ສປປລາວ ແລະວຽດນາມ ເຊັນຂໍ້ຕົກລົງ ກ່ຽວກັບ ການສຳຣວດບໍ່ເຫລັກ ຢູ່ເຂດເມືອງ ວຽງໄຊ ແຂວງຫົວພັນ ໃນ ພາກເໜືອຂອງລາວ
-
2008-01-16 -
-
-
ຣັຖບານລາວ ແລະບໍຣິສັດ ກຸ່ມຮົ່ວພັດຂອງວຽດນາມ ໄດ້ເຊັນຂໍ້ຕົກລົງດັ່ງກ່າວ ເມື່ອ ວັນທີ່ 10 ມົກກະຣານີ້. ຝ່າຍລາວ ແມ່ນ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ພ້ອມທັງເປັນຜູ້ປະຈຳການ ໃນ ຄະນະຣັຖບານລາວ ແລະທ່ານ ບໍ່ສາຍຄຳ ວົງດາຣາ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ເປັນຂັງຂີພິຍານ ທີ່ສຳຄັນໃນພິທີ ເຊັນຂໍ້ຕົກລົງດັ່ງກ່າວ.
ສ່ວນຝ່າຍວຽດນາມ ແມ່ນ ທ່ານ ຫງຽນຮຸຍກັ່ງ ເອກອັກ ຄະຣາຊທູດວຽດນາມ ປະຈຳລາວ ເຂົ້າຮ່ວມເປັນພິຍານ. ສ່ວນຜູ້ເຊັນຂໍ້ຕົກລົງ ຢ່າງແທ້ຈິງນັ້ນ ຝ່າຍລາວ ແມ່ນ ທ່ານ ທອງມີ ພົມວິໄຊ ຮອງຄະນະ ກັມມະການ ແຜນການ ແລະການລົງທຶນ; ຝ່າຍວຽດນາມ ແມ່ນທ່ານ ຈັນດິນລອງ ຜູ້ອຳນວຍການບໍຣິສັດຮົ່ວພັດ.
ຂໍ້ຕົກລົງສະບັບນີ້ບົ່ງໄວ້ວ່າ ຣັຖບານລາວ ໄດ້ຕົກລົງໃຫ້ບໍຣິສັດ ຮົ່ວພັດຂອງວຽດ ນາມ ສຳຣວດຂຸດຄົ້ນບໍ່ເຫລັກ ຢູ່ໃນບໍຣິເວນ ພື້ນທີ່ປະມານ 112 ກິໂລແມັດ ມົນທົນ ໃນເຂດບ້ານວຽງໄກ່ ເມືອງວຽງໄຊ ແຂວງຫົວພັນ.
ປັດຈຸບັນ ຣັຖບານລາວ ກຳລັງອະນຸຍາດ ໃຫ້ຕ່າງປະເທດ ສຳຣວດ ແລະຂຸດຄົ້ນບໍ່ ແຮ່ຫລາຍ; ບໍ່ໃຫຍ່ກວ່າໝູ່ ກໍແມ່ນບໍ່ຄຳເຊໂປນ ທີ່ແຂວງສວັນນະເຂດ ຂຸດຄົ້ນ ໂດຍບໍຣິສັດໂອຊີອານນາ ຂອງອອສເຕຣເລັຍ ແລະບໍຣິສັດ Pan Australian Resources ກໍກຳລັງຂຸດຄົ້ນ ບໍ່ຄຳທີ່ພູຄຳເຊັ່ນກັນ. ນອກຈາກນັ້ນ ຣັຖບານລາວ ຍັງ ອະນຸຍາດໃຫ້ ບໍຣິສັດຂອງຈີນ ສຳຣວດແລະຂຸດຄົ້ນບໍ່ແຮ່ ຫລາຍໆບ່ອນໃນພາກເໜືອ ຂອງລາວ.
ອາວະຣີ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການທົດລອງ ນໍ້າມັນ ບາຍໂອ-ດີໂຊ ທີ່ຜລິດຈາກໝາກເຍົາ ກັບຣົດໄຖ ຍ່າງຕາມ ໃນເຂດເມືອງໄຊທານີ ໄດ້ຮັບຜົນສໍາເຣັດ
- ຣັດຖະບານລາວ ຍອມຮັບວ່າ ການລົງທຶນ ມີອຸປະສັກຫລາຍຢ່າງ ແລະພ້ອມທີ່ຈະແກ້ໃຂ ຕາມການສະເນີ ຂອງນັກທຸຣະກິດຍີ່ປຸ່ນ
- ທາງການສປປລາວ ແລະ ວຽດນາມ ປະສົງທີ່ ຈະມີການຮ່ວມມືກັນ ຣະຫວ່າງ 2 ຝ່າຍ ຢ່າງເລິກເຊີ່ງຂຶ້ນຕື່ມ ໃນ ປີ 2008 ນີ້
- ການຊ່ວຍເຫລືອ ຂອງປະເທດ Sweden ມູນຄ່າທັງໝົດ 5 ລ້ານໂດລາ ສະຫະຣັດ ນັ້ນກໍານົດໃຫ້້ແກ່ ບັນດາປະເທດ ເຂດແມ່ນໍ້າຂອງ ລາວ ໃທ ແລະວຽດນາມ
- ສະຫະປະຊາຊາດ ໄດ້ມອບເງິນ ຈຳນວນ 1 ລ້ານ ກັບ 880, 000 ໂດລາສະຫະຣັຖ ໃຫ້ກອງທຶນ ໂຄງການ ພັດທະນາ ປູກພືດແທນຝິ່ນ ແກ່ຣັຖະບານລາວ
- ແຂວງຫລວງພະບາງ ຍັງມີບັນຫາ ກ່ຽວກັບ ການຖາງປ່າເຮັດໄຮ່ ຂອງຊາວບ້ານ ຢູ່ຢ່າງກ້ວາງຂວາງ
- ຣາຄາສິນຄ້າ ປະເພດເຄື່ອງຍ່ອຍ ຢູ່ໃນລາວເພີ້ມຂື້ນ ຍ້ອນວ່າ ຣາຄາສິນຄ້າເຄື່ອງຍ່ອຍ ໃນ ປະເທດໄທ ເພີ້ມຂື້ນ
- ທາງການລາວ ກໍານົດຂົງເຂດ ທີ່ອະນຸຍາດ ໃຫ້ປະຊາຊົນ ສາມາດລ້ຽງສັດປີກ ໄດ້ ໃນແຂວງວຽງຈັນ ໂດຍຈັດເປັນ 3 ປະເພດດ້ວຍ
- ມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມ ຖໍ້າປວັດສາດ ເມືອງວຽງໄຊ ຫລາຍຂຶ້ນ
- ເງິນລົງທຶນໂດຍຕຣົງ ຈາກຕ່າງປະເທດ ຫລື FDI ໃນລາວ ໄດ້ເພີ່ມຂຶ້ນ ເປັນ 1,130 ລ້ານ ໂດລາສະຫະຣັດ ໃນ 191 ໂຄງການ