ສະພາບແວດລ້ອມປ່າໄມ້ ໃນແຂວງຊຽງຂວາງຍັງຄົງຄວາມສວຍງາມຢູ່ ແຕ່ຫາກຍັງມີຜູ້ລັກລອບຕັດໄມ້ ທໍາລາຍປ່າຢູ່ຕໍ່ໄປ

ເຈົ້າໜ້າທີ່-ຫ້ອງການສີ່ງແວດລ້ອມ ແຂວງຊຽງຂວາງ ກ່າວເຖີງສະພາບແວດລ້ອມ ພາຍໃນແຂວງວ່າ ອາກາດໃນຂ່ວງຣະດູແລ້ງນີ້ ບໍ່ແລ້ງເກີນໄປ ຝົນກໍຕົກຕາມຣະດູການ ແລະອາກາດກໍຍັງໜາວຢູ່-ຄືເກົ່າ ແລະຕົ້ນໄມ້ໃນປ່າຂອງແຂວງ ກໍຍັງສວຍງາມຢູ່. ທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ຕົ້ນໄມ້ກໍປົກກະຕິສວຍງາມຢູ່ ບໍ່ທັນຖືກທໍາລາຍປານໃດເພາະວ່າ ຊຽງຂວາງໄດ້ປູກປ່າຮັກສາໄດ້ດີຢູ່ ສີ່ງແວດລ້ອມປັດຈຸບັນ ກໍປ່ຽນໄປນ້ອຍນຶ່ງແລ້ວເພາວ່າ ຄົນທີ່ວ່າໄປຂຸດຄົ້ນແລ້ວກໍໄປທໍາລາຍ ມັນເນາະ."

ຕາມຄໍາເວົ້າຂອງທ່ານແລ້ວແມ່ນວ່າ ປັດຈຸບັນ ແຂວງຊຽງຂວາງມີນັກລົງທຶນຕ່າງປະເທດ ເຂົ້າມາອາໃສຢູ່ຫລາຍ. ກຸ່ມຄົນເຫລົ່ານີ້ ໄດ້ທໍາການຂຸຂຸດຄົ້ນແຮ່ທາດ ຕ່າງໆ ແລະກໍມີທັງການຕັດໄມ້ທໍາລາຍປ່າ ນໍາດ້ວຍ ຊຶ່ງສົ່ງຜົນກະທົບກະເທືອນ-ເຮັດໃຫ້ສະພາບແວດລ້ອມ ຂອງແຂວງບໍ່ດີຄືແຕ່ກ່ອນ. ຢ່າງໃດກໍຕາມ ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຊີ້ແຈງຕໍ່ໄປວ່າ ກ່ອນທີ່ຈະໄດ້ເຂົ້າມາທໍາການຂຸດຄົ້ນນັ້ນ ເຂົາເຈົ້າຕ້ອງໄດ້ຮັບອະນຸຍາດ ຈາກທາງຣັດຖະບານລາວເສັຽກ່ອນ ກ່ອນຈະເລີ່ມດໍາເນີນການໄດ້. ພ້ອມດຽວກັນ ທ່ານກໍກ່າວເຖີງເລື່ອງການແກ້ໃຂ ບັນຫານັ້ນວ່າ:

(ສຽງ) "ຍົກຕົວຢ່າງ ທໍາລາຍຕົ້ນໄມ້ຊິນະ ເຮົາກໍໄປເບີ່ງຕົວຈີງວ່າມັນມີຜົນເສັຽຫາຍ ແທ້ບໍ່ຫລືວ່າມັນມີຜົນປະໂຫຍດ ທີ່ເຮົາເອົາອອກໄປແລະເຮົາກໍເບີ່ງຕາມ ໂຄງການທີ່ລົງໄປຫັ້ນລະ."

ແລະວ່າຫລັງຈາກທໍາການກວດກາ ພື້ນທີ່ແລ້ວຈະມີການກວດສອບຂໍ້ມູນວ່າ ຄວາມຈີງມີແນວໃດ. ຫາກມີການທໍາລາຍຕົ້ນໄມ້ ໂດຍອ້າງເຖີງຜົນປະໂຫຍດສ່ວນຮວມ ມາບັງໜ້ານັ້ນ ທາງເຈົ້າໜ້າທີ່ກໍຈະດໍາເນີນການ ກັບເຈົ້າຂອງໂຄງການນັ້ນ ຕາມກົດໝາຍບ້ານເມືອງລາວ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org