ປະຊາຊົນລາວ ຈາກເຂດ ນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນສະຫລອງ ປີໃໝ່ສາກົນປີ 2008

ປະຊາຊົນລາວ ຈາກເຂດນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນ ສະຫລອງປີໃໝ່ສາກົນປີ 2008 ນີ້, ຕາມລາຍງານ ຈາກທ້ອງຖິ່ນຂອງໄທ.

ເຈົ້າໜ້າທີ່ຫໍການຄ້າ ແຂວງໜອງຄາຍລາຍງານວ່າ ໃນລະຍະວັນເທດສະການ ສົ່ງທ້າຍ ປີເກົ່າ ແລະຕ້ອນຮັບປີໃໝ່ນີ້ ມີນັກທ່ອງທຽ່ວ ຈາກທຸກຫົນທຸກແຫ່ງ ເດີນທາງ ເຂົ້າໄປໃນແຂວງໜອງຄາຍ ເປັນຈຳນວນມາກຫລາຍ ຣ່ວມທັງນັກທ່ອງທ່ຽວ ຈາກ ປະເທດລາວດ້ວຍ.

ຈຳນວນນຶ່ງ ກໍເດີນທາງມາ ທາງຣົຖສ່ວນຕົວ ຈຳນວນນຶ່ງ ກໍເດີນທາງມາທາງຣົຖທົວ, ມາກັນເປັນກຸ່ມ ເປັນຄອບເປັນຄົວ, ໂຮງແຮມ ແລະທີ່ພັກ ໃນແຂວງໜອງຄາຍ ຖືກຈັບຈອງເຕັມໝົດ. ເຂົາເຈົ້າາພາກັນໄປກາບ ໄປໃຫ້ວ ສະຖານທີ່ວັດວາອາຮາມຕ່າງໆ, ເລາະຊື້ເຄື່ອງຂອງ ໃນຕະລາດອິນດູຈີນ ໃນທ່າສະເດັດ, ທ່ອງທ່ຽວ ຢູ່ຕາມຮ້ານບັນເທິງ ນາຍຄລັບ ເປັນຕົ້ນ ເຮັດໃຫ້ ແຂວງໜອງຄາຍ ມີລາຍໄດ້ເພີ້ມ ເປັນຫລາຍຮ້ອຍລ້ານບາດ.

ຍັງບໍ່ເທົ່ານັ້ນ ນັກທ່ອງທ່ຽວຊາວໄທ ຫລັງຈາກທ່ອງທ່ຽວ ໃນແຂວງໜອງຄາຍ ເປັນທີ່ ຮຽບຮ້ອຍແລ້ວ ຊ້ຳພັດເໝົາລົດທົວ ຫລືນັ່ງຣົຖສ່ວນຄອບຄົວໄປທ່ຽວ ຢູ່ນະຄອນຫລວງວຽງຈັນຕື່ມອີກ. ສ່ວນຊາວລາວ ທີ່ມາຈາກເຂດນະຄອນວຽງຈັນ ກໍພາກັນເດີນທາງ ເຂົ້າມາເປັນສາຍ ມາທ່ຽວໃນແຂວງໜອງຄາຍແດ່ ໄປທ່ຽວຕໍ່ຢູ່ແຂວງອຸດອນອີກກໍມີ. ໂອຍ! ຈັ່ງແມ່ນອອນຊອນວ່າຊັ້ນ.

ສົມເນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org