບໍລິສັດ ຖ້າພະນັກງານວິຊາການ ເຂົາໄດ້ເງິນແລ້ວ ວິຊາການຈະຈັດການ ດ້ານເອກກະສານໃຫ້ມັນຖືກຕ້ອງ ບໍລິສັດມັນຈະໄດ້ພື້ນທີ່ ສັມປະທານນະ ຣັຖບານລາວໄດ້ ໂຈະການໃຫ້ ສັມປະທານທີ່ດິນ ນັບແຕ່ ເດືອນ ພຶດສະພາ ປີ 2007 ເຮັດໃຫ້ນັກລົງທຶນ ຕ່າງຊາດສັບສົນວ່າ ຈະລົງທຶນໄດ້ຕໍ່ໄປເມື່ອໃດ ແຕ່ກໍປາກົດວ່າ ໃນປັດຈຸບັນນີ້ ຍັງພົບວ່າມີ ນັກລົງທຶນຕ່າງຊາດ ທີ່ຍັງສາມາດ ສັມປະທານ ທີ່ດິນໃນ ຫລາຍໆພື້ນທີ່ໄດ້ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org