ການກໍ່ສ້າງເຂື່ອນໄຟຟ້ານໍ້າເທິນສອງ ຄືບໜ້າແລ້ວຫລາຍກວ່າ 70% ແລະຈະໂຍກຍ້າຍປະຊາຊົນ ອອກຈາກເຂດ ກໍ່ສ້າງເຂື່ອນ ໃຫ້ໄດ້ກ່ອນເດືອນ ມິຖຸນາປີ2008ນີ້
-
2008-03-14 -
-
-
ວຽກງານ ການກໍ່ສ້າງຕົວເຂື່ອນໄຟຟ້ານໍ້າຕົກ ທີ່ໃຫຍ່ທີ່ສຸດຂອງລາວຄືເຂື່ອນ ນໍ້າເທີນສອງນັ້ນ ມີຄວາມຄືບໜ້າຫລາຍແລະຈະແລ້ວເສັດ ຕາມເປົ້າໝາຍ-ບໍ່ມີຄວາມລ່າຊ້າ ແລະວຽກງານອື່ນໆ ກໍເປັນໄປຕາມຂັ້ນຕອນທີ່ໄດ້ວາງໄວ້ ທຸກຢ່າງ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ13ມິນານີ້. ທ່ານກ່າວວ່າ:
(ສຽງ) "ນໍ້າເທີນສອງ ຈະເສັດສົມບູນປີ1080ເມັກ ທີ່ໃຫຍ່ທີ່ສຸດຂອງເມືອງລາວເວົ້າລວມໆກໍປະມານ 70-80ເປີເຊັນເສັດສົມບູນເພາະມັນຫລາຍວຽກ."
ສໍາລັບປະຊາຊົນ ທີ່ໄດ້ຮັບຜົນກະທົບໃນເຂດພູພຽງນາກາຍ ທັງໝົດຈະຖືກໂຍກຍ້າຍ ໃຫ້ແລ້ວເສັດ-ກ່ອນປິດປະຕູເຂື່ອນ. ແລະເຮືອນຢູ່-ໄດ້ປຸກແລ້ວໆ ເມື່ອທ້າຍເດືອນກຸມພາຜ່ານມາ ໃນ9ບ້ານຂອງຈໍານວນ 15ບ້ານທີ່ຖືກໂຍກຍ້າຍ. ສ່ວນ 6ບ້ານທີ່ຍັງເຫລືອນັ້ນ ເຮືອນສ້າງແລ້ວ 75ເປີເຊັນ ໂດຍຈະໃຫ້ແລ້ວເສັດທັງໝົດ ໃນເດືອນມິຖຸນາປີ2008ນີ້ ຢ່າງແນ່ນອນ ເພາະເຂື່ອນນໍ້າເທີນສອງ ຈະປ່ອຍນໍ້າເຂົ້າເຂື່ອນ ຊຶ່ງຈະເຮັດໃຫ້ເກີດນໍ້າຖ້ວມ ເຂດບ້ານເດີມຂອງເຂົາເຈົ້າ ສູງເຖີງ520ແມັດແລະວ່າ ການກໍ່ສ້າງທັງໝົດ ເປັນໄປຕາມແຜນການທີ່ໄດ້ວາງໄວ້.
ທາງທະນາຄານໂລກ World Bank ໃນຖານະຜູ້ຄໍ້າປະກັນໂຄງການ ໄດ້ກ່າວອ້າງວ່າ ບ່ອນໃໝ່ທີ່ມີການສ້າງບ້ານພັກໃຫ້ນັ້ນ ມີທັງຫ້ອງສາທາຣະນະສຸກ ມີໂຮງຮຽນ ມີສະ ຖານທີ່ທໍາການກະເສດ ຊຶ່ງຈະເຮັດໃຫ້ປະຊາຊົນ ສາມາດປະກອບອາຊີບແລະມີຊີວິດຢູ່ ໄດ້ເປັນຢ່າງດີ.
(ສຽງ) "ສ້າງບ້ານໃຫ້ປະຊາຊົນ ສ້າງໂຮງຮຽນໂຮງໝໍ ຈະທໍາສໍາເຣັດຂັ້ນສຸດທ້າຍ ກໍຈະຍ້າຍຫລັງຈາກທີ່ກັກນໍ້າເຂົ້າເຂື່ອນ ກໍຈະໄດ້ທໍາການໂຍກຍ້າຍ ສ່ວນທີ່ເຫລືອໃຫ້ສໍາເຣັດ ກໍເກືອບໝົດແລ້ວ ທີ່ຈະໂຍກຍ້າຍຕາມໂປຣແກມແຜນກໍ່ສ້າງ."
ສໍາລັບໂຄງການສາຍສົ່ງ ຈະມີສາຍສົ່ງຂນາດ 500ກິໂລ-ໂວນ ຈາກໂຮງໄຟຟ້າ-ໄປຍັງສະຖານີໄຟຟ້າແຮງສູງ 500ກິໂລ-ໂວນ ທີ່ສະຫວັນນະເຂດ ແລະກໍ່ສ້າງສາຍສົ່ງ ຂນາດ 500ກິໂລ-ໂວນຈາກສະຖານີໄຟຟ້າແຮງສູງ ທີ່ສະຫວັນນະເຂດ-ຂ້າມແມ່ນໍ້າຂອງ ໄປຝັ່ງໄທ ແລະເຊື່ອມໂຍງກັບຣະບົບສົ່ງ 500ກິໂລ-ໂວນຂອງໄທ ທີ່ສະຖານີໄຟຟ້າແຮງສູງ ຮ້ອຍເອັດ 2.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ເອກກະຊົນໄທ ສະແດງຄວາມສົນໃຈ ຢາກຈະລົງທຶນທົດລອງປູກໝາກເຍົາ ທີ່ແຂວງຫລວງພຣະບາງ ເພື່ອຜລິດເປັນ ນໍ້າມັນ ທົດແທນ-bio-diesel
- ທາງກາຣ ແຂວງຜົ້ງສາລີ ສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນໃບຊາ ເພື່ອສົ່ງອອກຂາຍໄປຈີນ ແລະມາເລເຊັຽ
- ຣັດຖະບານລາວ ມີແຜນການ ທີ່ຈະນໍາສເນີ ຮ່າງກົດໝາຍ ຊື່ມວນຊົນ ຕໍ່ກອງປະຊຸມສະພາ ທີ່ຈະມາເຖີງນີ້
- ໂຣກຢ້ານອ້ວນຫລື ຢ້ານຕູ້ຍກໍາລັງຣະບາດຢ່າງແຜ່ຫລາຍ ໃນໄວລູ້ນສາວຊາວລາວ
- ໃນຂະນະທີ່ທາງການລາວ ປະກາດຕ້ານແລະປາບປາມ ປາກົດການຍໍ້ທໍ້ໃນສັງຄົມລາວ ແຕ່ໃນຄວາມເປັນ ຈີງແລ້ວປາກົດວ່າ ປາກົດການດັ່ງກ່າວແຫ່ງນັບມື້ ນັບຂະຫຍາຍວົງກວ້າງອອກໃນສັງຄົມລາວ.
- ຜູ້ທີ່ເຄີຽຕິດຝິ່ນ ຢູ່ໃນລາວ ຫລັງຈາກ ເຂົາເຈົ້າ ຢ່າຈາກຕິດຝິ່ນແລ້ວ ບາງຈຳນວນ ກໍຫັນມາໄຊ້ ຢາເສບຕິດ ປະເພດອື່ນ ອີກແທນ
- ຄົນງານ ໃນແຂວງຫລວງພະບາງ ໄດ້ພົບກັບບັນຫາ ນາຍຈ້າງ ສໍ່ໂກງແຮງງານ
- ພວກຄົນງານລາວ ຮຽກຮ້ອງ ພາກສ່ວນກ່ຽວຂ້ອງ ໃຫ້ອອກ ໜັງສືເດີນທາງ ແລະ ໃບອະນຸຍາດ ເຮັດວຽກ ໃຫ້ໄວ ກ່ວາເກົ່າ
- ການລັກລອບປູກຝິ່ນ ຂອງຊາວບ້ານ ຍັງມີຢູ່ ໃນຂະນະທີ່ ພວກພໍ່ຄ້າ ຍັງຊຸກຍູ້ ໃຫ້ປະຊາຊົນປູກ ແລະ ເກັບຊື້ ເພື່ອສົ່ງອອກຂາຍ
- ພາກຕາເວນອອກຊ່ຽງເໜືອ ຫລືພາກອິສານຂອງໄທ ກາຍເປັນເສັ້ນທາງທີ່ມີການຂົນສົ່ງ ຢາເສບຕິດເພີ່ມຂຶ້ນ ເຖິງຮ້ອຍລະ 30 ທຽບຈາກເດີມທີ່ມີພຽງ 100ລະ8.