ສູນສິ່ງພິມຕ່າງໆຂອງລາວ ຍັງບໍ່ສາມາດ ຄວບຄຸມ ການແຜ່ລະບາດ ຂອງການປອມແປງ ວີຊີດີພາບພະຍົນ ແລະວີຊີດີເພລງໄດ້
-
2008-02-29 -
-
-
ສູນສິ່ງພິມຕ່າງໆຂອງລາວ ຍັງບໍ່ສາມາດຄວບຄຸມ ການແຜ່ລະບາດ ຂອງການ ປອມແປງວີຊີດີ ພາບພະຍົນ ແລະວີຊີດີເພລງໄດ້, ຍັງມີການລະເມີດ ລິຂະສິດ ໃນການກ່າຍທຳຢູ່ຕຣອດ ເພາະວ່າ ເອກະຊົນເປັນຜູ້ທຳເອງ ດັ່ງທີ່ເຈົ້າໜ້າທີ່ລາວ ຄົນນຶ່ງ ປະຈຳຜະແນກ ຄອມປູຍເຕີ້ ຂອງສຳນັກພິມ ແລະວີດີໂອ ໃນນະຄອນຫລວງ ວຽງຈັນ ໄດ້ກ່າວເປັນພາສາໄທວ່າ:
(ສຽງ) "ກໍ່ຂ້ອນຂ້າງມີຫລາຍ ສ່ວນມາກກໍຈະເປັນເພງ ມີຮ້ານເອກະຊົນເຂົາກ່າຍທຳ ເອງ ເຮົາກໍບໍ່ສາມາດຄວບຄຸມໄດ້ເຣື້ອງນີ້. ກ່ຽວກັບການຄວບຄຸມນີ້."
ທ່ານວ່າ ທາງສູນສຳນັກພິມ ກໍໄດ້ອອກໄປກວດກາ ຢູ່ຕາມຮ້ານຕ່າງໆ ໃນແຖວ ຕະລາດ ນະຄອນຫລວງວຽງຈັນ ວ່າມີແຜ່ນວີຊີດີປອມ ແອບຊ້ອນຂາຍ ຢູ່ນຳຫລືບໍ່ ເມື່ອກວດເຫັນແລ້ວ ກໍທຳລາຍແຜ່ນຊີດີປອມຖິ້ມ.
ກ່ຽວກັບເຣື້ອງລິຂະສິດນີ້ ທ່ານ ສົມຈິດ ໃສສວນ ຫົວໜ້າຫ້ອງການ ສິນລະປະກັມ ໄດ້ໃຫ້ຄຳອະທິບາຍຕື່ມວ່າ:
(ສຽງ) "ຖ້າເກີດມີຜູ້ຮ້ອງຮຽນ ເຮົາກໍຕ້ອງສືບສວນ ເມື່ອພົບເຫັນ ກໍຈະຖືກດຳເນີນຄະດີແພ່ງ ຫລັງຈາກນັນ ກໍຈະມີການປັບໃໝ ຕາມມູນຄ່າ ການເສັຽຫາຍ."
ໃນປັດຈຸບັນນີ້ ບັນຫາການລະເມີດລິຂະສິດ ກ່າຍທຳ ວີຊີດີພາບພະຍົນ ແລະ ວີຊີດີເພງ ຈາກສິນຄ້າ ແບບສະບັບເດີມ ມີເພີ້ມຂື້ນ ເນື່ອງຈາກວ່າຂອງກ່າຍທຳ ມີຣາຄາຖືກ ແລະມີຄຸນະພາບ ທີ່ໄກ້ຄຽງກັບຂອງແທ້.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຣັຖະບານລາວ ໄດ້ລົງນາມສັນຍາ ກັບບໍຣິສັດ ຈາກປະເທດ ມາເລເຊັຽ ເພື່ອໃຫ້ບໍຣິສັດ ຂອງມາເລເຊັຽ ພັດທະນາໂຄງລ່າງ ເຂດອຸດສະກັມ ຢູ່ໃນເຂດເສຖະກິດ ພິເສດ ສວັນ-ເຊໂນ
- ນັກທ່ອງທ່ຽວ ຈາກຕ່າງປະເທດ ຍັງເດີນທາງ ເຂົ້າໄປທ່ອງທ່ຽວ ໃນ ແຂວງຫລວງນ້ຳທາ ຄືເກົ່າ ເຖິງແມ່ນວ່າ ມີຂ່າວການລະບາດ ຂອງເຊື້ອໂຣກ ໄຂ້ຫວັດນົກ
- ນັກວິຊາການ ເຄືອຂ່າຍແມ່ນໍ້າເອເຊັຽຕາເວນອອກຊ່ຽງໄຕ້ ເຫັນວ່າເອກກະຊົນທີ່ເຂົ້າມາ ສໍາຣວດຄວາມເປັນໄປໄດ້ ໃນການສ້າງເຂື່ອນປາກລາຍ ພະຍາຍາມເລັ່ງລັດການກໍ່ສ້າງເຂື່ອນ ໂດຍບໍ່ໃຫ້ ຂໍ້ມູນທີ່ແທ້ຈີງ ແກ່ປະຊາຊົນ
- ການປູກຢາງພາລາ ໃນແຂວງ ອຸດົມໃຊ້ ຖືກຢຸດຊງັກໃນເວລານີ້ ເປັນຍອ້ນ ການຈັດສັນທີ່ດີນຍັງບໍ່ທັນຊັດເຈນ ສຳລັບນັກລັງທືນຕ່າງຊາດ
- ມີການພົບເຫັນ ການຣະບາດ ຂອງເຊື້ອໂຣຄໃຂ້ຫວັດນົກ ທີ່ແຂວງຫລວງນ້ຳທາ ອີກໃຫມ່ ເປັນແຫ່ງທີ 3 ໃນມື້ນີ້, ຄັ້ງນີ້ ແມ່ນເກີດຂື້ນ ທີ່ບໍຣີເວນ ອອ້ມແອ້ມເຂດ ເທສບານຂອງ ແຂວງດັ່ງກ່າວ
- ການບໍຣິການຂອງໂຮງໝໍເມືອງ ແລະສຸກສາລາ ຢູ່ຕ່າງແຂວງແລະພື້ນທີ່ຫ່າງໃກ ນອກຈາກບໍ່ໄດ້ ມາຕຖານແລ້ວ-ຍັງຊຸດໂຊມນໍາອີກ
- ນະຄອນຫລວງວຽງຈັນ ກຳລັງເຜຊີນ ກັບບັນຫາກາຣຂາດແຄນ ຊີ້ນໝູ ແລະຍີ່ງເຮັດໃຫ້ ຣາຄາຊີ້ນໝູ ຖີບຕົວສູງຂື້ນ
- ບໍຣິສັທອົສເຕຣເລັຽຈະລົງມືຂຸດຄົ້ນບໍ່ແຮ່ທາຕແຫ່ງທີ່ 3 ຢູ່ລາວໃນໄວໆນີ້
- ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C
- Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ
- ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ