ການປູກຢາງພາລາ ໃນແຂວງ ອຸດົມໃຊ້ ຖືກຢຸດຊງັກໃນເວລານີ້ ເປັນຍອ້ນ ການຈັດສັນທີ່ດີນຍັງບໍ່ທັນຊັດເຈນ ສຳລັບນັກລັງທືນຕ່າງຊາດ
-
2008-02-28 -
-
-
ການປູກຢາງພາລາ ໃນແຂວງ ອຸດົມໃຊ້ ຖືກຢຸດຊງັກໃນເວລານີ້ ເປັນຍອ້ນ ການຈັດສັນທີ່ດີນ ຍັງບໍ່ທັນຊັດເຈນ ສຳລັບນັກລັງທືນຕ່າງຊາດ. ທ່ານ ຫຸ່ມແພງ ສຸທິວົງ ຫົວຫນ້າພແນກ ການລົງທືນ ປະຈຳແຂວງຫລວງນ້ຳທາງ ເວົ້!ວ່າ ການປູກຢາງພາລາ ໄດ້ຖືກຢຸດສງັກ ເພາະມີບັນຫາກ່ຽວກັບ ການໃຫ້ບຸຣີມະສິດ ທີ່ດີນໃຫ້ແກ່ນັກລົງທືນ ຍັງບໍ່ທັນຈະແຈ້ງກັນເທືອ່ ແລະກໍ່ເຮັດໃຫ້ນັກລົງທືນ ໃນທຸຣະກິດດັ່ງກ່າວ ບໍ່ສາມາດຂຍາຍພື້ນທີ່ໄດ້ ດັ່ງທ່ານກ່າວໃນຕອນນື່ງວ່າ:
(ສຽງ) "ກ່ຽວກັບຢາງພາລານີ້ ກໍ່ມີຄວາມຍຸ້ງຍາກລຫາຍ ເນືອ່ງຈາກວ່າ ພວກເຂົາ ໄດ້ມີການພິຈາຣະນາ ແລະອະນຸມັດ ໃຫ້ຜູ້ລົງທືນ ໂດຍທີ່ບໍ່ໄດ້ມີການສຳຣວດ ລາຍລະອຽດ ຂອງພືນທ ີ່ແລະມາເບີ່ງແຍງຢາງພາລານີ້ ມັນກວມຢູ່ໃນເຂດ ປ່າສງວນ ປ່າຫວງຫ້າມ ສະນັ້ນ ພວກເຮົ ຈື່ງໄດ້ດຳເນີນໄປຊ້າແດ່ຫນ້ອຍນື່ງ."
ທ່ານກ່າວເພີ້ມອີກວ່າ ພາຍຫລັງ ທີ່ທາງການໄດ້ອະນຸມັດໃຫ້ນັກທຸຣະກິດຈີນ 6 ລາຍແລະເອກຊົນລາວ 2 ລາຍມາລົງທືນປູກຢາງພາລາໃນພື້ນທີ່ປະມານ 34 ພັນເຮັກຕາ ໃນເວລານີ້ ການປູກຢາງພາລາ ໃນແຂວງຄືບຫນ້າພຽງແຕ່ 2 ພັນກວ່າເຮັ້ກຕາເທົ່ານັ້ນ ບໍ່ສາມາດຂຍາຍຕໍ່ໄດ້ເພາະພື້ນທີ່ບຸຣີມະສີດ ກວມໄປເຖີງປ່າສງວນ ທີ່ທາງການລາວໄດ້ ອະນຸລັກໃວ້ ນອກຈາກນັ້ນ ພື້ນທີ່ບາງແຫ່ງກໍ່ເປັນພື້ນທີ່ໆທັບຊ້ອນ ທີ່ທາງການແຂວງສະສົມໃວ້ ສຳລັບການກະສິກຳປູກພືດຣະຍະສັ້ນ ທາງການແຂວງຕ້ອງການອະນຸລັກໃວ້ ສຳລັບການປູກຝັງ ແກ່ປະຊາຊົນຜູ້ທີ່ຢາກສ້າງລາຍໄດ້ຈາກການປູກພືດຊນີດນີ້. ທ່ານກ່າວເຖີງບັນຫາອື່ນໆອີກວ່າ
(ສຽງ) "ແລະບາງດ້ານຜູ້ລົງທືນກໍ່ບໍ່ສາມ ດະຕິບັດຕາມເງືອ່ນໃຂສັນຍາ ເຮົາໄດ້ເຊັ່ນການປູກແລ້ວ ຂະເຈົາຕ້ອງສນອງແນວພັນ ຣະຍະສັ້ນ ເພືອ່ຮັບປະກັນເຮືອງອາຫານ ໃຫ້ແກ່ຊາວບ້ານ ແຕ່ເຂົາກໍ່ສນອງບໍ່ໄດ້ໃນບາງຈດຸ-."
ທ່ານວ່າ ເຫດຜົລທັງຫມົດນີ້ ກໍ່ແມ່ນ ຂາດການສຳຣວດລາຍລະອຽດໃນເບື້ອງຕົ້ນ ການປູກຢາງພາຣາ ຖືວ່າເປັນອາຊີບທີ່ຊາວລາວບໍ່ເຄີຍເຮັ້ດມາກ່ອນ ແລະກໍ່ເປັນການສ້າງລາຍໄດ້ໃນຣະຍະຍາວ ຈື່ງເຮັດໃຫ້ຊາວກະສີກອນລາວ ບໍ່ໃຫ້ຄວາມສົນໃຈຫລາຍພໍປານໃດ.
ສິດນີ້ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ມີການພົບເຫັນ ການຣະບາດ ຂອງເຊື້ອໂຣຄໃຂ້ຫວັດນົກ ທີ່ແຂວງຫລວງນ້ຳທາ ອີກໃຫມ່ ເປັນແຫ່ງທີ 3 ໃນມື້ນີ້, ຄັ້ງນີ້ ແມ່ນເກີດຂື້ນ ທີ່ບໍຣີເວນ ອອ້ມແອ້ມເຂດ ເທສບານຂອງ ແຂວງດັ່ງກ່າວ
- ນະຄອນຫລວງວຽງຈັນ ກຳລັງເຜຊີນ ກັບບັນຫາກາຣຂາດແຄນ ຊີ້ນໝູ ແລະຍີ່ງເຮັດໃຫ້ ຣາຄາຊີ້ນໝູ ຖີບຕົວສູງຂື້ນ
- ບໍຣິສັທອົສເຕຣເລັຽຈະລົງມືຂຸດຄົ້ນບໍ່ແຮ່ທາຕແຫ່ງທີ່ 3 ຢູ່ລາວໃນໄວໆນີ້
- ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C
- Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ
- ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ
- ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ
- ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ
- ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ