ເສັ້ນທາງ R3 ອາດເປັນເສັ້ນທາງ ທີ່ມີການແຜ່ຣະບາດ HIV/AIDS
-
2008-04-01 -
-
-
ຄວາມຈະເຣີນ ຕ່າງໆ ຈາກຖນົນ R3 ໃນແຂວງຫລວງນ້ຳທາ ອາດເຮັດໃຫ້ ການແຜ່ລາມ ຂອງເຊື້ອໂຣກ HIV/AIDS ໃນແຂວງດັ່ງກ່າວ ເພີ້ມຂື້ນ ຖ້າຫາກວ່າ ບໍ່ມີມາຕະການປ້ອງກັນ ລ່ວງໜ້າ.
ທ່ານ ດຣ. ແສງວົງ ບຸດດາວົງ, ຫົວໜ້າ ຂະແໜງການຣະບາດວີທະຍາ ປະຈຳຜະແນກ ສາທາຣະນະສຸກ ແຂວງຫລວງນ້ຳທາ ໄດ້ເປີດເຜີຽວ່າ:
“ເຣື້ອງຄວາມຮູ້ ທີ່ພວກເຮົາໃຫ້ແກ່ຊາວບ້ານ ຫລື ສາວບໍຣິການ ຢູ່ຕາມເສັ້ນທາງ R3 ກໍຖືວ່າ ໃຫ້ຫລາຍ ແຕ່ກໍຫລີກລຽງ ບໍ່ໄດ້ບັນຫານີ້ ເພາະວ່າ ປັດຈຸບັນ ເຮົາກໍປາກົດວ່າ ສາມາດຄົ້ນພົບ ຜູ້ຕິດເຊື້ອເອສ ຄ່ອຍເພີ້ມໆຂື້ນ ຢູ່ດຽວນີ້”
ຖນົນ R3 ເປັນຖນົນ ເຊື່ອມຕໍ່ ເສຖະກິດເໜືອໃຕ້ ລະຫ່ວາງແຂວງຢຸນນ່ານ ຂອງຈີນ ຜ່ານປະເທດລາວ ຕໍ່ໄປຍັງພາກເໜືອ ຂອງປະເທດໄທ ຖືກເປີດໃຊ້ຢ່າງເປັນ ທາງການ ເມື່ອວັນຈັນຜ່ານມານີ້ ໂດຍນາຍົກຣັຖມົນຕຣີ ຂອງລາວ, ຈີນ ແລະ ນາຍົກ ຣັຖມົນຕຣີ ຂອງໄທ ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນຳບັນດາ ປະເທດອານຸພູມີພາກແມ່ນ້ຳຂອງ ທີ່ນະຄອນຫລວງວຽງຈັນ.
ດຣ. ແສງວົງ ວ່າ ເຖິງແມ່ນວ່າ ໂຕເລກຜູ້ຕິດເຊື້ອໂຣກ HIV/AIDS ໃນແຂວງຫລວງນ້ຳທາ ພຽງແຕ່ 16 ຄົນເທົ່ານັ້ນ ກໍຕາມ ແຕ່ກໍມີລາຍງານວ່າ ທາງໂຮງພະຍາບານ ໃນທ້ອງຖິ່ນ ໄດ້ກວດເຫັນວ່າ ມີຜູ້ຕິດເຊື້ອໂຣກ HIV/AIDS ເພີ້ມຂື້ນ ຊຶ່ງສວ່ນຫລາຍແລ້ວ ເຄີຽເປັນແຮງງານເຄື່ອນຍ້າຍ ມາກ່ອນ. ດັ່ງນັ້ນສາທາຣະນະສຸກແຂວງຫລວງ ນ້ຳທາ ຈຶ່ງໄດ້ຫາວິທີປ້ອງກັນໄວ້ ກ່ອນການທ່ອງທ່ຽວຕາມເສັ້ນທາງ ຈະຂະຫຍາຍ ຕົວຂື້ນ ໂດຍຮ່ວມມືກັບເມືອງຫລ້າຂອງຈີນ:
“ສຳລັບຝ່າຍຈີນ ກໍໃຫ້ການຮ່ວມມືເປັນຢ່າງດີ, ຕອບສນອງ ທາງດ້ານອຸປກອນ ດ້ານວິຊາການ ໂດຍສະເພາະ ພວກເຮົາຈະເນັ້ນໃສ່ ຈຸດຜ່ານແດນ ເປັນບ່ອນສະໜອງ ຂໍ້ມູນຂ່າວສານ ໃຫ້ແກ່ຄົນທີ່ຂ້າມໄປມາ ລະຫ່ວາງສອງປະເທດ”
ໃນປັດຈຸບັນນີ້ ເມືອງນ້ຳທາ ເມືອງສິງ ແລະເ ຂດເສຖະກິດ ພິເສດ ບໍ່ເຕັນ ບໍ່ຫານ ຖືວ່າ ເປັນເຂດບຸຣິມະສິດ ໃນການຄວບຄຸມເຊື້ອໂຣກ HIV/AIDS ເພາະວ່າ ເປັນເຂດ ທີ່ນັບມື້ຈະມີນັກທ່ອງທ່ຽວ ເພີ້ມຂື້ນ ແລະ ມີສະຖານທີ່ ບໍຣິການ ທາງດ້າບັນເທິງຕ່າງໆ ຈຳນວນຫລາຍແຫ່ງແລ້ວ.
ສເນີ ໂດຍ ສົມເນ