ການໄຟຟ້າ ແຂວງຫລວງພຣະບາງ ຂາດທຶນ ມາໂດຍຕລອດ ເນື່ອງຈາກວ່າ ຊື້ໄຟຟ້າ ໃນຣາຄາແພງ ແລະ ຂາຍ ໃນຣາຄາຖືກ
-
2008-01-25 -
-
-
Your browser doesn’t support HTML5 audio
ການໄຟຟ້າ ແຂວງຫລວງພຣະບາງ ຍັງປະສົບກັບ ບັນຫາ ການຂາດທຶນ ຢ່າງຕໍ່ເນື່ອງ ໃນທຸກໆປີ, ເນື່ອງຈາກວ່າ ທາງແຂວງ ຊື້ໄຟຟ້າ ມາຈາກຫລາຍພາກສ່ວນ ທີ່ມີຣາຄາແພງ, ແລ້ວມາຂາຍໃຫ້ປະຊາຊົນ ໃນຣາຄາ ທີ່ຖືກກ່ວາ, ຊຶ່ງບັນຫາ ດັ່ງກ່າວ ຍາກທີ່ຈະຫາທາງ ແກ້ໄຂ ໃນປັດຈຸບັນນີ້, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ການໄຟຟ້າ ແຂວງຫລວງພຣະບາງ ໃນວັນພະຫັດນີ້.
(ສຽງ) “ຂາດທຶນ ຕລອດປີເລີຍ ມາຫລາຍປີແລ້ວ, ຂາດທຶນນີ້ ເຣື້ອງການລົງທຶນ ຈາກການກໍ່ສ້າງ ຄິດແລ້ວ ຮວມຣາຍວັນແລ້ວ ມັນຂາດທຶນ.”
ເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕື່ມວ່າ ການຊື້ກະແສໄຟຟ້າ ຈາກຫລາຍໆພາກສ່ວນ ກໍມີຣາຄາແພງ, ແຕ່ມາ ຈໍາໜ່າຍໃຫ້ປະຊາຊົນ ໃນຣາຄາຖືກກ່ວາ ຣາຄາທີ່ຊື້. ເຖິງແມ່ນວ່າ ທາງຣັຖບານ ໄດ້ປັບຄ່າໄຟຟ້າ ສູງກ່ວາເກົ່າ, ແຕ່ກໍຍັງ ບໍ່ສາມາດ ເຮັດໃຫ້ບັນຫາ ການຂາດທຶນນີ້ ໝົດໄປໄດ້.
ນອກຈາກນັ້ນ, ການໄຟຟ້າ ແຂວງຫລວງພຣະບາງ ຍັງປະສົບກັບ ບັນຫາອື່ນໆ ເປັນຕົ້ນແມ່ນ ການຈ່າຍຄ່າແຮງງານ ເພີ້ມຂຶ້ນ:
(ສຽງ) “ໂຕແຮງງານ ມັນກໍຄ່ອຍປັບຂຶ້ນ ຄິດວ່າແພງ, ຄ່າແຮງງານ ຄ່າເງິນເດືອນ ເພາະວ່າ ເຮົາໄດ້ຈ້າງ ຄົນນອກຫລາຍ ເຣື້ອງເກັບບິລ ຄ່າໄຟ.”
ເຖິງຢ່າງໃດ ກໍດີ, ທ່ານ ຊີ້ແຈງວ່າ ທາງການໄຟຟ້າ ໄດ້ມີການວາງແຜນ ໃນການແກ້ໄຂ ບັນຫານີ້ ໂດຍຈະເລັ່ງໃສ່ ການເກັບຄ່າໄຟຟ້າ ໃຫ້ໄດ້ເຕັມສ່ວນ ແລະ ພະຍາຍາມ ເກັບໜີ້ ທີ່ຍັງຄົງຄ້າງຢູ່ ເພື່ອໃຫ້ການໄຟຟ້າ ຫລວງພຣະບາງ ມີຣາຍໄດ້ເພີ້ມຂຶ້ນ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່
- ແຂວງອັຕປື ຕ້ອງການໃຫ້ມີນັກທຸຣະກິດ ເຂົ້າໄປລົງທຶນພັທນາ ຫລັງຈາກ ເປີດດ່ານສາກົນ ຣະຫວ່າງ ລາວ-ວຽດນາມ ຢ່າງເປັນທາງການ ເມື່ອມໍ່ໆມານີ້
- ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009
- ເຈົ້າຂອງຜູ້ລົງທຶນ ສ້າງເຂື່ອນໄຟຟ້ານ້ຳເຊືອງ ສນັບສນູນ ດ້ານງົບປະມານ ເພື່ອກາຣພັທນາເມືອງປາກເຊືອງ ແຂວງຫລວງພຣະບາງ
- ນັກທ່ອງທ່ຽວ ຈາກວຽດນາມ ບໍ່ນິຍົມໃຊ້ເສັ້ນທາງ ຜ່ານສວັນນະເຂຕ ໄປຍັງມຸກດາຫາຣ ເພາະວ່າໄກລ ແລະຍຸ້ງຍາກ
- ຜູ້ຕາງໜ້າຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ຮ່ວມປະຊຸມ ເພື່ອຄວບຄຸມ ໂຣຄປາກເປື່ອຽລົງເລັບ
- ຊາວເຜົ່າມົ້ງ ທີ່ຍັງຕໍ່ຕ້ານຣັຖບານລາວ ຢາກຍອມຈຳນົນ ແຕ່ບໍ່ກ້າ ເພາະຢ້ານຖືກຂ້າ ແລະທໍຣະມານ
- ບໍຣິສັດໂອຊີອານາ ຂຸດຄົ້ນແລະຜລິດທອງແດງຈາກບໍ່ຄຳເຊໂປນ ໄດ້ເພີ້ມຜົລຜລິດ ຂື້ນຢ່າງມະຫາສານ
- ການທີ່ເງິນບາດ ຂອງໄທມີຄ່າສູງຂື້ນເລື້ອຍໆ ໄດ້ສົ່ງຜົນກະທົບ ຕໍ່ຄົນລາວ ແລະ ເສຖກິດຂອງລາວ
- ສະພາແຫ່ງຊາຕລາວ ກະຕຣຽມຮ່າງກົດໝາຍ ຫລາຍສະບັບ ຮວມທັງກົດໝາຍ ກ່ຽວກັບສື່ມວລຊົນ