ທາງການສປປລາວ ແລະ ວຽດນາມ ປະສົງທີ່ ຈະມີການຮ່ວມມືກັນ ຣະຫວ່າງ 2 ຝ່າຍ ຢ່າງເລິກເຊີ່ງຂຶ້ນຕື່ມ ໃນ ປີ 2008 ນີ້

ທາງການສປປລາວ ແລະວຽດນາມ ປະສົງທີ່ຈະມີການຮ່ວມມືກັນ ຣະຫວ່າງ 2 ຝ່າຍ ເລີກເຊີ່ງ ຂຶ້ນຕື່ມ ໃນ ປີ 2008ນີ້ ຕາມຣາຍງານຂ່າວ Thai Press.

ທ່ານ Nguen Sinh Hung ຮອງນາຍົກ ຣັດຖະມົນຕຣີວຽດນາມ ແລະຄູ່ເຈຣະຈາ ຝ່າຍລາວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື ທາງດ້ານເສດຖະກິດ ວັດທະນະທໍາ ແລະ ວິທະຍາສາດ ແລະ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ສໍາລັບ ປີ 2008 ຣະຫວ່າງກັນ ໃນມື້ວັນທີ 10 ມົກກະຣານີ້ ຢູ່ທີ່ນະຄອນຫລວງວຽງຈັນ.

ການຮ່ວມມື ໃນການອົບຮົມແກ່ກໍາລັງແຮງງານ, ກະສິກໍາປ່າໄມ້ ແລະການປະໂມງ, ການຄ້າ ການລົງທຶນ ການເງິນ ແລະວັດທະນະທໍາສັງຄົມ ເປັນພາກສ່ວນ ທີ່ສໍາຄັນຍີ່ງ ໃນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລາວ-ວຽດນາມ ໃນ ປີ 2008. ທັງສອງຝ່າຍ ໄດ້ຕົກລົງທີ່ຈະສົ່ງເສີມ ການແລກປ່ຽນ ທາງດ້ານການຄ້າ ໂດຍມີການຊຸກຍູ້ ຊຶ່ງກັນແລະກັນ ໃຫ້ຫລາຍຂຶ້ນຕື່ມ.

ໃນຂົງເຂດການລົງທຶນ ການເງີນ ແລະການທະນາຄານ ວຽດນາມ ແລະລາວກໍໄດ້ໃຫ້ ຄໍາໝັ້ນສັນຍາ ກັນຕື່ມວ່າ ຈະຊອກຊ່ອງທາງ ເພື່ອໃຫ້ມີວິທີການແກ້ໃຂ ທີ່ຖືກຕ້ອງ ເພື່ອຄວາມຫລາກຫລາຍ ຂອງແຫລ່ງທີ່ມາ ໃນການລົງທຶນ ແລະໄດ້ເຫັນພ້ອມນໍາ ຂໍ້ສະເນີຂອງຣັດຖະບານລາວ ກ່ຽວກັບການແລກປ່ຽນ ປະສົບປະການ ການຝຶກອົບຮົມ, ການນໍາເງີນທຶນ ຈາກຂະແໜງ ການເສດຖະກິດ ສໍາລັບການຜະລິດ ສົ່ງອອກສີນຄ້າ.

ຂ່າວຣາຍງານຕື່ມວ່າ ລາວ ແລະວຽດນາມ ຈະຮ່ວມມືກັນໄກ້ຊິດ ຫລາຍຂຶ້ນຕື່ມ ເພື່ອພັດທະນາ ເຂດຊາຍແດນ ຣະຫວ່າງກັນ ສະກັດກັ້ນ ການລັກລອບຄ້າຂາຍຕ່າງໆ ພ້ອມທັງສ້າງຕັ້ງຕະລາດ ແລະເຂດເສດຖະກິດ ຫລາຍເພີ່ມຂຶ້ນນໍາອີກ.

ເມື່ອວັນທີ 8 ມົກກະຣານີ້ ທ່ານ Nguyen Sinh Hung ແລະທ່ານສົມສະຫວາດ ເລັ່ງສະວັດ ຍັງໄດ້ເປັນພະຍານ ການລົງນາມໃນສັນຍາ ບຸກເບີກ-ຂຸດຄົ້ນ ພະລັງງານໃນລາວ ເຂດແຂວງຈໍາປາສັກ ແລະ ສາລະວັນ ຣະຫວ່າງ ຣັດຖະບານລາວ ແລະ ບໍຣິສັດພະລັງງານ ວຽດນາມ Petro-Vietnam ນໍາດ້ວຍ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org