ການປາບປາມ ການສໍ່ລາດບັງຫລວງໃນລາວ ຄົງເປັນການຍາກ ທີ່ຈະຈັບຜູ້ກະທຳຜິດໄດ້
-
2008-01-09 -
-
-
ປະຊາຊົນລາວຄົນນຶ່ງວ່າ ການປາບປາມ ການສໍ່ລາດບັງຫລວງ ໃນລາວຄົງເປັນ ການຍາກ ທີ່ຈະຈັບຜູ້ກະທຳຜິດໄດ້ ເວັ້ນເສັຽຈາກວ່າ ຜູ້ໃຫ່ຽຈະເປັນຜູ້ຈັບໂຕເອງ.
ບັນຫາການສໍ່ລາດບັງຫລວງໃນລາວ ເປັນບັນຫາທີ່ມີມາ ໄດ້ດົນນານແລ້ວ ແລະໄດ້ ສົ່ງຜົນສະທ້ອນ ຕໍ່ການພັດທະນາເສຖະກິດ ແລະສັງຄົມໃນລາວ. ນາງ ທອງສີ ດວງເດືອນ ປະຊາຊົນລາວ ໃນນະຄອນຫລວງວຽງຈັນ ໄດ້ໃຫ້ຄວາມຄິດເຫັນ ກ່ຽວກັບ ການໃຫ້ສິນບົນ ຂອງພະນັກງານ ພັກແລະຣັຖວ່າ ມັນເກີດມີເປັນປົກະຕິ ຍ້ອນວ່າຜູ້ໃຫ່ຽເອງ ກໍເປັນຕົວຢ່າງບໍ່ດີ.
(ສຽງ) "ການທີ່ເຮົາ ບໍ່ຢາກໃຫ້ສັງຄົມທຸກມື້ນີ້ ຜູ້ໃຫ່ຽແລ້ວມີແບບນີ້ແຫລະ ຕ້ອງໃຫ້ເງິນຄົນນັ້ນ ແນວນີ້ ມັນຄົງແກ້ໄຂໄດ້ຍາກ ໃນຣຸ້ນນີ້ເປັນຫຍັງ ຈຶ່ງຕ້ອງເຮັດແບບນີ້ ເຮົາກໍຄົງຈັບບໍ່ໄດ້ ບໍ່ມີໃຜຈັບໄດ້ເດັດຂາດ ນອກຈາກຕົວເອງ, ແຕ່ວ່າເຮົາຈະໄປລົບລ້າງ ບັນຫານີ້ໃນສັງຄົມ ຄົງເປັນໄປໄດ້ຍາກ."
ນາງທອງສີ ກ່າວຕໍ່ໄປວ່າ ບັນຫາການສໍ່ລາດບັງຫລວງ ທີ່ເກີດຂື້ນ ໃນທຸກວັນນີ້ ລ້ວນແລ້ວ ແຕ່ຄວາມເຫັນແກ່ຕົວ ຂອງພະນັກງານ ເພາະວ່າພະນັກງານ ຂັ້ນນ້ອຍ ມີເງິນເດືອນຕໍ່າ ເຂົາເຈົ້າຕ້ອງຫາວິທີທາງເພື່ອຢູ່ລອດ. ການສໍ່ລາດບັງຫລວງ ຂອງຜູ້ໃຫ່ຽນັ້ນ ມັນໄດ້ກາຍເປັນແນວທາງ ເພື່ອສ້າງຮັ່ງຄູນມີໃຫ້ຕົນເອງ ຄືວ່າ ສໍ່ໂກງໄປເທົ່າໃດ ກໍຍັງບໍ່ພໍຈັກເທື່ອ.
ນາງວ່າການສໍ່ລາດບັງຫລວງ ກໍມີຢູ່ ທຸກຫົນທຸກແຫ່ງ ໃນທົ່ວໂລກ, ແຕ່ວ່າເຮົາກໍຕ້ອງ ຄຶດເຫັນປະເທ ດຂອງເຮົາທີ່ເປັນ ປະເທດກຳລັງພັດທະນາ ປະຊາຊົນຍັງຍາກຈົນຢູ່ຢ່າງຫລວງຫລາຍ, ເຮົາຈະສໍ່ລາດບັງຫລວງກັນ ແບບນີ້ຕຣອດໄປ ກໍເທົ່າກັບວ່າສ້າງບາບ ສ້າງກັມໃຫ້ຕົນເອງ.
(ສຽງ) "ເຮົາເປັນນັກພັດທະນາ ເຮົາຕ້ອງຊ່ວຍຊຸມຊົນ ບໍ່ແມ່ນເຮົາໄປກິນເງິນ ຂອງຊຸມຊົນ ເຮົາຢາກບອກພະນັກງານ ຖ້າເຈົ້າມີຈຸດປະສົງນັ້ນ ກໍຄືເຈົ້າສ້າງບາບສ້າງກັມ. ເຈົ້າຢູ່ອົງການ ngo ຄືເຈົ້າຕ້ອງສ້າງບຸນ ແຕ່ຖ້າເຈົ້າໄປເຮັດຈຸດນັ້ນ ເທົ່າກັບເຈົ້າສ້າງບາບ ແກ່ຕົວເຈົ້າ."
ນາງ ທອງສີ ກ່າວມ້ວນທ້າຍວ່າ ໃນຖານະປະຊາຊົນລາວ ຄົນນຶ່ງ ເຮົາກໍຢາກ ໃຫ້ພະນັກງານ ຂອງຣັຖແລະເອກະຊົນ ທຳງານກັນຢ່າງຍຸຕີທັມ ເພື່ອໃຫ້ ປະຊາຊົນລາວ ໄດ້ມີຢູ່ມີກິນດີຂື້ນ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງວຽງຈັນໄດ້ສຳເຣັດການປັກດຳເຂົ້ານາແຊງໄປແລ້ວ 30% ຂອງພື້ນທີ່ ປູກເຂົ້ານາແຊງ 12,000 ເຮັກຕາ້
- ລາວ ເປັນປະເທດນຶ່ງ ໃນ 53 ປະເທດໃນໂລກ ທີ່ນັກທ່ອງທ່ຽວ ຈະມັກໄປເບິ່ງໄປຊົມ ໃນປີ 2008 ນີ້
- ກາຣປະຕິບັຕ ຣະບົບກົດໝາຍໃນລາວ ຍັງຂາດທັ້ງປະສິທທິພາບ ແລະກາຣເສີມສ້າງ ຄວາມຍຸຕິທັມ ຢ່າງແທ້ຈີງ
- ທາງກາຣ ສປປລາວ ເປັນຫ່ວງ ນຳກາຣຣະບາດ ຂອງໂຣຄອະຫິວາ
- ທາງກາຣແຂວງ ຫລວງນ້ຳທາ ລົງກວດສອບ ຕາມພື້ນທີ່ໆນຳໃຊ້ ໃນກາຣປູກຢາງພາຣາ ແລະພົບວ່າສ່ວນຫລາຍ ເປັນພື້ນທີ່ ຂອງປະຊາຊົນ
- ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ
- ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ
- ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ
- ຈີນຈະຊ່ວຍລາວຕິດຕັ້ງ ສາຍສື່ສານ ຫລືໂທຣະຄົມມະນາຄົມ ເພື່ອເຮັດໃຫ້ລາວ ກາຍເປັນ ສູນກາງຕິດຕໍ່ ໃນເຂດ ອ່າງແມ່ນ້ຳຂອງ