ສປປລາວ ແລະຍີ່ປຸ່ນ ລົງນາມໃນຂໍ້ຕົກລົງ ເພື່ອສົ່ງເສີມ ໃຫ້ຍີ່ປຸ່ນ ເຂົ້າມາລົງທຶນ ຢູ່ລາວໃຫ້ຫລາຍຂື້ນ
-
2008-01-18 -
-
-
ເມື່ອວັນພຸດ ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ພ້ອມທັງ ເປັນຣັຖມົນຕຣີ ການຕ່າງປະເທດ ສປປລາວ ໄດ້ພົບປະຫາລື ກັບທ່ານ Masahiko Komura ຣັຖມົນຕຣີ ການຕ່າງປະເທດ ຍີ່ປຸ່ນ ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ.
ທ່ານທັງສອງ ໄດ້ລົງນາມໃນຂໍ້ຕົກລົງ ສະບັບນຶ່ງ ທີ່ຣະບຸວ່າ ຍີ່ປຸ່ນ ຈະຊ່ວຍປັບປຸງ ສະພາບເສຖກິດ ຢູ່ລາວໃຫ້ດີຂື້ນ ເພື່ອນັກທຸຣະກິດຍີ່ປຸ່ນ ຈະໄດ້ມາລົງທຶນ ຢູ່ລາວຫລາຍຂື້ນ; ອີກຢ່າງນຶ່ງ ກໍເພື່ອລາວ ຈະສາມາດປັບຕົວ ເຂົ້າໃນເສຖກິດ ຂອງປະເທດອື່ນໆໃນຂົງເຂດ.
ນອກຈາກນີ້ ຣັຖບານຍີ່ປຸ່ນ ຍັງໄດ້ໃຫ້ເງິນຊ່ວຍເຫລືອ ປະມານ 20 ລ້ານ ດອນລ່າ ສະຫະຣັຖ ແກ່ສາມປະເທດອິນດູຈີນ ລາວ ວຽດນາມ ແລະກຳພູຊາ ເພື່ອພັທນາເຂດ ສາມຫລ່ຽມອິນດູຈີນ ຊຶ່ງໝາຍ ເຖິງເຂດຊາຍແດນ ຣະຫວ່າງສາມປະເທດນັ້ນ. ເງິນ ຊ່ວຍເຫລືອສ່ວນນຶ່ງ ເພື່ອສ້າງຖນົນຫົນທາງ ເພື່ອການຄົມມະນາຄົມຂົນສົ່ງ.
ສຳຣັບພະມ້າ ປະກົດວ່າ ບໍ່ໄດ້ການຊ່ວຍເຫລືອ ແນວໃດເລີຍຈາກຍີ່ປຸ່ນ; ບໍ່ພຽງ ແຕ່ບໍ່ໄດ້ເງິນຊ່ວຍເຫລືອເທົ່ານັ້ນ ຣັຖບານທະຫານພະມ້າ ຍັງຖືກຕຳນິຕິຕຽນຈາກ ຍີ່ປຸ່ນ. ທ່ານ Komura ຣັຖມົນຕຣີ ການຕ່າງປະເທດຍີ່ປຸ່ນ ຮຽກຮ້ອງ ໃຫ້ຣັຖບານທະຫານພະມ້າ ສ້າງຄວາມຖືກຕ້ອງປອງດອງຊາດ ປັບປຸງການນັບຖື ສິດທິມະນຸດໃຫ້ດີ ຂື້ນ ແລະໃຫ້ປະຕິຮູບ ໄປສູ່ປະຊາທິປະໄຕໂດຍໄວ ຕາມຄວາມຮຽກຮ້ອງ ຕ້ອງການຂອງສະຫະປະຊາຊາດ.
ສ່ວນປະເທດແມ່ນ້ຳຂອງ ຊຶ່ງມີ ລາວ ໄທ ພະມ້າ ວຽດນາມ ແລະກຳພູຊາ ໄດ້ປະ ກາດສນັບສນູບຍີ່ປຸ່ນ ໃຫ້ໄດ້ເຂົ້າເປັນສະມາຊິກ ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ.
ອາວະຣີ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ສປປລາວ ແລະວຽດນາມ ຈະຮ່ວມມືກັນ ໃນດ້ານ ການຮັກສາຄວາມປອດໄພ ແລະຄວາມໝັ້ນຄົງ ຂອງຊາດ ໃຫ້ໄກ້ຊິດຂື້ນ
- ຊາວລາວ ມີຄວາມສົນໃຈ ກັບນະໂຍບາຍ ຂອງຣັຖບານ ໃນການປັບຮູບແບບ ການສຶກສາ ໃຫ້ເປັນໄປຕາມຮູບແບບ ຂອງສາກົນ
- ຍັດຕິກ່ຽວກັບການສະນັບສະນູນ ແລະຊ່ວຍເຫລືອ ຜູ້ອົພະຍົບລົບພັຍ ຊາວເຜົ່າມົ້ງລາວ ໄດ້ຖືກຮັບຜ່ານ ຢ່າງເປັນເອກກະພາບ ໂດຍຄະນະກັມະທິການ ທ້ອງຖິ່ນ ໃນເຂດ Oroville ຣັດ California
- ປະຊາຊົນ ເຜົ່າລາວເທິງຂະມຸ ມີແນວໂນ້ມ ເຂົ້າສູ່ຂະບວນ ການຄ້າມະນຸດ ງ່າຍກວ່າ ປະຊາຊົນເຜົ່າອື່ນໆ
- ຊາວລາວຄົນນຶ່ງ ໃນແຂວງບໍຣິຄຳໄຊ ຮຽກຮ້ອງ ໃຫ້ທາງການລາວ ສົ່ງດິນທີ່ທາງການ ຢຶດໄປນັ້ນ ຄືນໃຫ້ປະຊາຊົນ ຢ່າງເປັນທຳ
- ຣັຖະບານລາວ ມີຄວາມຫວັງວ່າ ຈະເພີ້ມຄວາມສາມາດ ໃນການຜລິດ ພະລັງງານໄຟຟ້າ
- ແຂວງຫລວງພະບາງ ຈະຈຳກັດ ຊາວຕ່າງປະເທດ ໃນການຊື້ດິນ ແລະເຮືອນຢູ່ໃນ ເມືອງມໍຣະດົກໂລກ
- ສປປລາວ ຖືກຈັດຢູ່ໃນອັນດັບທີ່ 137 ໃນບັນຊີຣາຍຊື່ ປະເທດ ທີ່ມີເສຖກິດ ເສຣີທີ່ສຸດໃນໂລກ
- ພາກເອກກະຊົນ ຮ່ວມກັນຈັດຕັ້ງ ສະພາທຸຣະກິດ ໄທ-ລາວ ເພື່ອປະສານງານກັບ ສະພາການຄ້າ ແລະອຸດສະຫະກໍາ ແຫ່ງຊາດ
- ສນາມບິນ ແຂວງຫລວງນ້ຳທາ ຈະເຣີ່ມເປີດບໍຣິກາຣ ໃນຕົ້ນເດືອນເມສານີ້