ສູນຄົ້ນຄວ້າ ກາຣລ້ຽງສັຕ ໂດຽກາຣຮ່ວມມື ຈາກທາງກາຣ ກ່ຽວຂ້ອງອິນເດັຽ ເຣັ່ງກາຣພັທນາ ດ້ານຜສົມພັນທຽມ ໂດຽເອົາແບ້ ມາໃຊ້ທົດລອງ
-
2008-02-20 -
-
-
ສູນຄົ້ນຄວ້າ ກາຣລ້ຽງສັຕ ທີ່ນະຄອນຫລວງວຽງຈັນ ຊື່ງຖືເປັນບ່ອນ ທີ່ມີກາຣພັທນາ ດ້ານກາຣຜສົມພັນສັຕທຽມ ໂດຽມີກາຣເນັ້ນໃຊ້ງົວ ແລະແບ້ສຳຫລັບ ໂຄງກາຣຜລິຕນ້ຳ ນົມແລະພັນເນື້ອເພື່ອກາຣບໍຣິໂພຄ. ສະເພາະແບ້ນັ້ນ ແມ່ນໄດ້ຮັບຄວາມຊ່ວຍເຫລືອ ດ້ານແນວພັນ ແລະວິຊາກາຣຈາກອິນເດັຽ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວຜູ້ໜື່ງໄດ້ ກ່າວວ່າ:
(ສຽງ) “ໄດ້ບົດຮຽນມານຳປະເທດອິນເດັຽ ເຂົາເອົາພັນ ມາຈາກອິນເດັຽ ຈຳນວນໜື່ງ ມາຜສົມໃຫ້ໄດ້ນ້ຳ ນົມ ຄົນມັກບໍຣິໂພຄດີຫລາຍ ມີຈຳນວນໜື່ງ ເຂົາຜສົມທຽມ ເພາະວ່າຢາກຜລິຕ ຢາກໄດ້ແນວພັນດີໆ”
ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ແຈ້ງເພີ່ມວ່າ: ໜ່ວຍງານວິຈັຍ ແລະພັທນາສັຕລ້ຽງຈາກ ອິນເດັຽ ເປັນຜູ້ນຳພັນແບ້ຊັ້ນດີ ມາໃຫ້ຝ່າຍລາວ ເພື່ອນຳໄປພັທນາ ຄັດແຍກເຊື້ອ ແລ້ວນຳມາເປັນຕົ້ນ ແບບເຊື້ອພັນທຽມ ເພື່ອນຳໄປສີດກັບໄປໃສ່ແບ້ຂ ອງຝ່າຍລາວ ແລະ ພັທນາໃຫ້ສົມບຸນ ແລ້ວສົ່ງຕໍ່ໄປຍັງປະສຸສັຕ ຕາມແຂວງຕ່າງໆ ໂດຽສະເພາະແຂວງວຽງ ຈັນ ຈຳປາສັກ ແລະຊຽງຂວາງຍ້ອນມີພູມມີປະເທດເໝາະສົມກັບໂຄງກາຣລ້ຽງສັຕ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ຂອງລາວໄດ້ກ່າວເພີ່ມວ່າ:
(ສຽງ) “ເພື່ອວ່າຢາກໃຫ້ແນວພັນດີ ແລະກໍມອບໃຫ້ຄອບຄົວ ຕົວແບບ ໃນປະເທດລາວ ເອົາໄປລ້ຽງ”
ເຈົ້າໜ້າທີ່ລາວ ໄດ້ກ່າວເນັ້ນອີກວ່າ: ກາຣທີ່ຢາກໃຫ້ມີການພັທນາ ແນວພັນໃຫ້ດີ ຂື້ນເຊັ່ນນີ້ ກໍເພື່ອຢາກໃຫ້ປະຊາຊົນ ມີຊ່ອງທາງຂຍາຍພັນ ແລະເພີ່ມຄວາມຮູ້ ພ້ອມກັບ ເປັນກາຣສ້າງຣາຍໄດ້ ໃຫ້ປະຊາຊົນອີກດ້ວຍ ແລະວ່າ ເທົ່າປັຈຈຸບັນນີ້ ຈຳພວກສັຕທີ່ ນຳມາຜສົມພັນທຽມກໍມີ ໝູ ງົວ ແລະແບ້ ໂດຽມີຜົລຜລິດຮວມທັງໝົດປະມານ 115 ໂຕຈາກພໍ່ພັນສັຕ 550 ໂຕໃ
ຫວາດ ສີມູນ ຣາຍງານ
ຣາຍການອື່ນໆ
- ເຖີງແມ່ນທາງກາຣລາວ ໄດ້ອະທິບາຍ ແຕ່ປະຊາຊົນລາວ ບາງກ່ມຍັງມີ ຄວາມວິຕົກ ກັງວົນນຳເຣື່ອງ ທີ່ທາງຣັຖບາລລາວ ອະນຸຍາດ ໃຫ້ຊາວຈີນ ເຂົ້າມາຢ່ລາວຫລາຍຂື້ນ
- ລາວ ແລະວຽດນາມ ຕົກລົງກັນ ຈະປັກຫລັກ ເຂດໝາຍຊາຍແດນ ລະຫ່ວາງກັນ
- ແຂວງໄຊຍະບູຣີ ກຳລັງກວດກາ ການໄຊ້ສານເຄມີ ທີ່ບໍ່ຖືກຕ້ອງ ຂອງປະຊາຊົນ ທີ່ໄຊ້ສານເຄມີ ເຂົ້າໃນວຽກງານ ປູກຝັງຕ່າງໆ
- ທາງການລາວ ຈະຈັດຣະດັບໂຮງແຮມ ແລະບ້ານພັກ ທຸກແຫ່ງໃນເຂດນະຄອນຫລວງວຽງຈັນ ເພື່ອໃຫ້ໄດ້ມາຕຖານ ຕາມຫລັກເກນຂອງສາກົນ
- ແຂວງ ຈໍາປາສັກ ຈັດກອງປະຊຸມ ເພື່ອເວົ້າກັນເຖິງ ຄວາມຄືບໜ້າ ໃນການທີ່ທາງແຂວງ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ 8ຂຶ້ນ ໃນທ້າຍປີ 2008ນີ້
- ການລັກລອບຂົນສົ່ງກ້ວຍໄມ້ປ່າ ຍັງມີຢ່າງຕໍ່ເນື່ອງຈາກທາງພາກໄຕ້ ຂອງລາວ
- ກາຣປັບປຸງ ແລະກໍ່ສ້າງ ໂຮງພຍາບາລ ຂື້ນຕື່ມ ໃນເມືອງຫລວງພຣະບາງ ສຳຫລັບ ຂັ້ນທີ່ 2 ໂດຽທຶນກາຣຊ່ວຍເຫລືອ ຂອງຈີນສຳເຣັຈ ຮຽບຮ້ອຍແລ້ວ ເປັນຢ່າງດີ
- ລາວ ແລະວຽດນາມ ສັນຍາກັນວ່າ ຈະສົ່ງເສີມການຮ່ວມມື ທາງດ້ານ ການສຶກສາ
- ພະນັກງານຂອງຣັຖະບານລາວໃນນະຄອນຫລວງວຽງຈັນຈົ່ມວ່າ ໃນທຸກມື້ນີ້ ມີການແຂ່ງຂັນ ກັນຫລາຍ
- ຣັຖະມົນຕຣີ ກະຊວງ ການຕ່າງປະເທດ ຂອງ ສປປລາວ ທ່ານ ທອງລຸນ ສີສຸລິດ ພົປະກັບ ຣັຖະມົນຕຣີ ການຕ່າງປະເທດ ຂອງຈີນ ທ່ານ ຢັງເຈຈີ