ນ້ຳຂອງ ແຫ້ງ ຜິດປົກກະຕິ

ແມ່ນ້ຳຂອງ ບົກແຫ້ງ ທີ່ສຸດ ກວ່າທຸກໆປີ ຜ່ານມາ. ປັດຈຸບັນ ຊາວລາວ-ໄທ ສາມາດ ຍ່າງຂ້າມຫາກັນໄດ້ ຢ່າງງ່າຍດາຍ ຣະຫວ່າງ ນະຄອນຫລວງ ວຽງຈັນ ແລະ ເມືອງ ສີຊຽງໃໝ່, ໂດຍສະເພາະ ແມ່ນ ເຂດດອນຊ່ຽງງຊູ້, ບ້ານເກົ້າຫລ້ຽວ ແລະ ບ້ານສີໄຄ.

ຊາວບ້ານ ເຂດດອນຊ່ຽງຊູ້ ເວົ້າວ່າ:

”ຕາມທັມມະດາ ນ້ຳຂອງ ຈະແຫ່ງຫລາຍ ທີ່ສຸດ ໃນເດືອນ ເມສາ; ແຕ່ປີນີ້ ເລິ້ມແຫ່ງ ແຕ່ ເດືອນ ກຸມພາ ເປັນຕົ້ນມາ. ປັດຈຸບັນ ມີແລວນ້ຳໄຫລ ພຽງສອງ ສາມແລວ ເທົ່ານັ້ນ. ແຕ່ລະແລວ ກໍມີນ້ຳ ໜ້ອຍດຽວ. ຄົນ ສາມາດ ເຕັ້ນ ຫລື ຍ່າງຂ້າມ ໄດ້ຢ່າງງ່າຍດາຍ.”

ຣະຍະນີ້, ທັງຊາວລາວ ແລະ ໄທ ໃນເຂດນີ້ ກຳລັງ ເຮັດນາແຊງ; ແຕ່ວ່າ ຊາວໄທ ບ້ານມໍ້ ເມືອງສີຊຽງໃໝ່ ແຂວງໜອງຄາຍ ພັດບໍ່ມີນ້ຳ ເຮັດນາ. ເມື່ອກ່ອນ ເຖິງວ່າ ນ້ຳຈະບົກ ປານໃດ ກໍຕາມ, ພວກເຂົາເຈົ້າ ກໍຍັງ ສາມາດ ໃຊ້ຈັກດູດ ຈາກນ້ຳຂອງໄດ້; ແຕ່ປີນີ້ ບໍ່ສາມາດດູດໄດ້ເລີຍ. ຖ້າຈະຂຸດ ຮ່ອງນ້ຳໃນກາງຂອງ, ກໍຄິດ ຢ້ານຈະສ້າງ ຂໍ້ຂັດແຍ້ງ ກັບທາງການລາວ.

ນັກພິທັກ ຮັກສາ ສະພາບແວດລ້ອມ ກ່າວວ່າ:

“ແມ່ນ້ຳລຳຄອງ ບົກແຫ່ງ ລົງຫລາຍ ໃນຣະຍະນີ້ ກໍຍ້ອນ ບັນຫາ ໂລກຮ້ອນກ່ວາເກົ່າ, ການສ້າງເຂື່ອນ ແລະ ການຕັດຕົ້ນໄມ້ ທຳຣາຍປ່າ.”

ສເນີ ໂດຍ ອາວະຣີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org