ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ
-
2008-02-26 -
-
-
ແຂວງເຊກອງ ຖືເປັນແຂວງນຶ່ງ ທີ່ມີທ່າແຮງໃນການລົງທຶນ ສ້າງເຂື່ອນໄຟຟ້າ ພະລັງງານນໍ້າ ແລະ ເມື່ອມໍ່ໆມານີ້, ທາງການລາວ ໄດ້ອະນຸຍາດ ໃຫ້ບໍຣິສັດ ເອກຊົນ ຈາກວຽດນາມ ເຣີ້ມກໍ່ສ້າງ ເຂື່ອນເຊກອງ 3 ໃນແຂວງເຊກອງ, ຊຶ່ງການສຶກສາ ໃນລະຍະຜ່ານມາ ພົບວ່າ ຈະຄຸ້ມຄ່າ ໃນການລົງທຶນ, ອີງຕາມຄໍາເວົ້າ ຂອງທ່ານ ໜູພອນ ເຂັມມາລັຍ, ຫົວໜ້າ ຜແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໃນມື້ວັນຈັນນີ້.
(ສຽງ) "ຫວ່າງເດືອນແລ້ວນີ້, ກໍໄດ້ມີການເຊັ່ນ ເຂື່ອນເຊກອງ 3, ຊຶ່ງມີຄວາມແຮງຕິດຕັ້ງ ຢູ່ທີ່ 250 ເມກາວັດ, ຊຶ່ງແມ່ນບໍຣິສັດ ຂອງວຽດນາມ ເປັນຜູ້ລົງທຶນ. ສຶກສາແລ້ວ, ມີແຕ່ວ່າ ໃຫ້ຂະເຈົ້າ ດໍາເນີນ ການກໍ່ສ້າງ."
ທ່ານ ຊີ້ແຈງເພີ້ມຕື່ມວ່າ: ໂຄງການເຂື່ອນເຊກອງ 3 ນີ້ ຕັ້ງຢູ່ໃນເຂດເມືອງລະໝ່ານ, ໂດຍທາງການ ໄດ້ອະນຸຍາດ ໃຫ້ເອກຊົນ ວຽດນາມ, ຊຶ່ງເປັນເຈົ້າຂອງໂຄງການ ສາມາດ ສຸມໃສ່ ງົປມານ ເພື່ອເຣີ້ມການກໍ່ສ້າງໄດ້ ນັບຕັ້ງແຕ່ ປີ 2008 ນີ້, ແລະ ຈະໃຫ້ສໍາເຣັດ ພາຍໃນປີ 2013. ເຂື່ອນເຊກອງ 3 ດັ່ງກ່າວ ຈະໃຊ້ເງິນລົງທຶນ ບໍ່ຕໍ່ກ່ວາ 250 ລ້ານດອນລາສະຫະຣັດ, ສາມາດຜລິດກະແສ ໄຟຟ້າ ເພື່ອສົ່ງອອກ ໄປຂາຍຍັງປະເທດເພື່ອນບ້ານ.
ທາງການລາວ ຈະຖືຫຸ້ນ ໃນໂຄງການດັ່ງກ່າວ 25 ສ່ວນຮ້ອຍ, ພາຍໃຕ້ ການຍົກບໍຣິມະສິດ ໃຫ້ບໍຣິສັດວຽດນາມ ຄຸ້ມຄອງ ແລະ ບໍຣິຫານ ເຂື່ອນ ເປັນເວລາ 30 ປີ. ທ່ານ ໜູພອນ ກ່າວວ່າ ເຂື່ອນດັ່ງກ່າວ ແທບຈະບໍ່ໄດ້ສ້າງຜົນກະທົບ ຕິດຕາມມາ ແຕ່ຢ່າງໃດ.
(ສຽງ) "ບໍ່ໄດ້ໂຍກຍ້າຍ ຊາວບ້ານ, ບໍ່ໄດ້ຂຸດຄົ້ນໄມ້ ໂຕນີ້, ແຕ່ວ່າ ຕັນນໍ້າຂຶ້ນ, ແລ້ວກໍນໍ້າມາແຮງ, ມັນກໍລົ້ມໄປເລື້ອຍ, ບໍ່ໄດ້ຖ້ວມບ່ອນໃດ. ເພາະວ່າ ອ່າງນໍ້າເຊກອງ ຢູ່ນັ້ນ ມັນເປັນອ່າງນໍ້າເລິກ ຢູ່ແລ້ວ, ຈັດການນໍ້າໄດ້ດີ, ໜຶ່ງມັນ ຈະປະກອບສ່ວນ ເຂົ້າກັບ ການພັທນາ ທ້ອງຖິ່ນ.”
ນອກຈາກນັ້ນແລ້ວ, ແຂວງເຊກອງ ຍັງມີໂຄງການສ້າງເຂື່ອນ ເຊກະໝານ 3 ຂນາດ 475 ເມກາວັດ ຂອງວຽດນາມ, ຕລອດຮອດ ເຂື່ອນເຊກອງ 4 ແລະ 5 ຂອງຣັດເຊັຍ, ຊຶ່ງມີຂນາດຮວມກັນ 460 ເມກາວັດ ທີ່ກໍາລັງມີຄວາມຄືບໜ້າ ໃນການກໍ່ສ້າງ.
ເມື່ອມໍ່ໆມານີ້, ທາງການລາວ ຫາກໍ ອະນຸຍາດ ໃຫ້ວຽດນາມ ເຂົ້າໄປສຶກສາ ຄວາມເປັນໄປໄດ້ ໃນການສ້າງເຂື່ອນ ຂນາດ 150 ເມກາວັດ ຕື່ມອີກແຫ່ງນຶ່ງ ໃນແຂວງເຊກອງ.
ຈະເຣີນສຸກ ຣາຍງານ
ອ່ານຂ່່າວເພີ້ມເຕີມ
- ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ
- ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ
- ສາຍການບິນ ລາວແອລາຍສັ່ງຈອງຍົນ ATR ອີກນຶ່ງລຳ ຈາກບໍຣິສັດ ATR
- ກາຣທີ່ໄທຽຈະອອກພັນທະບັຕຫລື”ບອນດ໌”ໃຫ້ແກ່ ສປປລາວ ສຳຫລັບໂຄງກາຣ ກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 2 ຍັງບໍ່ມີຄວາມຄືບໜ້າ ເທື່ອໃນປັຈຈຸບັນ.
- ສານພິດ ທໍາລາຍໃບໄມ້ ທີ່ເປັນອັນຕະລາຍ ຍັງມີຫລົງເຫລືອ ແລະ ປະປົນ ຢູ່ໃນສະພາບແວດລ້ອມ ໃນແຂວງສວັນນະເຂດຢູ່
- ນັກ ທຸຣະກິດໄທ ທີ່ສົ່ງສິນຄ້າ ໄປລາວ ມີຄວາມເປັນຫ່ວງ ໃນຂະນະທີ່ ສິນຄ້າຈີນ ກໍາລັງຕີຕລາດ ໃນສປປລາວ
- ການສົ່ງ ຊາວເຜົ່າມົ້ງ ບ້ານຫ້ວຍ ນໍ້າຂາວ ກັບຄືນ ສປປລາວ ຍັງຈະຖືກນໍາຂຶ້ນ ປຶກສາຫາລື ທີ່ກອງປະຊຸມ ໃນເດືອນມີນາ ຈະມາເຖິງນີ້
- ຂະແໜງ ກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ແນະນຳໃຫ້ປະຊາຊົນ ສືບຕໍ່ປູກພືດກະສິກັມ
- ກຸ່ມບໍຣິສັດ ພະລັງງານໄຟຟ້າ ເອກະຊົນ EGCO ໃນປະເທດໄທ ກຳລັງພະຍາຍາມ ລົງທຶນໃສ່ໂຮງງານຜລິດ ໄຟຟ້າ 3 ແຫ່ງ ໃນ ສປປ ລາວ ແລະ ວຽດນາມ