ບັນຫາ ກາຣສໍ້ຣາຊບັງຫລວງ ຍັງເປັນພັຍຂົ່ມຂູ່ ຕໍ່ກາຣພັທນາ ເສຖກິຈ-ສັງຄົມ ໃນລາວປັຈຈຸບັນ

ທາງກາຣ ສປປລາວ ຍອມຮັບວ່າ: ກາຣສໍ້ຣາຊບັງຫລວງ ທີ່ປາກົດເຫັນມີ ຢູ່ທຸກຂັ້ນ ກາຣຈັດຕັ້ງ ຂອງພັກ-ຣັຖ ຍັງເປັນພັຍຂົ່ມຂູ່ ທີ່ຮ້າຍແຮງຕໍ່ກາຣພັທນາ ເສຖກິຈ ແລະສັງຄົມໃນລາວປັຈຈຸບັນ.

ທ່ານ ທອງບັນ ແສງອາພອນ ຣັຖມົນຕຣີ ກະຊວງປ້ອງກັນ ຄວາມສງົບ ໃຫ້ຄຳເຫັນ ດັ່ງກ່າວ ໃນງານໂຮມຊຸມນຸມ ຣະນຶກວັນຄົບຮອບ 4 ປີ ແຫ່ງກາຣເຊັນສົນທິສັນຍາ ວ່າ ດ້ວຍກາຣຕໍ່ຕ້ານ ກາຣສໍ້ຣາຊບັງຫລວງ ຂອງສະມັດຊາໃຫຍ່ ສປຊ ທີ່ນະຄອນຫລວງ ວຽງຈັນ ຫວ່າງມໍ່ໆມານີ້ ຊື່ງທ່ານກໍໄດ້ຮຽກທວງ ໃຫ້ຣັຖບາລ ເອົາໃຈໃສ່ແກ້ໄຂ ໂດຽສະເພາະ ຈະຕ້ອງໄດ້ເພີ່ມທະວີສຶກສາ ຝຶກອົບຮົມ ທົ່ວສັງຄົມ ໃຫ້ມີສ່ວນຮ່ວມ ໃນກາຣຈັດ ຕັ້ງປະຕິບັຕ ກົດໝາຍ ຕ້ານກາຣສໍ້ຣາຊບັງຫລວງ ໃຫ້ເຂັ້ມງວດກວ່າເກົ່າ ພ້ອມທັງໃຫ້ ເພີ່ມທະວີ ກາຣຄຸ້ມຄອງຣັຖ ຄຸ້ມຄອງສັງຄົມ ດ້ວຍຣະບຽບກົດໝາຍ ໃຫ້ເປັນຮູບປະທັມ ຫລາຍຂື້ນ.

ເພື່ອໃຫ້ວຽກງານ ຕ້ານກາຣສໍ້ຣາຊບັງຫລວງ ມີປະສິທທິຜົລສູງນັ້ນ ກ່ອນອື່ນໝົດ ທ່ານທອງບັນ ຢາກໃຫ້ທຸກຄົນ ເປັນເຈົ້າກາຣຮ່ວມກັນ ໃນກາຣກວດກາ ຊຸກຍູ້ໃຫ້ຂບວນ ຍຸຕິທັມ ເພີ່ມເອົາໃຈໃສ ່ໃນກາຣດຳເນີນຄະດ ີເປົ້າໝາຍໃຫ້ເຂັ້ມງວດ ພ້ອມທັງສົ່ງເສີມ ໃຫ້ທາງສື່ມວລຊົນ ມີສ່ວນໃນກາຣສະກັດກັ້ນ ແລະ ຕ້ານກາຣສໍ້ຣາຊບັງຫລວງ ຕາມຣະບຽບກາຣ ແຕ່ກໍປາກົດວ່າ ທ່ານບໍ່ໄດ້ແຈ້ງເຖີງ ກາຣໃຫ້ສິທທິ ທາງດ້ານອິສຣະພາບ ໃນກາຣອອກຂ່າວຄາວ ກ່ຽວພັນກັບເຈົ້າໜ້າທີ່ ຜູ້ມີສ່ວນຮ່ວມ ຫລືດຳເນີນກາຣສໍ້ຣາຊບັງ ຫລວງນັ້ນແຕ່ປະກາຣໃດ.

ຕາມທັສນະ ຂອງນັກປັນຍາຊົນລາວ ແລ້ວເຫັນວ່າ: ຜູ້ທີ່ມີໂອກາດ ສໍ້ຣາຊບັງຫລວງ ນັ້ນກໍລ້ວນແຕ່ ຜູ້ມີຖານະຕຳແໜ່ງ ແລະສິທທິອຳນາຈ ໃນກາຣບໍຣິຫາຣ ປະເທດຊາຕນັ້ນເອງ ຊື່ງທາງສື່ມວລຊົນ ກໍບໍ່ກ້າ ທີ່ຈະຕຳໜິຕິຕຽນ ເພາະຢ້ານຖືກນາບຂູ່ແລະປາບປາມ.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org