ບຸນນະມັສການ ມໍຣະດົກໂລກ-ວັດພູ ທີ່ແຂວງຈໍາປາສັກ ດໍາເນີນໄປຢ່າງຄຶກຄື້ນ ຍ້ອນມີພຸທສາສະນິກກະຊົນ ທັງ ພາຍໃນແລະຕ່າງປະເທດ ກໍເຂົ້າຮ່ວມ ຢ່າງມາກໜ້າ ຫລາຍຕາ

ໃນຣະຫວ່າງວັນທີ 19ຫາ21 ເດືອນກຸມພານີ້ ເປັນງານບຸນສະເຫລີມສະຫລອງ ປະສາດຫີນວັດພູປະຈໍາປີ ຂອງແຂວງຈໍາປາສັກ ຊຶ່ງທາງອົງການ UNESCO ໄດ້ຮັບຮອງເອົາໃນປີ 2001 ໃຫ້ເປັນມໍຣະດົກໂລກທາງວັດທະນະທໍາ ທີ່ມີຄຸນຄ່າແລະຄວນປົກປັກຮັກສາໄວ້. ທ່ານ ຂັນຄໍາ ແກ່ນບຸດຕາ ຜູ້ອໍານວຍການຫ້ອງການຄຸ້ມຄອງ ມໍຣະດົກໂລກ-ວັດພູຈໍາປາສັກ ກ່າວເຖີງບັນຍາກາດງານບຸນ ທີ່ກໍາລັງດໍາເນີນໄປຢ່າງຄຶກຄື້ນ ແລະມີຜູ້ມີຈິດສັດທາ ເຂົ້າມາຮ່ວມຢ່າງມາກໜ້າຫລາຍຕາ ວ່າ:

(ສຽງ) "ການສະເຫລີມສະຫລອງວັດພູຈໍາປາສັກ ບັນຍາກາດໃນປີນີ້ກໍຄຶກຄື້ນ ໄປບໍໜ້ອຍໃນປີທີ່ຜ່ານມາ ກໍຄືມີກິຈກໍາທາງສາສນາ ການເຄົາຣົບກາບໃຫວ້ບູຊາໃນວັດພູນັ້ນຫລະ ຊຶ່ງເປັນບ່ອນສັກສິດທີ່ຊາວລາວ ກໍຄືຊາວຈໍາປາສັກໃຫ້ເຄົາຣົບ."

ນອກຈາກການຈັດພິທີທາງສາສນາແລ້ວ ໃນງານຍັງມີການສະແດງນາຕສີນແລະດົນຕຣີ ທັງຂອງຊາວລາວແລະປະເທດເພື່ອນມິດ ດ້ວຍ. ນອກນັ້ນກໍມີການຈັດການແຂ່ງຂັນ ກິລາພື້ນບ້ານຂອງລາວຫລາຍປະເພດ ແລະການວາງສະແດງສີນຄ້າຫັຖກໍາ ໃນທ້ອງຖີ່ນຕ່າງໆ ເພື່ອປະກອບສ່ວນດຶງດູດບັນດາ ນັກທ່ອງທ່ຽວຕ່າງປະເທດ ທີ່ມາທ່ຽວງານ ຈໍານວນຫລວງຫລາຍນັ້ນ.

ຂະນະດຽວກັນ ທ່ານຂັນຄໍາ ຍັງກ່າວເຖີງວັນບູນວັນທີ21ກຸມພາ ຊຶ່ງເປັນວັນເພັນຂຶ້ນ 15ຄໍ່າເດືອນສາມນັ້ນ ຖືເປັນວັນທີ່ສໍາຄັນຫລາຍໃນງານບຸນວັດພູ ວ່າ:

(ສຽງ) "ເພາະວ່າວັນທີ21ເປັນມື້ສໍາຄັນສຸດເລີຍເພາະວ່າ ເປັນມື້ເພັນ ທີ່ແຂກຄົນຜູ້ສະແຫວງບູນທັງຫລາຍ ມາເຕົ້າໂຮມເພື່ອມາຕັກບາດ ຈະມີພະສົງຫລາຍຮ້ອຍຮູບ ຈາກທົ່ວປະເທດມາບີນບາດຢູ່ບ່ອນນັ້ນ ແລະຕອນຄໍ່າຈະມີການວຽນ ທຽນສືບທອດປະເພນີທີ່ມີມາແຕ່ໂບຮານນະການ."

ປະສາດຫີນວັດພູ ສັນນິຖາກັນວ່າ ສ້າງຂຶ້ນໂດຍຊາວຂອມໂບຮານ ໃນຊ່ວງທ້າຍຄຣິສທົດສະວັດ ທີ5 ໂດຍທໍາອິດເປັນເທວະສະຖານ ໃນສາສນາອິນດູ ແຕ່ຕໍ່ມາກໍມີການປະສົມປະສານເຂົ້າກັບຄວາມເຊື່ອ ສາສນາພຸດ-ນິກາຍມະຫາຍານ.

ແລະໃນປີ2007ຜ່ານມານີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ວັດພູຈັາປາສັກປະມານ 5ໝື່ນກວ່າຄົນແລະກໍມີແນວໂນ້ມວ່າ ຈະມີຫລາຍກວ່ານັ້ນອີກໃນອະນາຄົດ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org