ນັກລົງທຶນຕ່າງປະເທດ ຊຸກຍູ້ສົ່ງເສີມ ເພື່ອໃຫ້ທາງກາຣ ກ່ຽວຂ້ອງ ເຣັ່ງສ້າງສນາມບິນ ສວັນນະເຂຕ ໃຫ້ແລ້ວໄວໆ ເພື່ອຮອງຮັບຄວາມເຕີບໂຕ ທາງດ້ານເສຖກິຈ

ເຈົ້າໜ້າທີ່ພາຄສ່ວນ ຂອງແຜນກາຣຄ້າ ແລະກາຣລົງທຶນ ປະຈຳ ແຂວງສວັນນະເຂຕ ວ່າ: ທາງກາຣລາວ ສົ່ງເສີມໃຫ້ພາຄສ່ວນ ເອກຊົນເຂົ້າມາລົງທຶນ ໃນເຂຕເສຖກິຈສວັນ -ເຊໂນໃຫ້ຫລາຍຂື້ນ ຈື່ງໄດ້ເຣັ່ງໃຫ້ພາຄສ່ວນ ກ່ຽວຂ້ອງພັທນາ ສາທາຣະນຸປະໂພຄ ພື້ນຖານໃຫ້ດີກວ່າເກົ່າ ດັ່ງທີ່ທ່ານໄດ້ແຈ້ງວ່າ:

(ສຽງ) “ເຮົາຕ້ອງສ້າງພື້ນຖານ ໂຄງຮ່າງຮອງຮັບໃຫ້ ເຂົາກ່ອນ ເຮົາກໍໄດ້ຮັບເກົາຫລີ(ໃຕ້) ແລະໄຕ໊ຫວັນ ເຂົາເຈົ້າເຂົ້າມາເບີ່ງ ແລ້ວເຂົາກໍຮຽກຮ້ອງ ໃຫ້ຣັຖບາລ ເຣັ່ງສ້າງສນາມບີນໄວໆ ເພາະບັນຫາ ເຣື່ອງກາຣເດີນທາງ ແລ້ວທາງຣັຖບາລ ກໍຮັບປາກວ່າ ໃນປີນີ້ເດືອນຕຸລາ ຈະໄດ້ເປີດນຳໃຊ້ ສນາມບີນ ສວັນນະເຂຕ.”

ສຳຫລັບດ້ານໃຫ້ບໍຣິກາຣ ທາງເຮືອບີນ ຈາກນະຄອນຫລວງວຽງຈັນ ມາຍັງແຂວງ ສວັນນເຂຕ ໃນປັຈຈຸບັນນີ້ນັ້ນ ຍັງບໍ່ທັນມີເທື່ອ ຍ້ອນປະຊາຊົນ ພາກັນນິຍົມໃຊ້ທາງຣົຖ ຫລາຍກວ່າ ເຖີງແມ່ນວ່າຈະຕ້ອງໃຊ້ ເວລາເຖີງ 6-8 ຊົ່ວໂມງກໍຕາມ ແຕ່ສຳຫລັບບັນ ດານັກທຸຣະກິຈ ໂດຽສະເພາະຊາວຕ່າງປະເທດ ນັ້ນກໍບໍ່ຢາກໃຊ້ທາງຣົຖ ເພາະເປັນກາຣ ເສັຽເວລາ.

ເຖີງຢ່າງໃດກໍຕາມ ເພື່ອສົ່ງເສີມໂຄງກາຣ ພັທນາເຂຕເສຖກິຈສວັນ-ເຊໂນ ດັ່ງກ່າວ ນີ້ ທາງຣັຖບາລ ຍີ່ປຸ່ນທີ່ເປັນປະເທດຜູ້ບໍຣິຈາກ ຣາຍໃຫຍ່ກວ່າໝູ່ນັ້ນ ກໍໄດ້ຕົກລົງໃຫ້ ຄວາມຊ່ວຍເຫລືອ ແກ່ທາງກາຣ ສປປລາວ ຕື່ມອີກເພື່ອປັບປຸງ ສນາມບິນດັ່ງກ່າວທີ່ມີ ສັກຍະພາ ບພໍຈັດໃຫ້ເປັນສນາມບິນ ນາໆຊາຕອີກແຫ່ງໜື່ງ ເພື່ອໃຫ້ສອດຄ່ອງກັບແຜນ ກາຣພັທນາ ໃຫ້ປະເທດລາວ ກາຍເປັນສູນກາງ ກາຣເຊື່ອມໂຍງ ຄົມມະນາຄົມທາງບົກ ແລະຮອງຮັບກາຣ ຂຍາຍຕົວທາງເສຖກິຈຕໍ່ໆໄປ.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org