ຄົນງານຊາວລາວ ທີ່ກັບຈາກກາຣລັກລອບ ໄປຫາເຮັດວຽກ ຢູ່ໄທຽຖືກຕຳຣວຈ ມຸກດາຫາຣຈັບໄດ້ 25 ຄົນ ກ່ອນພາກັນກັບບ້ານ
-
2008-03-06 -
-
-
ຣາຍງານຈາກທ້ອງຖີ່ນແຈ້ງວ່າ: ໃນມື້ວັນອັງຄານທີ່ 4 ມີນານີ້ທາງເຈົ້າໜ້າທີ່ ເມືອງມຸກດາຫາຣຈັບຄົນງານຊາວລາວໄດ້ທັງໝົດ 25 ຄົນໃນຖານບໍ່ມີເອກສາຣເດີນ ທາງຖືກຕ້ອງຕາມກົດໝາຍເປັນຊາຍ 16 ຄົນແລະຜູ້ຍີງ 6 ຄົນຊື່ງທັງໝົດມີອາຍຸ ຣະຫວ່າງ 18-40 ປີ ແລະເດັກນ້ອຍອີກ 3 ຄົນທີ່ກຳລັງຣໍຖ້າເຮືອຢູ່ແຄມນ້ຳຂອງ ເພື່ອຄືນມາຍັງຝັ່ງລາວ.
ພາຍຫລັງທີ່ຖືກທາງເຈົ້າໜ້າທີ່ ນຳໄປສືບສວນເຂົາເຈົ້າທັງໝົດ ກໍແຈ້ງວ່າເປັນຣາສ ດອນເມືອງໄກສອນພົມວິຫາຣ ແຂວງສວັນນະເຂຕ ແລະພາກັນສາຣະພາບວ່າໄດ້ພາ ກັນລັກລອບ ໄປຫາເຮັດວຽກງານ ເປັນຄົນໃຊ້ຢ່ຕາມບ້ານເຮືອນ ຫລືວຽກງານກາຣກໍ່ສ້າງຢູ່ໃນເຂຕບາງກອກ ໄດ້ຫລາຍເດືອນຜ່ານມາ ແລະ ເວລາທ້ອນເງີນຄຳໄດ້ແດ່ ແລ້ວຈື່ງພາກັນເດີນທາງກັບ ເພື່ອຢ້ຽມຢາມພໍ່ແມ່ ແລະຄອບຄົວທາງບ້ານ ໂດຽໄດ້ເສັຽ ຄ່າເດີນທາງຜູ້ລະ 2,400 ບາທ ແຕ່ຫາກໂຊຄບໍ່ອຳນວຍ ຈື່ງຖືກຈັບດັ່ງກ່າວນີ້ ແລະ ປັຈຈຸບັນ ທາງເຈົ້າໜ້າທີ່ກ່ຽວຂ້ອງ ກໍກຳລັງປະກອບ ສຳເນົາເພື່ອຍື່ນຕໍ່ ທາງກາຣສາລດຳ ເນີນຄະດີຕາມທາງກາຣ ໃນຖານລັກລອບ ເຂົ້າເມືອງຜິດກົດໝາຍ.
ເຖີງຢ່າງໃດກໍຕາມ ເຈົ້າໜ້າທີ່ໜ່ວຍງານ ສົ່ງເຄາະໄທຽ ທ່ານໜື່ງໄດ້ແຈ້ງວ່າ: ກາຣ ລັກລອບ ໄປຫາເຮັດວຽກງານຕ່າງໆ ໃນເມືອງໄທຽນັ້ນ ບໍ່ແມ່ນວ່າທຸກຄົນ ຈະປະສົບຜົລ ສຳເຣັຈເ ພາະເຫັນມາແລ້ວ ຫລາຍໆກໍຣະນີທີ່ຜູ້ເປັນນາຍຈ້າງ ເອົາລັດເອົາປຽບເຖີງບາງ ຄົນຖືກທຳຮ້າຍຮ່າງກາຍ ຫລືບໍ່ກໍຖືກລໍ້ລວງ ໄປໃນທາງທີ່ບໍ່ຖືກຕ້ອງ ເຖີງຂັ້ນທີ່ວ່າຮອດບໍ່ມີເງີນ ຈະກັບບ້ານກໍມີ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ກົມພລະສືກສາຂອງລາວ ກຳລັງດຳເນີນໂຄງການສົ່ງເສີມກິລາ ເພືອ່ຕ້ານຢາເສບ ຕິດຕາມ ສຖາບັນ ແລະໂຮງຮຽນ ຕ່າງໆໃນລາວ
- ຕລາດສົດ ທີ່ແຂວງສັວນນະເຂດ ມີຄວາມສົກກະປົກ ເປື້ອນເປີະ ເປັນພິເສດ ຕຣອດຮອດ ມີມົນລະພິດປະປົນ ເພາະຂາດ ການວາງແຜນ ໃນການກໍສ້າງ ທີ່ຣັຖຄວບ ຄຸມມາແຕ່ຕົ້ນ
- ສະພາບແວດລ້ອມປ່າໄມ້ ໃນແຂວງຊຽງຂວາງຍັງຄົງຄວາມສວຍງາມຢູ່ ແຕ່ຫາກຍັງມີຜູ້ລັກລອບຕັດໄມ້ ທໍາລາຍປ່າຢູ່ຕໍ່ໄປ
- ປາກົດການ-ຄົນຂໍທານແລະເດັກນ້ອຍ ເລ້ລ້ອນຈອນຈັດ ເລີ່ມມີໃຫ້ເຫັນໃນໃຈກາງນະຄອນຫລວງວຽງຈັນ ອີກແລ້ວ ຫລັງຈາກ ທີ່ຖືກກວດລ້າງໃຫ້ໝົດໄປ ເມື່ອປີສອງປີກ່ອນ
- ຕໍາຣວດໄທ ຕັ້ງດ່ານລັດຈັບແຮງງານຊາວລາວ ທີ່ລັກລອບເຂົ້າເມືອງ ຢູ່ທີ່ດ່ານຊາຍແດນຂອງໄທ
- ເຈົ້າໜ້າທີ່ຂັ້ນສູງ ຂອງອົງການ ໄອຍະການ ປະຊາຊົນ ສູງສຸດແຫ່ງ ສປປລາວ ແລະໄອຍະການ ປະຊາຊົນສູງສຸດ ຂອງວຽດນາມ ໄດ້ພົປະກັນ ຢູ່ທີ່ນະຄອນຫລວງວຽງຈັນ
- ຊາວລາວ ເຜົ້າມົ້ງ ຈຳນວນ 11 ຄົນ ທີ່ລາວຮັບມອບ ຈາກທາງການໄທ ເພື່ອກັບຄືນປະເທດນັ້ນ ຈະຕ້ອງໄດ້ເຂົ້າໃຈ ຂັ້ນຕອນ ແລະ ລະບຽບການ ໃນການຮັບຕ້ອນ
- ນະຄອນຫລວງວຽງຈັນ ຈັດພິທີ ບູຊາ ເພື່ອບູຣະນະ ປະຕິສັງຂອນ ວັດສີສະເກດ ຢ່າງເປັນທາງການ
- ທາງກາຣກ່ຽວຂ້ອງ ຈາກ 4 ຊາຕ ເຂຕລຸ່ມແມ່ນ້ຳຂອງ ຕອນເທີງ ຕຣຽມລົງນາມ ໃນຂໍ້ສັນຍາ ຄວາມຮ່ວມມື ທີ່ມີກຳໜົດຈັດຂື້ນ ໃນມື້ວັນອັງຄາຣ ນີ້
- ນັກລົງທຶນຕ່າງປະເທດ ຊຸກຍູ້ສົ່ງເສີມ ເພື່ອໃຫ້ທາງກາຣ ກ່ຽວຂ້ອງ ເຣັ່ງສ້າງສນາມບິນ ສວັນນະເຂຕ ໃຫ້ແລ້ວໄວໆ ເພື່ອຮອງຮັບຄວາມເຕີບໂຕ ທາງດ້ານເສຖກິຈ