ການກໍ່ສ້າງເຂື່ອນ ຜລິດກະແສໄຟຟ້າ ໂຄງການນ້ຳງື່ມ-5 ອາດຈະສົ່ງຜົນ ກະທົບ ຕໍ່ແມ່ນ້ຳງື່ມ ທັງສາຍ

ນີ້ແມ່ນ ພາບຖ່າຍ ຂອງຊາວ ບ້ານນາກາຍ ຜູ້ທີ່ ໄດ້ຮັບ ຜົລສະທ້ອນ ຈາກ ການສ້າງເຂື່ອນ ນ້ຳເທີນ ສອງ. Photo by AFP

ການກໍ່ສ້າງເຂື່ອນ ຜລິດກະແສໄຟຟ້າ ໂຄງການນ້ຳງື່ມ-5 ອາດຈະສົ່ງຜົນ ກະທົບ ຕໍ່ແມ່ນ້ຳງື່ມທັງສາຍ ນັບຕັ້ແຕ່ແຂວງຊຽງຂວາງ ລົງໄປເຖິງແຂວງ ວຽງຈັນ,

ຕາມຄຳເຫັນຂອງເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ທ່ານນຶ່ງ ໃນນະຄອນ ຫລວງວຽງຈັນ. ທ່ານຜູ້ນັ້ນໄດ້ອອກຄວາມຄິດຄວາມເຫັນ ເປັນການສ່ວນຕົວ ກ່ຽວກັບ ການສ້າງເຂື່ອນ ຜລິດກະແສໄຟຟ້າ ໃນແມ່ນ້ຳງື່ມ ໂດຍສະເພາະ ໂຄງການນ້ຳງື່ມ-5 ທີ່ຈະສ້າງຂື້ນ ໃນຕອນເໜືອ ຂອງແຂວງວຽງຈັນ ທີ່ຕິດຕໍ່ກັບ ແຂວງຊຽງຂວາງ ຊຶ່ງເປັນແຫ່ລງຕົ້ນນ້ຳສາຍນີ້. ທ່ານວ່າມັນກໍນ່າເປັນຫ່ວງ ເພາະຢ້ານວ່າ ມັນຈະສົ່ງຜົນກະທົບ ຕໍ່ແຫ່ລງຕົ້ນນ້ຳ ແລະສາຍແມ່ນ້ຳທັງໝົດ.

(ສຽງ) "ມັນກໍມີຜົນສະທ້ອນ ຕໍ່ແຂວງວຽງຈັນຄືກັນ ໂຕນ້ຳງື່ມຫ້າຫັ້ນນາ. ຜົນກະທົບທາງດ້ານ ສິ່ງແວດລ້ອມ ຄັນເຮົາຕັນເຂື່ອນ ເຣື້ອງນ້ຳ ທີ່ຈະມາປ້ອນນໍາງື່ມສາມ ນ້ຳງື່ມສອງ ກໍຈະເປັນອີກແນວນຶ່ງ, ແຕ່ຄັນເຮົາ ຕັນທາງເທິງ ກໍຈະເຮັດໃຫ້ນໍ້າ ບໍ່ປົກະຕິໃນຊ່ວງ 2-3 ປີ ເບື້ອງຕົ້ນນີ້ນະ, ຈາກຫລາຍໆໄປ 4-5 ປີແລ້ວ ນ້ຳປົກະຕິ, ແຕ່ສຳຄັນ ເຣຶ້ອງຕົ້ນນ້ຳ ຫັ້ນມັນ ຈະຕ້ອງຮັກສາຕົ້ນໄມ້ໄວ້ ບໍ່ໃຫ້ນ້ຳມັນແຫ້ງຫັ້ນເດ."

ທ່ານອະທິບາຍວ່າ ສາຍນ້ຳງື່ມ ຈະຖືກກັ້ນ ເພື່ອນຳເອົານ້ຳໄປປັ່ນຈັກ ຜລິດກະ ແສໄຟຟ້າ ທັງຫ້າເຂື່ອນ. ປຣິມານນ້ຳ ທີ່ເຫລືອຈາກເຄື່ອນນໍ້າງື່ມ-5 ຈະປ່ອຍລົງມາເຂື່ອນປາຍທາງອີກ 4 ເຂື່ອນ.

ໃນຍາມລະດູຝົນກໍຈະມີ ປະຣິມານນ້ຳພຽງພໍ ສຳລັບໄຊ້ປັ່ນເຄື່ອງຈັກໃນ 5 ເຂື່ອນ, ທີ່ນ່າເປັນຫ່ວງນັ້ນ ກໍຄືໃນຍາມລະດູແລ້ງ ເຊື່ອວ່າ ຈະບໍ່ມີປຣິມານນ້ຳພຽງພໍ ສຳລັບປ້ອນເຂື່ອນທັງ ຫ້າເຂື່ອນນີ້. ອີກປະການນຶ່ງ ລະບົບການປົກປັກຮັກສາ ສິ່ງແວດລ້ອມຕ້ອງດີ ອີ່ຫລີ ຖ້າບໍ່ດັ່ງນັ້ນ ກໍຈະເກີດບັນຫາ ນ້ຳຖ້ວມບ້ານ ປະຊາຊົນ ເໝືອນກັນກັບ ທີ່ເກີດ ໃຢູ່ໃນເມືອງຈີນ.

ຕາມຂໍ້ມູນ ຂອງທາງການລາວນັ້ນ ໂຄງການ ເຂື່ອນນ້ຳງື່ມຫ້າ ມີຄວາມສາມາດ ໃນການຕິດຕັ້ງ 120 ເມກາວັດ ມູນຄ່າ ໃນການກໍ່ສ້າງປະມານ 150 ລ້ານ usd, 70% ຂອງຄ່າກໍ່ສ້າງ ຈະເປັນເງິນກູ້ ໂດຍທະນາຄານຂອງຈີນ ຈະປ່ອຍເງິນກູ້ ໃຫ້ 30% ຫລື 60 ລ້ານ usd.

ໂຄງການນີ້ ແມ່ນບໍຣິສັດຈາກປະເທດຈີນ ຈະເປັນຜູ້ສ້າງ. ບໍຣິສັດໄຟຟ້າລາວ ຖືຫຸ້ນ 15% ແລະສອງຝ່າຍ ໄດ້ລົງນາມເຊັນສັນຍາ ການຊື້ຂາຍໄຟຟ້າ ກັນແລ້ວ, ແຕ່ການສຳຣວດ ຜົນກະທົບທາງດ້ານ ສະພາບສິ່ງແວດລ້ອມ ຍັງບໍ່ປາກົດອອກມາເທື່ອ.

ສົມເນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org