ທາງກາຣ ສປປລາວ ເປັນຫ່ວງ ນຳກາຣຣະບາດ ຂອງໂຣຄອະຫິວາ
-
2008-01-08 -
-
-
ໜັງສືພີມວຽງຈັນໄທມ໌ສ ສະບັບວັນທີ່ 8 ມົກຣາ ນີ້ແຈ້ງວ່າ: ທາງກະຊວງສາທາ ຣະນະສຸຂລາວ ໄດ້ຈັດກອງປະຊຸມ ແບບສຸກເສີນ ຮ່ວມກັບທາງກາຣກ່ຽວຂ້ອງ ແລະເຈົ້າ ໜ້າທີ່ ຈາກອົງກາຣຈັດຕັ້ງສາກົລ ຊື່ງຮວມທັງ ອົງກາຣອະນາມັຍໂລກ ຫລື WHO ແລະ ອົງກາຣ UNICEF ເພື່ອພິຈາຣະນາ ຫາວິທີທາງແກ້ໄຂ ແລະກຳຈັດໂຣຄ ອະຫິວາຫລື ໂຣຄຖອກທ້ອງ ທີ່ຣະບາດຂື້ນ ຢູ່ແຂວງເຊກອງ ທາງພາຄໃຕ້ຂອງລາວ.
ດຣ. ບຸນປອນ ໂພໄຊຍະວົງ ຜູ້ອຳນວຍກາຣ ສາທາຣະນະສຸຂ ປະຈຳແຂວງ ເຊກອງ ໄດ້ແຈ້ງຕໍ່ທາງກອງປະຊຸມວ່າ: ຜົລຂອງກາຣກວດວິຈັຍ ຂອງເຊື້ອໂຣຄ ແລະພົບວ່າເປັນ: ຊນິດ Vibrio Chelera 01 Ogawa ຊື່ງເຣີ່ມຣະບາດຂື້ນ ໃນມື້ ວັນທີ່ 25 ທັນວາ ແລະຜູ້ເປັນໂຣຄຖອກທ້ອງ ດັ່ງກ່າວກໍມີຫລາຍເພີ່ມຂື້ນຈາກ 120 ຄົນ ໃນເມື່ອກ່ອນ ມາເປັນ 254 ຄົນຮວມທັງ 3 ຄົນ ທີ່ເສັຽຊີວີຕໄປ ແລະໄດ້ແພ່ຂຍາຍຈາກ 8 ໝູ່ບ້ານ ໄປເຖີງ 20 ໝູ່ບ້ານແລ້ວ ໃນປັຈຈຸບັນ ຢູ່ໃນແຂວງເຊກອງເອງ.
ດຣ. ບຸນປອນ ເປັນຫ່ວງ ຍ້ອນມີກາຣຕິດຕໍ່ ຈາກຜູ້ຄົນໄປຫາຜູ້ຄົນ ໄດ້ຢ່າງວ່ອງໄວ ແລະໃນແຕ່ລະມ ື້ກໍໄດ້ຮັບຣາຍງານ ຈາກແຕ່ລະທ້ອງຖີ່ນ ທີ່ວ່າມີກາຣແພ່ຣະບາດ ຂອງເຊື້ອໂຣຄ ທີ່ຮ້າຍແຮງດັ່ງກ່າວນີ້. ພ້ອມດຽວກັນນີ້ ທາງກາຣກ່ຽວຂ້ອງ ກໍໄດ້ສົ່ງເຈົ້າໜ້າ ທີ່ຈາກນະຄອນຫລວງວຽງຈັນ ເພື່ອລົງໄປຊ່ວຍແກ້ໄຂ ແລະເພື່ອປ້ອງກັນ ບໍ່ໃຫ້ເກີດ ຮ້າຍແຮງອອກໄປກວ່ານີ້ ທາງເຈົ້າໜ້າທີ່ ຈື່ງໄດ້ປະກາດສັ່ງຫ້າມ ບໍ່ໃຫ້ຜູ້ຄົນເຄື່ອນ ຍ້າຍ ໄປມາຈາກທ້ອງຖີ່ນ ທີ່ມີກາຣແພ່ຣະບາດ ອອກໄປຍັງເຂຕພື້ນທີ່ອື່ນໆຢ່າງເດັດຂາດ ຈົນກວ່າສະພາບກາຣ ຈະຄ່ອຍກັບຄືນດີ ເປັນປົກກະຕິເສັຽກ່ອນ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທາງກາຣແຂວງ ຫລວງນ້ຳທາ ລົງກວດສອບ ຕາມພື້ນທີ່ໆນຳໃຊ້ ໃນກາຣປູກຢາງພາຣາ ແລະພົບວ່າສ່ວນຫລາຍ ເປັນພື້ນທີ່ ຂອງປະຊາຊົນ
- ແຂວງຊຽງຂວາງ ມີຣາຍຮັບ ຈາກກາຣທ່ອງທ່ຽວ ປະຈຳປີ 2007 ຫລາຍກວ່າ 2 ລ້ານ ດອລລາຣ໌ສະຫະຣັຖ
- ສປປລາວ ໄດ້ອານຸມັດການລົງທຶນ ຈາກຕ່າງປະເທດ ຈຳນວນ 191 ໂຄງການ ມີມູນຄ່າ ລວມທັງໝົດ 1,130 ລ້ານ ດອນລ້າ ສະຫະຣັຖ
- ແຂວງຫລວງພະບາງ ສົ່ງເສີມໃຫ້ປະຊາຊົນ ປູກຄັ່ງເພື່ອສົ່ງໄປຂາຍ ໃນຕະຫລາດ ຂອງປະເທດຈີນ
- ລາວ ແລະ ວຽດນາມ ຈະລົງມືສ້າງທາງຣົດໄຟ ຣະຫວ່າງກັນ
- ຈີນຈະຊ່ວຍລາວຕິດຕັ້ງ ສາຍສື່ສານ ຫລືໂທຣະຄົມມະນາຄົມ ເພື່ອເຮັດໃຫ້ລາວ ກາຍເປັນ ສູນກາງຕິດຕໍ່ ໃນເຂດ ອ່າງແມ່ນ້ຳຂອງ
- ປະຊາຊົນລາວ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ ຂ່າວສານຂ້ອນຂ້າງໜ້ອຍ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ພາດໂອກາດຮັບຮູ້ຂ່າວສານ ກ່ຽວກັບໄພ ການຕົກເປັນເຫຍື່ອ ການຄ້າມະນຸດ
- ເມືອງຈີນໃໝ່ New China Town ທີ່ບຶງທາດຫລວງ ໃນນະຄອນຫລວງວຽງຈັນ ເລີ່ມຜົ່ນພິດແລ້ວ
- ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບາລ ເພີ່ມງົບປະມານ ສຳຫລັບ ສວັດດີກາຣໃຫ້ແກ່ ນັກຣົບເກົ່າຫລາຍຂື້ນ
- ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ